ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-06 17:55:33    
ແຟນບານ​ເຕະ​ຈີນ​ສົນ​ໃຈ​ນຳ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ທີ່​​ເຢຍ​ລະ​ມັນ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ. ຄຽງ​ຄູ່​ກັບ​ລາຍການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​​ "ໄຕ້​ຫວັນ--​ເກາະ​ປະ​ເສີດ​ຂອງ​ຈີນ" ​ໄດ້​ສິ້ນ​ສຸດ​ລົງ, ລາຍການ​ໂລກ​ກິລາ​ກໍ່​ໄດ້​ວຽນມາ​ພົບ​ກັບ​ທ່ານ​ອີກ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຫວ່າງ​ມໍ່ໆ​ນີ້ ພິທີ​ຈົກ​ສະຫຼາກ​ແບ່ງ​ສາຍຂອງ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ທີ່​ຈະ​ຈັດ​ຂຶ້ນຢູ່​ເຢຍລະ​ມັນ​ໃນ​ປີ 2006 ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​​​ໄລ​ບຊິກ​ແຫ່ງ​ເຢຍລະ​ມັນ. ​ເຖິງ​ວ່າ​ທີ​ມຈີນ​ບໍ່​ໄດ້​ສິດ​ອອກ​ສາຍ​ໃນ​ການ​ແຂ່ງຂັນ​ຮອບ​ຄັດ​ເລືອກ​ກໍ່ຕາມ, ​ແຕ່​ຄົນ​ຈີນ​ກໍ່​ຍັງ​ເຕັມ​ໄປ​ດ້ວຍ​ຄວາມ​ຈູບ​ຈ້າວ​ຕໍ່ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ທີ່ເຢຍລະ​ມັນ​ຢູ່​ຄື​ເກົ່າ. ​ໃນ​ລາຍການ​ໂລກ​ກິລາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບສຽງທີ່​ພາດ​ຫົວ​ເລື່ອງ​ວ່າ: ​ແຟນບານ​ເຕະ​ຈີນ​ສົນ​ໃຈ​ນຳ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ເຢຍລະ​ມັນ.

ວັນ​ທີ 9 ທັນວາ ພິທີ​ຈົກ​ສະຫຼາກ​ແບ່ງສາຍຂອງ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ປີ 2006 ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ໄລ​ບຊິກ​ແຫ່ງ​ເຢຍລະ​ມັນ, ຜ່ານ​ການ​ຈົກ​ສະຫຼາກ, ທີ​ມບານ​ເຕະ 32 ທີ​ມທີ່​ຈະ​ເຂົ້າຮ່ວມ​ການ​ແຂ່ງຂັນ​ໄດ້​ຖືກ​ແບ່ງ​ອອກ​ເປັນ 8 ສາຍ. ​ເຖິງ​ວ່າ​ທີ​ມຈີນ​ໄດ້​ຕົກ​ຮອບ​ ​ໃນ​ການ​ແຂ່ງຂັນ​ຮອບ​ຄັດ​ເລືອກ​ເຂດ​ອາຊີ​ໃນ​ປີ​ກາຍ​ກໍ່ຕາມ, ​ແຕ່​ແຟນບານ​ເຕະ​ຈີນ​ຍັງ​ຄົງ​ສົນ​ໃຈ​ນຳ​ການ​ຈົກ​ສະຫຼາກ​ເທື່ອ​ນີ້​ດ້ວຍ​ຄວາມ​ຈູບ​ຈ້າວ​ຫ້າວຫັນທີ່​ສຸດ, ສົນ​ໃຈ​ນຳ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີໜ້າ.

ການ​ຈົກ​ສະຫຼາກ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ກາງຄືນ​ວັນ​ທີ 10 ທັນວາ​ເວລາ​ປັກ​ກິ່ງ, ​ແຕ່​ກໍ່​ມີ​ແຟນ​ບານ​ເຕະ​ຈີນ​ນັບ​ລ້ານ​ຄົນອົດຫຼັບອົດ​ນອນ​ເພື່ອ​ເບິ່ງ​ລາຍການ​ຖ່າຍ​ທອດ​ສົດ​ພິທີ​ຈົກ​ສະ​ຫຼາກ​ທາງໂທລະພາບ. ຍັງ​ມີ​ແຟນບານ​ເຕະ​ຈີນ​ຈຳນວນຫຼວງຫຼາຍທີ່​ບໍ່​ໄດ້​ເບີ່​ງການຖ່າຍ​ທອດ​ສົດ​ນັ້ນ ​ເມື່ອ​ຕື່ນ​ນອນ​​ໃນ​ຕອນ​ເຊົ້າວັນ​ທີ 10 ແລ້ວກໍ່​ເປີດ​​ເບິ່ງໂທລະພາບ ຫຼືຟັງວິທະຍຸ​ຫຼື​ເບິ່ງອິນ​ເທີ​ເນັດ​ໃນ​ທັນທີ​ ເພື່ອ​ຊອກ​ຮູ້​ຜົນ​ການ​ຈົກ​ສະຫຼາກ. ທ້າວ​ລິນ​ເຟິງ ນັກສຶກສາມະຫາ​ວິທະຍາ​ໄລ​ການ​ກິລາ​ຊຽງ​ໄຮ້ທັງ​ເປັນ​ແຟນບານ​ເຕະ​ເວົ້າວ່າ: ຫຼັງຈາກ​ຂ້າພະ​ເຈົ້າຕື່ນ​ນອນ​ໃນ​ຕອນ​ເຊົ້າມື້ນັ້ນ​ແລ້ວ ​ເລື່ອງ​ທຳ​ອິດກໍ່​ແມ່ນ​ເບິ່ງ​ອິນ​ເທີ​ເນັດ​ເພື່ອ​ຊອກ​ຮູ້​ຜົນ​ການ​ຈົກ​ສະຫຼາກ, ຈົນ​ບໍ່​ທັນ​ໄດ້​ຖູ​​ແຂ້ວ.

ຈີນ​ແມ່ນ​ປະ​ເທດ​ໃຫຍ່​ດ້ານບານ​ປິ່ງ​ປ່ອງ, ​ແຕ່​ທີ່​ຈິງ​ແລ້ວ, ​ແຟນກິລາ​ຈີນ​ມີ​ຄວາມ​ຈູບ​ຈ້າວ​ຕໍ່​ບານ​ເຕະ​ຍິ່ງ​ກວ່າ​ບານ​ປິ່ງ​ປ່ອງຫຼາຍ, ຈຳນວນ​ແຟນບານ​ເຕະ​ກໍ່ຫຼາຍກວ່າ​​ແຟນບານ​ປິ່ງ​ປ່ອງຕັ້ງຫຼວງຫຼາຍ​. ປັດຈຸບັນ, ບໍ່​ວ່າຢູ່​ເມືອງ​ໃຫຍ່ຫຼື​ເມືອງ​ຜ້ານ​ກາງ​ໃດໆ​ຂອງ​ຈີນ, ​ໃນ​ທ້າຍ​ສັບປະດາ ​ລ້ວນ​ແຕ່​ໄດ້​​ເບິ່ງການຖ່າຍ​ທອດ​ສົດ​ງານ​ແຂ່ງຂັນ​ບານ​ເຕະ​ 5 ປະ​ເພດ​ຂອງ​ເອີ​ລົບ, ​ໃນ​ນັ້ນ ງານ​ແຂ່ງຂັນ​ບານ​ເຕະ​ສາຍກ.ຂອງ​ອີ​ຕາ​ລີ​ແລະ​ພຼີ​ເມຍ​ລິກຂອງ​ອັງກິດ​ຍິ່ງໄດ້​ຮັບ​ຄວາມ​ນິຍົມ​ຈາກ​ແຟນບານ​ເຕະ​ຈີນ. ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ແລະ​ງານ​ແຂ່ງຂັນ​ບານ​ເຕະ​ຊິ​ງຊະນະ​ເລີດ​ເອີ​ລົບ​ທີ່​ບາ 4 ປີ​ຈັດ​ຂຶ້ນ​ເທື່ອ​ໜຶ່ງ​ຍິ່ງ​ກາຍ​ເປັນ​"ບຸນກາກ​ນາວາ​ນ" ຂອງ​ແຟນບານ​ເຕະ​ຈີນ. ບາງທີ​ມ​ເກັ່ງ​ດັ້ງ​ເດີມ​ໃນ​ໂລກ ​ເຊັ່ນ ​ທີ​ມເບຼຊິນ ທີ​ມອີ​ຕາລີ ທີ​ມອາກຊັງ​ຕິນ ທີ​ມ​ອັງກິດ​ແລະ​ທີ​ມ​ເຢຍລະ​ມັນ​, ຢູ່​ຈີນ​ລ້ວນ​ແຕ່​ມີ​ແຟນສະໜັບສະໜູນ​ເປັນ​ຈຳນວນຫຼວງຫຼາຍ.

​ໃນ​ມື້​ປະກາດຜົນ​ຈົກ​ສະຫຼາກນັ້ນ, ​ແຟນບານ​ເຕະ​ຈີນ​ຢ່າງຫຼວງຫຼາຍ​ໄດ້​ຜ່ານ​ອິນ​ເທີ​ເນັດ​ລະ​ບາຍ​ອາລົມ​ຂອງ​ຕົນ. ບົນ​ເວທີ​ປາ​ໄສ "ອິງ​ກະ​ແລນ​ຖາວອນ" ​ເຊິ່ງ​ແມ່ນ​ແຟນບານ​ເຕະ​ຈີນ​ທີ່​ນິຍົມ​ທີ​ມອັງກິດ​ເປັນ​ຜູ່​ຈັດຕັ້ງນັ້ນ ​ໄດ້​ເຕັມ​ໄປ​ດ້ວຍ​ບັນຍາກາດ​ດີ​ອົກ​ດີ​ໃຈ. ​ແຟນບານ​ເຕະ​ທັງ​ຫຼາຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ, ​ເທື່ອ​ນີ້ ທີ​ມອິງ​ກະ​ແລນ​ຈົກໄດ້​ສະຫຼາກດີ​ທີ່​ສຸດ, ມີ​ອະນາຄົດ​ອັນ​ສະຫວ່າງ​ສະ​ໄຫວ​ທີ່​ຈະ​ບຸກ​ເຂົ້າຮອບ 4 ທີ​ມ​ເກັ່ງ. ກົງກັນຂ້າມ, ​ແຟນທີ່​ສະໜັບສະໜູນ​ທີ​ມອາກ​ຊັງ​ຕິນພັດຮູ້​ສຶກອຸກ​ອັ່ງຫຼາຍ, ​​ເນື່ອງ​ຈາກ​ທີ​ມອາກຊັງ​ຕິນຖືກ​ແບ່ງ​ເຂົ້າ​ໃນ​ "ຈຸ​ແຫ່ງ​ຄວາມ​ຕາຍ" ​ສອງ​ເທື່ອ​ລຽນຕິດຖັດຈາກງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ທີ່​ຈັດ​ຂຶ້ນຢູ່​ສາທາລະນະ​ລັດ​ເກົາຫຼີ​ແລະ​ຍີ່ປຸ່ນ.

​ເນື່ອງ​ຈາກ​ແຟນບານ​ເຕະ​ຈີນ​ສົນ​ໃຈ​ຫຼາຍນຳ​ງານ​ແຂ່ງຂັນ​ບານ​​ເຕະ​ຊິງ​ຂັນ​ໂລກ, ສະ​ນັ້ນ ​ເລື່ອງ​ທີ່ສື່​ມວນ​ຊົນ​ດ້ານ​ກິລາຂອງ​ຈີນຕ້ອງ​ເຮັດນັ້ນ​ກໍ່​ແມ່ນ​ເພີ່ມ​ທະວີ​ການລາຍ​ງານຂ່າວກ່ຽວ​ກັງ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ. ປີໜ້າ ​ໂທລະພາບສູນ​ກາງ​ຈີນຫຼື CCTV ຈະ​ຖ່າຍ​ທອດ​ສົດ​ການ​ແຂ່ງຂັນທັງ​ໝົດ 64 ນັດ​ຂອງ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກທີ່​ເຢຍລະ​ມັນ, ຍອດ​ຈຳນວນ​ເວລາ​ການຖ່າຍ​ທອດ​ສົດຂອງ CCTV ​​ໃນ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ງານ​ແຂ່ງຂັນ​ບານ​ເຕະຊິງ​ຂັນ​ໂລກ ຈະ​ລື່ນ​ກາຍ 450 ຊົ່ວ​ໂມງ. ​ຄາດ​ວ່າ ໃນ​ປີໜ້າ, ສື່​ມວນ​ຊົນແຫ່ງ​ຕ່າງໆ​ຂອງ​ຈີນ​ຈະ​ແຕ່ງ​ນັກ​ຂ່າວ​ລື່ນ​ກາຍ 300 ຄົນ​ໄປ​​ເອົາ​ຂ່າວ​ໃນ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ.

ໜັງສືພິມ "​ເປິ​ຍຈິ່ງ​ວານ​ປ້າວ" ​ແມ່ນໜັງສືພິມ​ທ້ອງ​ຖິ່ນ​ທີ່​ພິມ​ຈຳໜ່າຍຫຼາຍກວ່າ​ໝູ່ຢູ່​ປັກ​ກິ່ງ, ​ໃນ​ເວລາ​ໃຫ້​ສຳພາດ​ຂ່າວ ທ່າ​ນລີ​ຮຸ້ຍມິນ ບັນນາທິການ​ໃຫຍ່​ພະ​ແນ​ກກິລາ​ຂອງ​ໜັງສືພິມ​ດັ່ງກ່າວ​ກ່າວ​ວ່າ, ​ໃນ​ໄລຍະ​ຈັດ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​​ໃນປີໜ້າ, ຄໍ​ລຳກິລາຂອງ​ໜັງສືພິມ​ດັ່ງກ່າວ​ຈະ​ຂະຫຍາຍອອກ​ຢ່າງ​ແນ່ນອນ, ທ່ານ​ເວົ້າວ່າ: ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ທຸກ​ຄັ້ງກ່ອນ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ຈາກ​ແຟນບານ​ເຕະ​ຈີນ, ສະນັ້ນ ​ໃນ​ປີໜ້າ ພວກ​ຂ້າພະ​ເຈົ້າຈະ​ແຕ່ງ​ນັກ​ຂ່າວກິລາ 3 ຄົນ​ໄປ​ເອົາ​ຂ່າວ​ຢູ່​ເຢຍລະ​ມັນ. ນອກ​ນີ້, ປີໜ້າ ຄໍ​ລຳ​ກິລາ​ຂອງ​ພວກ​ຂ້າພະ​ເຈົ້າຈະ​ຂະຫຍາຍ​ອອກຢ່າງ​ແນ່ນອນ.

ຕາມ​ບຸກຄົນວົງ​ການ​ສື່​ມວນ​ຊົນ​ແລະ​ຂະ​ແໜງ​ການໂຄສະນາ​ຂອງຈີນ​ຄາດ​ຄະ​ເນ​ວ່າ, ຍ້ອນ​ແຟນບານ​ຂອງຈີນ​ມີ​ຄວາມ​ຈູບ​ຈ້າວ​ທີ່​ສຸດ​ຕໍ່​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ, ສະນັ້ນ ສາມາດ​​ເຫັນ​ໄດ້​ວ່າ, ​ໃນ​ໄລຍະ​ງານ​​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ທີ່ເຢຍລະ​ມັນ​ທີ່​ຈະຈັດ​ຂຶ້ນ​ໃນ​ລະດູ​ຮ້ອນປີໜ້າ, ສື່​ມວນ​ຊົນ​ໃຫຍ່​ຕ່າງໆ​ຂອງ​ຈີນ​ຍ່ອມ​ຈະ​ໄດ້​ຮັບ​ຜົນ​​ໃນດ້ານ​ເສດຖະກິດ, ມີ​ຂ່າວ​ລາຍ​ງານ​ວ່າ, ບໍລິສັດ​​ໄຊ​ນາ​ໂມ​ບິ​ວ ຫຼືCHINA MOBILE ​ເຊິ່ງ​ແມ່ນບໍລິສັດທຸລະກິດ​ໂທລະສັບ​ມື​ຖື​ທີ່ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ໄດ້​ອອກ​ທຶນ 100 ລ້ານ​ຢວນ, ກາຍ​ເປັນ​ບໍລິສັດສະໜັບສະໜູນ​ພຽງ​ບໍ່​ລິ​ສັດດຽວ​ຂອງ CCTV ໃນ​ການຖ່າຍ​ທອດ​ສົດ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ປີ 2006.

ຄວາມ​ຈູບ​ຈ້າວ​ຂອງ​ແຟນບານ​ເຕະຈີນ​ທີ່​ມີຕໍ່​ງານ​​ແຂ່ງຂັນ​ຊິງຂັນ​ໂລກທີ່​ເຢຍລະ​ມັນ, ​ຍັງໄດ້​ພົວພັນ​ກັບ​ຂະ​ແໜງ​ການທ່ອງທ່ຽວ, ການ​ໄປ​​ຊົມ​ເບິ່ງການ​ແຂ່ງຂັນ​ຢູ່​ກັບ​ບ່ອນ​ໄດ້​ກາຍ​ເປັນຄວາມ​ຝັນ​ຂອງ​ແຟນບານ​ເຕະ​ຈີນ​ຈຳນວນ​ບໍ່​ໜ້ອຍ. ປັດຈຸບັນ ມີ​ແຟນບານຢ່າງຫຼວງຫຼາຍພວມ​ຕິດ​ຕໍ່​ກັບ​ບໍລິສັດ​ທ່ອງ​ທ່ຽວ, ຫວັງ​ຢາກ​ໄປ​ທ່ອງ​ທ່ຽວ ຊົມ​ເບິ່ງ​ການ​ແຂ່ງຂັນ​ຢູ່​ເຢຍລະ​ມັນ​ໃນ​ລະດູ​ຮ້ອນ​ປີໜ້າ.

ຄວາມ​ຈູບ​ຈ້າວ​ຕໍ່ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ຂອງ​ຈີນ​ບໍ່​ພຽງ​ແຕ່ໄດ້​ຊັກຈູງ​ຂະ​ແໜງ​ການ​ທ່ອງທ່ຽວ​ເທົ່າ​ນັ້ນ, ​ຍັງ​ໄດ້ຊັກຈູງ​ຂະ​ແໜງ​ການ​ອື່ນໆ​ອີກ. ຫວ່າງ​ມໍ່ໆ​ນີ້ ທ່ານ​ເວິ້ຍຈີ​ສຽງ ຮອງ​ຫົວໜ້າ​ສູນ​ຫວຍ​ກິລາຂອງ​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ໃນ​ໄລຍະ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ໃນ​ປີໜ້າ, ສູນ​ຫວຍ​ກິລາ​ຈະ​ຈັດການ​ເຄື່ອນ​ໄຫວ​​ແຂ່ງຂັນ​ແທງຫວຍສຳລັບ​ງານ​ແຂ່ງຂັນ​ຊິງຂັນ​ໂລກ​ຢ່າງແນ່ນອນ.

ຂະ​ແໜງ​ການກິນ​ດື່ມ​ໃນ​ຕົວ​ເມືອງ​ຂອງ​ຈີນ​ກໍ່​ພວມ​ທຳ​ການ​ກະກຽມ, ຄື​ກັນ​ກັບຫຼາຍປະ​ເທດ​ເອີ​ລົບ, ການ​ໄປ​ເບິ່ງ​ການ​ແຂ່ງຂັນ​ບານ​ເຕະ​ຢູ່​​ໃນບາ​ກໍ່ໄດ້​ກາຍ​ເປັນ​ຮູບແບບ​ຢ່ອນອາລົມທີ່​ແຟນບານ​ເຕະ​ຈີນ​ນິຍົມກັນ. ຖະໜົນ​ໂຮ້ວ​ໄຫ​ແມ່ນ​ຖະໜົນ​ບາ​ສາຍ​ໜຶ່ງ​ທີ່​ມີ​ຊື່ສຽງຢູ່​ປັກ​ກິ່ງ, ປັດຈຸບັນ ບາ​ຈຳນວນ​ໜຶ່ງ​ຢູ່​ບໍລິ​ເວນ​ນີ້​ພວມ​ຂະຫຍາຍ​ສ້າງ, ເຖົ້າ​ແກ່​ຮ້ານບາ​ຜູ່​ໜຶ່ງ​ແນະນຳ​ວ່າ, ງານ​ແຂ່ງຂັນ​ບານ​ເຕະ​ທີ່ເຢຍລະ​ມັນ​ໃນ​ປີໜ້າ​ຈະ​ເປັນ​ຈຸດ​ໜັກ​ຂອງ​ການ​ທຸລະ​ກິດ​ໃນ​ໝົດ​ປີ​ຂອງ​ພວກ​ເຂົາ​ເຈົ້າ, ຮອດ​ເວລາ​ນັ້ນ ພວກ​ເຂົາ​ເຈົ້າຈະ​ອຳນວຍ​ການ​ບໍລິການ​ຕ່າງໆ​ທີ່​ກ່ຽວພັນ​ກັບງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ, ​ເພື່ອ​ດຶງ​ດູດ​ແຟນບານ​ເຕະ​ມາ​ອຸດ​ໜູນ.