ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-06 21:28:08    
"ວັນ​ສັດ"ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ(ສຽງ)

cri

ກ່ອນ​ອື່ນ​ໝົດ​,ພາ​ທ່ານ​​ໄປ​ຊົມ​ວັນ​ຊ້າງ​ຂອງ​ໄທ.​​ເມືອງສຸຣິນ​ຈາກ​ບັງ​ກອກ ໄປທິດຕາ​ເວັນ​ອອກ ປະມານ450ກິ​ໂລ​ແມັດ,ຢູ່​ເມືອງ​ສຸຣິນ ປີ​​​ໃດ​ກໍ່​ຈະ​ຈັດ​ບຸນ​ຊ້າງ​​ເທື່ອ​ໜຶ່ງ.​ເມືອງສຸຣິນ ​ເຄີຍ​ແມ່ນ​​ໃ​ຈກາງຂອງ​ສະຫຍາມ​ຂວາ,ຖືກ​ເອີ້ນ​ເປັນ"​ເມືອງຊ້າງ".ວັນ​ຊ້າງ​ຈັດ​ໃນວັນສຸດ​ສັບປະດາ​ທີ3​ຂອງ​​ເດືອນ​ພະຈິກ​​ທຸກ​ໆ​ປີ,ຄົນ​ທັງຫຼາຍ​ເລືອກ​ເອົາ​ຊ້າງ​ທີ່​ມີ​ຮ່າງກາຍ"ສວຍ​ງານ​"ແລະມີ​ສຸຂະພາບ"​​ແຂງ​ແຮງ"ທີ່​ສຸດ.​​​ແລ້ວໃສ່​​ໂຣປີ້​ແລະ​ຜ້າຄຸມ​ໃຫ້​ພວກ​ເຂົາ​ເຈົ້າ,​ແຂວນ​ກະດິງ​ນ້ອຍໆ,​ແຕ່ງ​ໜ້າ​​ແຕ່ງ​ຕາ ​ແລ້ວ​ໄປ​ເຂົ້າ​ຮ່ວມ​ພິທີ​ສະຫຼອງ​ວັນ​ຊ້າງ.​ການເຄື່ອນ​ໄຫວສະຫຼອງ ​ເລີ່ມ​ແຕ່​ການ​ສຳ​ຫຼວດ​ແຖວ​ຊ້າງ​ລົບ,ທະຫານ​ອົງຄະລັກ​ອັນ​ສະຫງ່າ​ຜ່າ​​ເຜີຍຖື​ໝວກເຫັຼກ​​ໃສ່ເສື້ອ​ເກາະ,ຈັບ​ຫຼາວ​ຖືດາບ ຂີ່​ຢູ່​ເທິງ​ສັນຫຼັງ​ຂອງ​ຊ້າງ​ລົບ, ​ເພື່ອ​ສະ​ແດງ ສະພາບ​ໜ້າ​ເກງ​ຂາມ​ຂອງ​ປະຊາຊົນ​ໄທ​ຍາດ​ແຍ່ງ​ເອກະລາດ​ໃນ​ສະຕະວັດ​ທີ12.

ການ​ເຄື່ອນ​ໄຫວ​ໃນ​ວັນ​ດັ່ງກ່າວແມ່ນ​ການສະ​ແດງ​ການເຝິກ​ຊ້າງ,ຊ້າງ​ຕ້ອງ​ສະ​ແດງ​ອີ​ລີ​ຍາ​ບົດ​ທີ່​ຍາກອອກ​ແຮງ​ງານ​ໜັກ​,​ແລະ​ປະ​ກວດ​ຄວາມ​ໄຫວ​ພິມ​ຂອງຮ່າງ​ກາຍ.​ເມື່ອ​ຮອດ​ຕອນ​ຄ່ຳ,ຄົນ​ທັງຫຼາຍ​ກໍ​ຈູດກອງ​ໄຟ,​ເອົາ​ອາຫານ​ທີ່​ອຸດົມ​ສົມ​ບູນມາ​ລ້ຽງຍ້ອງຍໍ​ພວກ​ຊ້າງ.

ຖັກ​ມາ​ເຊີນ​ທ່ານໄປ​ອິນ​ເດຍນຳ​ພວກ​ເຮົາ.ຢູ່​ບ້ານຊີ​ລາ​ທີ່​ຫ່າງ​ຈາກ​ບອມ​ເບ160​ກິ​ໂລ​ແມັດ,​ໃນ​ວັນ​ທີ8​ສິງຫາ​ທຸກໆ​ປີ​ກໍ່​ຈະ​ຈັດ​ວັນ​ງູ.ກ່ອນ​ໜ້າ​ວັນງູ,​ ບັນດາ​ແມ່​ຍາແມ່ຍິງ​ອາບ​ນ້ຳປ່ຽນ​ຖ່າຍຊຸດ,ປັດ​ກວາດ​ເດີ່ນບ້ານ,ອະທິຖານຢ່າງ​ສັດທາ,​ສ່ວນຜູ້​ຊາຍ​ກໍ່​ໄປ​ທົ່ງ​ນາ​ຈັບ​ງູ.​ຕອນ​ເຊົ້າ​ວັນ​ງູ,ຄົນ​ທັງຫຼາຍຊູ​ທຸງ​ສີ​,​ເປົ່າ​​ແກ​ຫອຍ,ຕີ​ຄ້ອງຕີ​ກອງ,​​ເດີນ​ຂະ​ບວນ​ໄປ​ວັດວາອາ​ຮາມ​ຢູ່​ບົນ​ເດີ່ນ.​ໃນ​ດິນ​ຫວ່າງ​ເບື້ອງ​ໜ້າ​ວັດ,ຄົນ​ທັງຫຼາຍ​ປ່ອຍ​ງູ​ທີ່​ຈັບ​ຢູ່​ທົ່ງ​ນາ​ອອກ​ຈາກ​ກະປຸກ.

ບາງ​ຄົນ​ຂາບ​ໄຫວ້​ຕໍ່​ງູ,ບາງ​ຄົນ​ຮ້ອງ​​ໄຫ້​ຕໍ່​ງູ,ບາງ​ຄົນ​ເວົ້າ​ຢ່າງ​ມິດໆ​ກັບ​ງູ,ບາງ​ຄົນ​ເອົາ​ດອກ​​ໄມ້​ປັດ​ຫົວ​ງູ​ຢ່າງ​ເບົາໆ,ຍັງ​ມີ​ບາງ​ຄົນ​​ເອົາ​ແປ້ງ​ຫ​ອມສາດ​ໃສ່​ຕົວ​ຄີງ ​ ​ງູ.​ສິ່ງ​ແປກ​ປະຫຼາດ​ແມ່ນ,​ເມື່ອ​ຮອດ​ເວລາ​ນີ້,ນິດ​​ໄສ​ໂຫດຮ້າຍ​ຂອງ​ງູ​ປ່າ​ ກໍ່​ຫາຍ​ໄປ​ໝົດ​ແລ້ວ,ພັດ​ໃຫ້​ຄົນລູບຄຳ​ດ້ວຍ​ອາລົມ​ອ່ອນ​ມວນ.​ເມື່ອ​ວັນ​ງູ​ສິ້ນ​ສຸດ​ແລ້ວ,ງູ​ເຫຼົ່າ​ນີ້​ກໍ່​ຖືກ​ປ່ອຍ​​ເຂົ້າ​ທົ່ງ​ເຂົ້າ​ປ່າ​ໝົດ,ນິດ​ໃສ​ໂຫດຮ້າຍ​ຂອງ​ງູ​ກໍ່​ຟື້ນ​ຟູ​ຄືແຕ່​ກ່ອນ​​ເລີຍ.

ຕໍ່​ໄປ,​ໃຫ້​ພວກ​ເຮົາ​ໄປ​ຊົມ​ວັນ​ລີງ​ຂອງ​ອິນ​ໂດ​ເນ​ເຊຍ.​​ໄທບ້ານໄທ​ເມືອງຢູ່ພາກ​ເໜືອຂອງ​ເກາະ​ເຄລີ​​ແມນ​​ແທນ​ ອິນ​ໂດ​ເນ​ເຊຍ​ມັກ​ລີງ​ຫຼາຍ,ດັ່ງ​ນັ້ນ​ກໍ່​ໄດ້ຕັ້ງ​ວັນ​ທີ7​ກໍລະກົດ​ຂອງ​ແຕ່ລະ​ປີ​​ເປັນ"ວັນ​ລີງ".​ໃນ​ຕອນ​ເຊົ້າວັນ​ດັ່ງກ່າວ​, ພວກ​ເຂົາ​ເຈົ້າກໍ່​​ໄດ້ເອົາລູກ​ກວາດ,ໝາກ​​ໄມ້,​ເຂົ້າໜົມ​​ແລະ​ເຄື່ອງ​ເສບ​ພື້ນ​ເມືອງ​ທີ່​ໄດ້​ກຽມພ້ອມ​​ແລ້ວນັ້ນ,ມາ​ຮອດ​ບ່ອນ​ທີ່​ມີ​ໂຕລີງຫຼາຍ.ພວກ​ລີງ​ທັງກະ​ໂດດ​ໂລດ​ເຕັ້ນຍາດ​ກິນອາຫານ​ທີ່​ຄົນ​ທັງ​ຫຼາຍ​​ເອົາໃຫ້,ທັງ​ຟັງ​ດົນຕີ​ທີ່​ເສບ​ໃຫ້​ພວກ​ເຂົາ​ເຈົ້າ​ເປັນ​ພິ​ເສດ,​ ​ສະ​ເຫວີຍ​ສຸກຄວາມ​ເບີກບານ​ມ່ວນ​ຊື່ນ​ໃນ​ວັນ​ບຸນ​.

ອົສຕຼາລີ​ແມ່ນ​ປະ​ເທດທີ່ມີ​ແກະ​ຫຼາຍ.ວັນ​ທີ8​ພະຈິກ​ທຸກໆ​ປີ​ແມ່ນ​ວັນ​ແກະ​ຂອງ​ລັດ​ວິກ​ໂທ​ເຣຍ​ອົສຕຼາລີ.​ ​ເວລາ​ນັ້ນ,ຜູ້​ລ້ຽງ​ແກະກໍຈູດ​ໝາກກະ​ໂພ​ກ​ ​ ເພື່ອ​ໄລ່​ຜີໃຫ້​ຝູງ​ແກະ,​ທັງກ່າວ"ຄຳ​ອວຍພອນ​​ໃນ​ວັນ​ບຸນ",​ແລ້ວ​ພາ​ຝູງ​ແກະ​ໄປ​ບ່ອນ​ທີ່​ມີ​ນ້ຳ​ຫຼາຍມີ​ຫຍ້າງາມ,​ໃຫ້​ພວກ​ເຂົາ​ເຈົ້າ​ກິນ​​ຢ່າງ​ສະນຸກ​ສະໜາ​ນ.

ສຸດ​ທ້າຍ​ນີ້,ພວກ​ເຮົາຂໍ​ແນະນຳວັນ​ລວາ,​ເມື່ອທ່ານ​ໄດ້​ຟັງ​ແລ້ວ​ ອາດ​ຈະ​ສົນ​​ໃຈ​ນຳ​ເລື່ອງ​ແປກ​ໆ​ນີ້.ຢູ່​ຊູ​ດັງ,ວັນລວາ​ຂ​ອງ​ແຂວງ​ທະ​ເ​ລ​ແດງ​ແມ່ນ​ມື້​ສຸດ​ທ້າຍຂອງ​ເດືອນ​ເມສາ​ທຸກໆ​ປີ.​ເມື່ອ​ຮອດວັນ​ບຸນ​ດັ່ງກ່າວ,​​ໃນຕົວ​ເມືອງ​​ແລະ​ຊົນນະບົດ​ກໍ່​ລ້ວນ​ແຕ່​ຕິດ​ພາບ​ໂຄສະນາ​​​ກ່ຽວ​ກັບ​ລວາແລະ​ຄຳ​ຂວັນປົກ​ປັກ​ຮັກສາລວາ,​ເຈົ້າ​ຂອງ​ທຸກ​​ຫຼັງເຮືອນ​ຍັງ​​ໄດ້​ປະດັບ​ປະດາ​ລວາ​ຂອງ​​ໃຜລາວ,​ແລ້ວ​ຈູງ​ລວາ​ໄປ​​ເມືອງ​ນ້ອຍ​ ເຂົ້າ​ຮ່ວມ"ການ​ແຫ່​ຂະ​ບວນຢ່າງຂະໜາດ​ໃຫຍ່".

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,​ເມື່ອ​ໄດ້​ຮູ້ຈັກ​ວັນ​ສັດ​ທີ່​ແປກໆ​​ເຫຼົ່າ​ນີ້,ທ່ານກໍ​ຈະຮູ້ສຶກ​ໂລກ​ທີ່ພວກ​ເຮົາ​ດຳ​ລົງ​ຊີວິດ​ຢູ່​ນີ້ ຈັ່ງ​ແມ່ນ​ອຸດົມ​ສົມບູນ​ແທ້ໆ.​ແມ່ນ​ແລ້ວ,​ໜ່ວຍໂລກ​ທີ່​ກວ້າງຂວາງ​ນີ້,ມີ​ທຸກ​ສິ່ງ​ທຸກ​ຢ່າງ,ມະນຸດຄົນ​ເຮົາ​ກັບ​ສັດ​ ​ຕ່າງໆຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ,ຈັ່ງ​ແມ່ນ​ສະໜິດສະໜົມ​ກົມ​ກືນ​ກັນ​.ດັ່ງນັ້ນ,ທຸກ​ຄົນ​ກໍ່​ຄວນ​ຖະໜອມ​ພວກ​ສັດ,ອະນຸລັກ​ສິ່ງແວດ​ລ້ອມ​ທີ່​ພວກ​ເຮົາ​ດຳລົງ​ຄົງ​ຕົວ​ຢູ່,​ມີ​ແຕ່​ເຮັດ​ແນວ​ນີ້,ມະນຸດ​ຈິ່ງ​ມີ​ຊີວິດ​ການ​ເປັນ​ຢູ່ອັນ​ດີກ​ວ່າ​ເກົ່າ.​