ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-06 16:25:43    
ຕົ່ງ​ຊື່​ຊ້ຽວຜິນ

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນິທານ​ສຸພາ​ສິດ. ມື້​ນີ້​ແມ່ນ​ມື້​ອອກ​​ໃໝ່ 3 ຄ່ຳຕາມ​ປະຕິທິນ​ຈັນ​ທະ​ຄະຕິ​ຈີນ, ການສະຫຼອງບຸນ​ກຸດ​ຈີນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ຍັງ​ດຳ​ເນີນ​ຢູ່​ຢ່າງຟົດ​ຟື້ນ. ​ໃນ​ລາຍການ​ນິທານ​ສຸພາສິດ​ພາກ​ນີ້, ຂ້າພະ​ເຈົ້າຈະ​ເລົ່າ​ສຸ​ພາ​ສິດ​ທີ່​ເບົາ​ອາລົມ​ທັງ​ຕະຫຼົກ​ເລື່ອງ "ຕົ່ງ​ຊື່​ຊ້ຽວຜິນ" ສູ່​ຟັງ, ສຸພາສິດ​ນີ້​ໝາຍ​ເຖິງຮຽນ​ແຕ່ຜິວ​ເຜີນ, ບໍ່​ພຽງ​ແຕ່​ຮຽນ​ເອົາ​ຄວາມ​ສາມາດ​ອັນ​ແທ້​ຈິງບໍ່​ໄດ້​ທໍ່​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ຜົນ​ທີ່​ກົງກັນຂ້າມ​ອີກ​ດ້ວຍ. ບາງ​ທີ​ກໍ່​ໃຊ້​ໃນ​ກໍລະ​ນີສະ​ແດງ​ຄວາມ​ຖ່ອມຕົວ, ​ເຊັ່ນ "ຮຽນ​​ບໍ່​ດີປານ​ໃດ ພຽງ​ແຕ່​ເປັນ​ແບບ​ຕົ່ງ​ຊື່​ຊ້ຽວ​ຜິນທໍ່​ນັ້ນ".

​ໃນ​ສະ​ໄໝ​ຊຸ່ນຊິ່ວຂອງ​ຈີນ​ທີ່​ຫ່າງ​ຈາກ​ປັດຈຸ​ບັນ 2000 ກວ່າ​ປີ, ລັດ​ອູ​ກັບ​ລັດ​ເຢ້​ໄດ້​ເກີດ​ສົງ​ຄາມ​ເພື່ອ​ຍາດ​ຊິງ​​ເປັນ​ເຈົ້າອຳນາດ. ​ໃນ​ຫົວທີ, ຟູ​ໄຊ ​ເຈົ້າຊີວິດ​ລັດ​ອູ​ໄດ້​ເອົາ​ຊະ​ນະ​ໂກ່​ວຈ້ຽນ ​ເຈົ້າຊີວິດ​ລັດ​ເຢ້. ​ເພື່ອ​ແກ້​ແຄ້ນ, ​ໂກ່​ວຈ້ຽນ​ໄດ້​ສົ່ງ​ນາງ​ງາມຢ່າງຫຼ​ວງຫຼາຍ​ໃຫ້​ຟູ​ໄຊ ​ເຈົ້າ​ຊິວິດ​ລັດ​ອູ, ​ເພື່ອໃຫ້​ຟູ​ໄຊມົວ​​ແຕ່ຫຼິ້ນ​ນຳ​ສາວງາມໝົດມື້, ບໍ່​ອອກ​ວ່າ​ລັດ​ຊະ​ການ, ​ເຮັດ​ໃຫ້​ເຈົ້າຊີວິດ​ລັດ​ອູ​ກັບ​ເສນາ​ບໍດີ​ທັງຫຼາຍ​ເກີດ​ຄວາມ​ຂັດ​ແຍ່ງ​ກັນ, ​​​ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​ບັ່ນ​ທອນ​ກຳລັງ​ຂອງ​ລັດ​ອູ. ​ໃນ​ນາງ​ງາມ​​ເຫຼົ່ານີ້, ​ໄຊ​ຊີ​ແມ່ນ​ນາງ​ງາມທີ່​ສວຍ​ງາມ​ກວ່າ​ໝູ່. ກ່ຽວ​ກັບ​ນາງ​ງາມໄຊ​ຊີ, ຍັງມີ​ເລື່ອງ​ມ່ວນໆ​ເລື່ອງ​ໜຶ່ງ​ອີກ.

ຄວາມ​ງາມ​ຂອງ​ໄຊ​ຊີ​ມີ​ມາ​ແຕ່ເກີດ​, ​ເພິ່ນ​ສວຍ​ງາມຫຼາຍ, ຈົນ​ບໍ່​ມີ​ໃຜ​ທຽບ​​ໄດ້​ໃນ​ຄາວ​ນັ້ນ. ​ໄຊ​ຊີ​ບໍ່​ຕ້ອງ​ທາ​ແປ້ງ, ກໍ່​ແສນ​ງາມ​​ແລ້ວ, ຈົນກະທັ້ງທ່າ​ທາງ​ຍ້ອນ​ຄວາມ​ເຈັບ​​ເປັນ​ຂອງ​ນາງ​ ຜູ່ອື່ນ​ເບິ່ງແລ້ວ​ກໍ່​ຮູ້ສຶກ​ງາມ​ຫຼາຍ. ຕາມ​ເລົ່າ​ກັນ​ວ່າ ​ໄຊ​ຊີ​ມີ​ອາການ​​ເຈັບໝາກ​ຫົວ​​ໃຈ, ​​ໃນ​ເວລາ​​​ເຈັບໝາກ​ຫົວ​ໃຈ, ນາງ​ກໍ່​​ເອົາມື​ມາ​ວາງ​​ໄວ້ໜ້າ​ເອິກ ຍຸ້ມຄີ້ວ. ບາງ​ຄົນ​​ເຫັນ​​ແລ້ວ​ຮູ້ສຶກ​ວ່າ​​ງາມຫຼາຍ ມີ​ສະ​ເໜ​ເປັນ​ພິ​ເສດ.

​ໄຊ​ຊີ​ມີ​​ເພື່ອນ​ບ້ານ​ຜູ່​ໜຶ່ງ​ຊື່ວ່າ​ຕົ່ງ​ຊື່, ຕົ່ງຊື່​ໜ້າ​ຕາ​ຂີ້ຮ້າຍຫຼາຍ​ແລະ​ຍັງ​ເປັນ​ຄົນ​​ໃຈ​ແຄບ. ​ນາງ​ໄດ້​ຍິນ​ຜູ່​ອື່ນ​ຍ້ອງ​ຍໍ​ເລື້ອຍໆ​ວ່າ​ໄຊ​ຊີ​​ງາມຫຼາຍ, ຈຶ່ງ​ອິດສາ​ທີ່​ສຸດ, ​​ເລີຍ​ແຕ່ງ​ຕົວ​​ຮຽນ​ແບບ​ໄຊ​ຊີ. ​ແຕ່​ບໍ່​ວ່າ​ຕົນ​ເອງ​ແຕ່ງ​ຕົວ​ແນວ​ໃດ, ກໍ່​ບໍ່​ມີ​ໃຜ​ຍ້ອງຍໍວ່າ​ນາງ​​ງາມ​ຫຼາຍ, ນາງ​ຈຶ່ງ​ອຸກ​ອັ່ງທີ່​ສຸດ. ມີ​ມື້ໜຶ່ງ, ຕົ່ງ​ຊື່​ໄດ້​ຍິນ​ວ່າທ່າ​ທາງ​ຂອງ​ໄຊ​ຊີ​ໃນ​ເວລາ​​ເຈັບ​ປ່ວຍ​ນັ້ນກໍ່​ງາມຫຼາຍ, ​ກໍ່ເລີຍ​​ເຮັດທ່າທາງ​ຕາມ​ແບບ​ໄຊ​ຊີ. ຕົ່ງ​ຊື່​ບໍ່​ໄດ້​ເຈັບ​ປ່ວຍ, ​ແຕ່​ພັດ​ເຮັດຕິ​ເຈັບ​ໝາ​ກຫົວ​ໃຈ, ​ເອົາ​ມື​ວາງ​ໃສ່​ໜ້າ​ເອິກ ຍຸ້ມ​ຄີ້ວ​ເໝືອນ​ໄຊ​ຊີ, ທຳທ່າ​ຄື​ວ່າເຈັບ​ຫຼາຍ. ​ແຕ່​ຜິວ​ໜ້າ​ຂອງ​ນາງ​ຕົ່ງ​ຊື່​ຫຍາບ​ຄາຍ​ຫຼາຍ, ຂົນຄີ້ວ​ທັງ​ໃຫຍ່​ທັງ​ສັ້ນ, ​ເມື່ອ​ນາງ​ຍຸ້ມ​ຄີ້ວ ທຳ​ທ່າ​ວ່າ​ເຈັບ​ຫຼາຍ​ກໍ່​ຍິ່ງ​ບໍ່​ເປັນ​ໜ້າ​ເບິ່ງ. ​ໃນ​ຫົວທີ ຄົນ​ທັງຫຼາຍບໍ່​ຮູ້​ວ່າ​ຕົ່ງ​ຊື່​ເຮັດ​ຫຍັງ, ກໍ່​ບໍ່​ມີ​ໃຜ​ສົນ​ໃຈນຳ. ​ເວລາ​​ດົນ​ແລ້ວ ​ບ້ານ​ໃກ້​ເຮືອນ​ຄຽງ​ຈຶ່ງ​ຮູ້​ວ່າ​ຕົ່ງ​ຊື່​ເຮັດ​ຫຍັງ, ​ເມື່ອ​ເຫັນ​ນາງ​ຕົ່ງ​ຊື່​ເຮັດຕິ​ເຈັບ​ປ່ວຍ, ກໍ່​ຫົວ​ເຍີ້​ຍວ່າ: "ມາ​ເບິ່ງ​ແມ ນາງ​ຕົ່ງ​ຊື່ຮຽນ​​ແບບ​ໄຊ​ຊີ​ອີກ​ແລ້ວ, ​ເຈົ້າ​ເບິ່ງດູ, ນາງ​ບໍ່ຮຽນຍັງ​ໄຄ​​ແດ່, ຍິ່ງ​ຮຽນຍິ່ງ​ຂີ້ຮ້າຍ​ກວ່າ​ເກົ່າ​ອີກ.

ນາງ​ຕົ່ງ​ຊື່​ນຶກວ່າ​ຕົນ​ເອງ​ຮຽນ​ແບບ​ໄຊ​ຊີ​​ໃນ​ຍາມເຈັບ​ປ່ວຍ​ຈະ​ເຮັດ​ໃຫ້​ຕົນ​ເອງ​ງາມ​ຂຶ້ນ, ພັດ​ບໍ່​ຮູ້​ວ່າ​ຕົນເອງ​ໄດ້​ກາຍ​ເປັນ​ຂີ້​ປາກ​ຂອງ​ຄົນ​ທັງ​ຫຼາຍ​ຫຼັງ​ອາ​ຫານ.