ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-06 17:23:26    
ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະ​ສົມ​ລະ​ດັບ​ເໜືອ​ຊັ້ນ​ຂອງ​ຈີນ​ຫວັງ​ຢ່າງ​ແຮງ​ກ້າ​ສ້າງ​ຍີ່​ຫໍ້​​ຊື່​ດັງ​ໃນ​ສາ​ກົນ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ບານ​ປິ່ງ​ປ່ອງ​ຖືກ​ຖື​ເປັນ "ບານ​ປະຈຳ​ຊາດ" ຂອງ​ຈີນ, ຄົນ​ຈີນ​ແມ່ນ​ລາຊາ​ໃນ​ການຫຼິ້ນປິ່ງ​ປ່ອງ. ​ປັດຈຸບັນ, ຄົນ​ຈີນ​ພວມ​ພະຍາຍາມ​ຈັດ​ງານ​ແຂ່ງ​ຂັນປິ່ງ​ປ່ອງ​ປະສົມ​ຂອງ​ຕົນ, ຫວັງ​ວ່າ​ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມຈີນສາມາດ​ກາຍ​ເປັນ​ງານ​ແຂ່ງຂັນ​ທີ່​ມີ​ຜົນ​ສະທ້ອນ​ຕໍ່​ທົ່ວ​ໂລກ. ​ໃນ​ລາຍການ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບ​ສຽງທີ່​ພາດ​ຫົວ​ເລື່ອງ​ວ່າ: "ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອ​ຊັ້ນຂອງຈີນ​ຫວັງ​​ສ້າງ​ຍີ່​ຫໍ້​​ຊື່​ດັງ​ໃນ​ສາກົນ.

ຫວ່າງ​ມໍ່ໆ​ນີ້ ກອງ​ປະຊຸມ​ສະຫຼຸບງານ​ແຂ່ງຂັນປິ່ງ​ປ່ອງປະສົມ​ລະດັບ​ເໜືອ​ຊັ້ນ​ຂອງ​ຈີນ​ປີ 2005 ​ໄດ້​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ, ກອງ​ປະຊຸມ​ໄດ້​ປະ​ເມີນ​ສະພາບ​ການ​ຂະ​ຫຍາຍ​ຕົວ​ຂອງ​ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອ​ຊັ້ນຂອງຈີນ​ປີ 2005. ຜູ່​ຮ່ວມ​ປະ​ຊຸມກ່າວ​ວ່າ, ຜ່ານ​ການ​ທຸລະ​ກິດ​ຢ່າງ​ຕັ້ງໜ້າ, ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອ​ຊັ້ນຂອງຈີນ​ທີ່​ກຳ​ເນີ​ດຂຶ້ນ 7 ປີ​ແລ້ວນັ້ນ ​ໄດ້​ກາຍ​ເປັນ​ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມ​ແບບອາຊີບ​ທີ່​ມີ​ລະ​ດັບ​ສູງ​ສຸດ​​ໃນ​ໂລກ, ​ແລະ​ໄດ້​ຢ່ວງ​ບາດ​ກ້າວ​​​ທີ່ໜ້າ​ຊົມ​ຊື່ນ​ໃນ​ດ້ານຫັນ​​ເປັນ​ສາກົນ. ທ່ານ​ຈ່າງ​ສຽວ​ເຜິງ ຮອງ​ຫົວໜ້າ​ພະ​ແນ​ກປິ່ງ​ປ່ອງ​ຂອງສູນ​ປິ່ງ​ປ່ອງ​ແລະ​ດອກ​ປີກ​ໄກ່​ກົມ​ໃຫຍ່​ກິ​ລາ​ແຫ່ງ​ຊາດ​ຈີນ​ເວົ້າວ່າ: ບໍ່​ວ່າ​ຈາກ​ລະດັບ​ຂອງນັກ​ກິລາທີ່​ເຂົ້າຮ່ວມ​ການ​ແຂ່ງຂັນ ລະ​ດັບ​​ຄວາມ​ດຸ​ເດືອດ​ຂອງ​ການ​ແຂ່ງຂັນ ຫຼືວ່າ​ລະດັບຈາກ​ດ້ານມີນັກ​ກິລາ​ຕ່າງປະ​ເທດ​ມາ​ເຂົ້າ​ຮ່ວມ​ນຳ, ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອ​ຂັ້ນຂອງຈີນລ້ວນ​ແຕ່​ມີ​ລະດັບ​ສູງ​ສຸດ​ໃນ​ໂລກ​ຢ່າງ​ເດັດຂາດ.

​ໃນຫຼາຍສິບ​ປີ​ທີ່​ຜ່ານມາ, ຈີນ​ແມ່ນ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ກິລາ​ປິ່ງ​ປ່ອງ​ທີ່​ສົມ​ຊື່. ​ແຕ່​ຈົນ​ຮອດ​ປີ 1999, ຈີນ​ຈຶ່ງ​ເລີ່​ມຈັດ​ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມ​ແບບອາຊີບ, ​ເມື່ອ​ໄດ້​ພັດ​ທະ​ນາ​ມາ​ເປັນ​ເວລາ 7 ປີ​ແລ້ວ, ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອ​ຊັ້ນຂອງ​ຈີນ​ໄດ້​ພັດ​ທະນາ​ກາຍ​ເປັນ​ງານ​ແຂ່ງຂັນ​ທີ່​ມີ​ຜົນ​ສະທ້ອນ​ໃນ​ທົ່ວ​ປະ​ເທດຈີນ​ແລ້ວ. ປີ 2005, ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອຊັ້ນຂອງຈີນ​ມີ​ສະ​ໂມ​ສອນ​ຍິງ​ຊາຍ​ຕ່າງ 12 ​ແຫ່ງ, ມີ​ຜູ່​ເຂົ້າຊົມ​ການ​ແຂ່ງຂັນຢູ່​ແຫ່ງ​ຕ່າງໆ​ຢ່າງຫຼວງຫຼາຍ, ການ​ຖ່າຍ​ທອດ​ການ​ແຂ່ງ​ຂັນ​ຂອງ​ໂທລະພາບ​ສູນ​ກາງ​ຈີນ​ກໍ່​ມີ​ອັດຕາ​ຮັບ​ຊົມ​ສູງ​ສົມຄວນ. ທ້າວ​ລານ​ຜິ​ງ​ແມ່ນ​ແຟນປິ່ງ​ປ່ອງ​ປັກ​ກິ່ງຜູ່​ໜຶ່ງ, ​ເພິ່ນ​ເວົ້າວ່າ: ຂ້າພະ​ເຈົ້າຕິດຕາມ​ຊົມ​ເບິ່ງ​ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອ​ຊັ້ນ​ໃນທຸກ​ວັນ​ອາທິດ, ຂ້າພະ​ເຈົ້າ​ເຫັນ​ວ່າ ມັນ​ມີລະດັບບໍ່​ຕ່ຳ​ກວ່າ​ການ​ແຂ່ງ​ຂັນປິ່ງ​ປ່ອງ​​ໃນງານ​ກິລາ​ໂອ​ລິ​ມປິກ.

​ເນື່ອງ​ຈາກ​ຈີນ​ມີ​ແຊມ​ປຽນ​ບານ​ປິ່ງ​ປ່ອງລະດັບ​ໂລກ​ຈຳນວນຫຼາຍກວ່າ​ໝູ່​​ໃນ​ໂລກ​ແລະ​ນັກ​ກິລາ​ປິ່ງ​ປ່ອງ​ລະດັບ​ຍອດ​ຢ້ຽມ​ຈຳນວນຫຼວງຫຼາຍ, ສະນັ້ນ, ລະດັບ​ຂອງ​ງານ​ແຂ່ງ​ຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອ​ຊັ້ນຂອງຈີນ​ບໍ່​ພຽງ​ແຕ່​ລື່ນ​ກາຍ​ລະດັບງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມ​ເຢຍລະ​ມັນ​ທີ່​ເຄີຍ​ມີ​ຊື່​ສຽງ​ດົ່ງ​ດັງ​ບົນ​ເວທີ​ປິ່ງ​ປ່ອງ​ຂອງ​ໂລກ​ທໍ່​ນັ້ນ, ຈົນກະທັ້ງ​ບໍ່​ຕ່ຳ​ກວ່າ​ລະດັບ​ຂອງງານ​ແຂ່ງຂັນ​ຂະໜາດ​ໃຫຍ່​ຫຼາຍຢ່າງຂອງ​ໂລກອີກ​ດ້ວຍ. ການ​ລອງ​ລິດ​ກັນ​ລະຫວ່າງຫຼາຍທີ​ມ​ເຂັ້ມ​ແຂງ​ໃນ​ງານ​ແຂ່ງຂັນ​ລະດັບ​ເໜືອ​ຊັ້ນຂອງຈີນ, ລະດັບ​ຂອງ​ການ​ແຂ່ງຂັນ​​ແມ່ນສາມາດ​​ເທົ່າ​ທຽມກັບງານ​ແຂ່ງຂັນ​ປິ່ງ​ປ່ອງ​ຊິງ​ຊະນະ​ເລີດ​ລະດັບ​ໂລກ​ແລະ​ການ​ແຂ່ງຂັນ​ປິ່ງ​ປ່ອງ​ຮອບຊິງ​ຊະນະ​ເລີດ​ໃນ​ງານ​ກິລາ​ໂອ​ລິ​ມປິກ​​ໄດ້.

ສະນັ້ນ, ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອ​ຊັ້ນຂອງຈີນ​​ໄດ້​ກາຍ​ເປັນ​ງານ​ແຂ່ງຂັນ​ລະ​ດັບ​ເໜືອ​ຊັ້ນ​ທີ່​ນັກ​ກິລາ​ປິ່ງ​ປ່ອງ​ລະດັບ​ຍອດ​ຢ້ຽມ​​ໃນ​ທົ່ວ​ໂລກ​ຫວັງ​ຢາກ​ເຂົ້າ​ຮ່ວມ ຄື​ກັນ​ກັບ​ການ​ແຂ່ງຂັນ​ບານບ້ວງ NBA ການ​ແຂ່ງຂັນ​ບານ​ເຕະ​ພຼີ​ເມຍ​ລິກ​ຂອງ​ອັງກິດ​ແລະ​ສາຍ ກ.ຂອງ​ອີ​ຕາ​ລີ. ທ່ານ​ຈ່າງ​ສຽວ​ເຜິ​ງ​ແນະນຳ​ວ່າ, ​ໃນ​ລະດູ​ການ​ແຂ່ງຂັນ​ປີ 2005, ນັກ​ກິລາ​ຕ່າງປະ​ເທດ​ທີ່​ມາ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອ​ຊັ້ນຂອງຈີນ​ມີ​ເຖິງ 14 ຄົນ, ​ໃນ​ນັ້ນ ລວມທັງ​ທ້າວ​ຕີ​ໂມ ​ໂບນ​ແຫ່ງ​​ເຢຍລະ​ມັນ ທ້າວ​ມີ​ແຊນ ມາ​ແຊ​ແຫ່ງ​ດານ​ມາກ ທ້າວ​ລິວ​ຊຽງ​ມິນ​ແຫ່ງ​ສ.​ເກົາຫຼີ​ແລະ​ນາງຟູ​ຈີ​ນູມາ ອາ​ອີ​ແຫ່ງ​ຍີ່ປຸ່ນ.ທ່ານ​ຈ່າງ​ສຽວ​ເຜິ​ງ​ເວົ້າວ່າ:

ກ່ຽວ​ກັບ​ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອ​ຊັ້ນຂອງຈີນ, ພວກ​ຂ້າພະ​ເຈົ້າສະ​ເໜີ​ວ່າ ຈະ​ຈັດ​ຕັ້ງ​ໃຫ້​ມັນ​ກາຍ​ເປັນ​ງານ​ແຂ່ງຂັນ​ຫົວ​ກະທິ, ​ແລະ​ຢາກ​ຈັດ​ໃຫ້​ກາຍ​ເປັນ​ງານ​ແຂ່ງ​ຂັນ​ຫົວ​ກະທິ, ຖ້າ​ມີ​ແຕ່​ຄົນ​ຈີນ​ເຂົ້າຮ່ວມທໍ່​ນັ້ນ​ແມ່ນ​ບໍ່​ໄດ້, ບໍ່​ວ່າ NBA ພຼີ​ເມຍ​ລິກ​ອັງ​ກິດ ຫຼືວ່າ​ງານ​ແຂ່ງຂັນ​ອື່ນໆທີ່​ອ່າວ​ສຸກ​ງອມ​, ລ້ວນ​ແຕ່​ມີ​ນັກ​ກິລາຫຼາຍປະ​ເທດ​ເຂົ້າຮ່ວມນຳ, ​ເມື່ອ​ສັງ​ເກດ​ເບິ່ງ​ງານ​ແຂ່ງຂັນປະສົມ​ລະດັບ​ເໜືອ​ຊັ້ນ​ໃນ​ປີ​ກາຍ​ແລ້ວ​ເຫັນ​ວ່າ, ມີ​ນັກ​ກິລາ​ຕ່າງປະ​ເທດ​ມາ​ເຂົ້າຮ່ວມຫຼາຍກວ່າ​ທຸກ​ປີຜ່ານມາ, ທັງນີ້​ໄດ້​ເຮັດ​ໃຫ້ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະ​ສົມ​ລະດັບ​ເໜືອ​ຊັ້ນຂອງຈີນ​​ຄື​ກັນ​ກັບ NBA ມີ​ຈຸດ​ພິ​ເສດ​ເປັນ​ແບບ​ສາກົນ.

ນັກ​ກິລາ​ຕ່າງປະ​ເທດ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ມາ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ປິ່ງ​ປ່ອງປະ​ສົມ​ລະ​ດັບ​ເໜືອ​ຊັ້ນຂອງຈີນນັ້ນ, ​ໄດ້​ເຮັດ​ໃຫ້​ງານ​ແຂ່ງຂັນລາຍ​ນີ້​ມີ​ປະ​ສິດ​ທິ​ຜົນ​ທາງ​ເສດ​ຖະກິດ​ແລະ​ສັງຄົມ​ອັນ​ດີງາມ, ​ໄດ້​ເຮັດ​ໃຫ້ສື່​ມວນ​ຊົນ​ຫຼາຍ​ແຫ່ງຈົນກະທັ້ງສື່​ມວນ​ຊົນ​ຕ່າງປະ​ເທດ​ສົນ​ໃຈ​ນຳ, ນີ້​ກໍ່​ໄດ້​ຍົກ​ສູງ​ລະດັບ​ຊື່​ສຽງ​ຂອງ​ງານ​ແຂ່ງຂັນ. ຕົວຢ່າງ​ຄື ​ໃນ​ລະດູ​ການ​ແຂ່ງຂັນ​ປີ 2005, ນາງ​ຟູ​ຈີ​ນູມາ ອາ​ອີ​ ນັກ​ກິລາປິ່ງ​ປ່ອງຂອງ​ຍີ່ປຸ່ນທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ທີ່​ສຸດຈາກ​ຄົນ​ທັງຫຼາຍໄດ້​ເຂົ້າຮ່ວມ​ສະ​ໂມ​ສອນ​ເປີ​ນກ່າງ​ແຂວງ​ລິວ​ນິງ ​ເຊິ່ງ​ເປັນ​ສະ​ໂມ​ສອນ​ເກັ່ງ​ດ້ານກິລາ​ປິ່ງ​ປ່ອງ​ໃນ​ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອ​ຊັ້ນຂອງຈີນ, ສະ​ນັ້ນ ​ງານ​ແຂ່ງຂັນ​ດັ່ງກ່າວໃນ​ລະດູ​ການ​ແຂ່ງຂັນປີ 2005 ຈຶ່ງ​ໄດ້ຮັບ​ຄວາມ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ຍີ່ປຸ່ນ. ຕັ້ງ​ແຕ່​ນາງ​ຟູ​ຈີ​ນູມາ ອາ​ອີ​ເດີນທາງ​ມາ​ຮອດ​ຈີນ, ສື່​ມວນ​ຊົນ​ຍີ່ປຸ່ນ ​ເຊັ່ນ​ໂທລະພາບ​ເປັນຕົ້ນຫຼາຍ 10 ​ແຫ່ງ​ກໍ່​ເລີ່​ມຕິດຕາມ​​ເອົາ​ຂ່າວ​​ແຕ່​ຕົ້ນຕະຫຼອດປາຍ. ພາຍ​ໃນ​ເວລາ​ອັນ​ສັ້ນໆ, ງານ​ແຂ່ງຂັນ​ລາຍ​ນີ້​ກໍ່​ມີ​​ຊື່​ສຽງ​ສູງ​ສົມຄວນ​ຢູ່​ຍີ່ປຸ່ນ. ​ໂດຍ​ຖື​​ໂອ​ກາດ​ນີ້, ​ໃນ​ລະດູ​ການ​ແຂ່ງຂັນ​ປີ 2005, ຈີນ​ໄດ້​ຈັດການ​ແຂ່ງຂັນປິ່ງ​ປ່ອງນັດ​ໜຶ່ງ​ຢູ່​ຍີ່ປຸ່ນ​ເປັນຄັ້ງທຳ​ອິດ.

ນອກ​ນີ້, ງານແຂ່ງຂັນປິ່ງປ່ອງປະສົມລະດັບເໜືອຊັ້ນຂອງຈີນຫັນເປັນສາກົນ, ກໍ່ມີ​ຜົນ​ສະ​ທ້ອນ​ອັນ​ຕັ້ງ​ໜ້າ​ຕໍ່​ການ​ພັດທະນາ​ຂອງ​ກິລາ​ປິ່ງ​ປ່ອງ​ຂອງ​ໂລກ. ດ້ານ​ໜຶ່ງ, ​ໃຕ້​ສະພາບ​ການ​ທີ່​ບໍ່​ຕ້ອງ​​ເດີນທາງ​​ໄປ​ຕ່າງປະ​ເທດ, ນັກ​ກິລາ​ຈີນກໍ່​ສາມາດ​ແຂ່ງຂັນ​ກັບ​ນັກ​ກິລາ​ຜູ່​ດີ​ເດັ່ນ​ຂອງ​ແຫ່ງ​ຕ່າງໆ​ໃນ​ໂລກ; ອີກ​ດ້ານ​ໜຶ່ງ, ນັກ​ກິລາ​ຕ່າງປະ​ເທດ​ກໍ່​ສາມາດ​ຝຶກ​ອົບຮົມ ​​ແລະແຂ່ງຂັນ​ກັບ​ນັກ​ກິລາ​ຈີນ​ທີ່​ມີ​ລະດັບ​ສູງ​ໃນ​ສະ​ໂມ​ສອນ​ຕ່າງໆ, ນີ້​ໄດ້​ຊຸກ​ຍູ້​ໃຫ້​ພວກ​ເຂົາ​ເຈົ້າຍົກລະດັບຂອງ​ຕົນ​ໃຫ້​ສູງ​ຂຶ້ນ. ​ໃນນັ້ນ ຕົວຢ່າງ​ທີ່​ເດັ່ນ​ຊັດກວ່າ​ໝູ່​ແມ່ນ​ໃນ​ການ​ແຂ່ງຂັນ​ຮອບຊິງ​ຊະນ​ະ​ເລີດ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ປີ 2004, ທ້າວ​ລິວ​ຊຽງ​ມິນ ນັກ​ກິລາສ.​ເກົາຫຼີ​ໄດ້​ອາ​ໄສ​ບົດຮຽນ​ທີ່​ສະ​ສົມ​ໃນ​ເວລາ​ແຂ່ງຂັນ​ກັບ​ນັກ​ກິລາ​ຈີນ​ພາຍຫຼັງ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອ​ຊັ້ນຂອງຈີນ, ​ໄດ້​ເອົາ​ຊະນະ​ທ້າວ​ຫວັງ​ຮາວ "ດາລາ​ແຫ່ງຄວາມ​ຫວັງ" ຂອງ​ທີ​ມ ປິ່ງ​ປ່ອງຈີນ​ໃນ​ຍາມ​ຫົວລ້ຽວຫົວ​ຕໍ່. ພາຍ​ຫຼັງ​ຊິງ​ໄດ້​ແຊມ​ປຽນ​ງານ​ກິລາ​ໂອ​ລິ​ມປິກ​ແລ້ວ, ທ້າວ​ລິວ​ຊຽງ​ມິນ​ກ່າວ​ວ່າ: "ຂ້າ​ພະ​ເຈົ້າ​ເຄີຍ​ຕາງ​ໜ້າ​ທີ​ມ​ເຊ​ສວນ​ເຂົ້າຮ່ວມງານ​ແຂ່ງຂັນ​ປິ່ງ​ປ່ອງປະສົມ​ລະດັບເໜືອ​ຊັ້ນ​ຂອງ​ຈີນ, ​ໄດ້​ສຳຜັດ​ກັບ​ນັກ​ກິລາ​ຈີນ​ຢ່າງຫຼວງຫຼາຍ, ​ແມ່ນ​ນັກ​ກິລາ​ຈີນ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ມີ​ຄວາມ​ກ້າວໜ້າ​ແລະ​ໄດ້​ພັດທະນາ.

​ເຖິງ​ວ່າງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອ​ຊັ້ນຂອງຈີນ​ໄດ້​ກາຍ​ເປັນ​ງານ​ແຂ່ງ​ຂັນ​ລະ​ດັບ​ຍອດ​ຢ້ຽມ​ຂອງ​ໂລກ​ແລ້ວ​ກໍ່ຕາມ, ​ແຕ່​ຜູ່​ຊ່ຽວຊານ​ທັງຫຼາຍ​ເຫັນ​ວ່າ, ງານ​ແຂ່ງ​ຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອ​ຊັ້ນຂອງຈີນຢາກ​ກາຍ​ເປັນ​ງານ​ແຂ່ງຂັນ​ທີ່​ຊື່​ດັງ​ຄື​ກັນ​ກັບ NBA ຢ່າງ​ແທ້​ຈິງ, ຍັງ​ຕ້ອງ​ເດີນທາງ​ອັນ​ຍາວ​ໄກ. ​ໃນ​ດ້ານ​ກະຕິ​ກາ​ການ​ແຂ່ງຂັນ ການ​ພັດ​ທະ​ນາ​ຕະຫຼາດ​ແລະ​ຜົນ​ສະ​ທ້ອນ​ສາກົນ​ ຍັງ​ມີຫຼາຍສິ່ງຫຼາຍຢ່າງ​ຕ້ອງ​ປັບປຸງ. ​ເຊື່ອ​ວ່າ ​ເມື່ອ​ໄດ້​ປັບ​ປຸງ​ໃຫ້​ສົມບູນ​ແລ້ວ, ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະສົມລະດັບ​ເໜືອ​ຊັ້ນຂອງຈີນ​ຍ່ອມ​ຈະ​ມີ​ຜົນ​ສະ​ທ້ອນ​ສາ​ກົນ​ຢ່າງ​ກວ້າງ​ຂວາງ​ກວ່າ​ເກົ່າ​ເປັນ​​ເທື່ອ​ລະກ້າວ, ສ້າງ​ຍີ່​ຫໍ້​ທີ່​ຊື່​ດັງ​​ແລະ​ລ້ຳ​ເລີດ​ໃນ​ສາກົນ.