ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-07 11:06:56    
ຈີນ​ສຳ​ເລັດ​ຜົນ​ໃນ​ການ​ທົດ​ລອງ​ເຝຶກ​ແອບ​ໝີ​ແພນ​ດາ​ພັນ​ທຽມ​ໄປ​ດຳ​ລົງ​ຊີ​ວິດ​ຢູ່​ທຳ​ມະ​ຊາດ​ໂຕ​ທຳ​ອິດ

cri
ຕາມຂ່າວສານຊິນຮວາ,ເມື່ອໄດ້ຝຶກແອບເປັນເວລາ3ປີແລ້ວ,ການທົດລອງຝຶກແອບ ໝີແພນດາພັນທຽມໄປດຳລົງຊີວິດຢູ່ທຳມະຊາດໂຕທຳອິດຂອງຈີນໄດ້ສຳເລັດຜົນ.

ຫວ່າງມໍ່ໆນີ້,ສູນຄົ້ນຄວ້າການອະນຸລັກໝີແພນດາຈີນທີ່ຕັ້ງຢູ່ໂວ້ລົງແຂວງເຊສວນຈີນ
ເຜີຍໃຫ້ຮູ້ວ່າ,ໝີແພນດາພັນທຽມຊື່"ຊຽງໆ"ແມ່ນໂຕທຳອິດໃນໂລກທີ່ໄດ້ຮັບການ
ຝຶກແອບໃຫ້ຫັນເປັນສັດປ່າ.ປັດຈຸບັນ,ມັນໄດ້ມີຄວາມສາມາດຢ່າງສົມບູນໃນດ້ານດຳ
ລົງຊີວິດຢູ່ທຳມະຊາດ.ໃນເດືອນເມສາປີ2005,ສູນດັ່ງກ່າວກໍໄດ້ເຊົາສະໜອງອາຫານ
ໃຫ້"ຊຽງໆ",ເພາະວ່າ,ມັນເລືອກສິ່ງແວດລ້ອມດຳລົງຊີວິດເອົາເອງໄດ້ແລ້ວ.

ຕາມໄດ້ຊາບ,ຕໍ່ໄປພາຍໜ້າ,ພະນັກງານຄົ້ນຄວ້າວິທະຍາສາດຈະຝຶກແອບໝີແພນດາ
"ຊຽງໆ"ໃຫ້ຮູ້ຈຳແນກສັດຕູທຳມະຊາດເທື່ອລະກ້າວ,ຍົກຄວາມສາມາດຂອງມັນໃນ
ດ້ານທຳຄວາມເຂົ້າໃຈກັນກັບໝີແພນດາປ່າໃຫ້ສູງຂຶ້ນ,ແລະຈະເລືອກເອົາເວລາອັນ
ເໝາະສົມປ່ອຍມັນກັບຄືນສູ່ທຳມະຊາດ.