|
 |
(GMT+08:00)
2006-02-07 14:12:28
|
 |
ບົດລາຍງານປະເມີນວຽກງານປ້ອງກັນຂອງອາເມລິກາຈະທຳທາຍການພົວພັນສອງປະເທດແລະກອງທັບຈີນອາເມລິກາ
cri
ຕາມຂ່າວສານຈີນ,ຫວ່າງມໍ່ໆນີ້,ທ່ານວາງຊິ່ນຈຸ້ນ ຜູ້ຊ່ຽວຊານການທະຫານຈີນຊີ້ອອກວ່າ,ບົດລາຍງານປະເມີນວຽກງານປ້ອງກັນຂອງອາເມລິກາຈະທຳລາຍ ການພົວພັນທີ່ມິລັກສະນະສ້າງສັນແລະໄດ້ມາບໍ່ງ່າຍລະຫວ່າງສອງປະເທດແລະ ສອງກອງທັບຈີນອາເມລິກາ.
ວັນທີ3ກຸມພາ,ກະຊວງປ້ອງກັນປະເທດອາເມລິກາໄດ້ປະກາດບົດລາຍງານປະເມີນວຽກງານປ້ອງກັນໃນສີ່ປີ,ບົດລາຍງານຖືຈີນເປັນປະເທດທີ່ຂົ່ມຂູ່ອາເມລິກາທາງການທະຫານຫຼາຍກວ່າໝູ່ໃນອະນາຄົດ.
ໃນເວລາໃຫ້ສຳພາດຕໍ່ນັກຂ່າວ,ທ່ານວາງຊິ່ນຈຸ້ນທີ່ເຮັດວຽກຢູ່ສະພາບັນດິດ ວິທະຍາສາດການທະຫານຈີນກ່າວວ່າ,ກະຊວງປ້ອງກັນປະເທດຂອງອາເມລິກາເວົ້າໂຍກການຂົ່ມຂູ່ຂອງຈີນ,ຈຸດປະສົງຕົວຈິງແມ່ນແນໃສ່ພາລະກິດອັນຍິ່ງໃຫຍ່ ແຫ່ງການໂຮມປະເທດເຂົ້າເປັນເອກະພາບກັນຂອງຈີນ.
ທ່ານວາງຊິ່ນຈຸ້ນວິເຄາະວ່າ,ຖ້າວ່າຈີນອາເມລິກາເປັນປໍລະປັກກັນຈະນຳເອົາຜົນຮ້າຍຢ້ອນຫຼັງອັນໜັກໜ່ອງມາສູ່ໂລກແລະຕົນເອງ,ຈີນບໍ່ມີຢາກເປັນປໍລະປັກກັນກັບອາເມລິກາ.ກະຊວງປ້ອງກັນປະເທດອາເມລີກາເວົ້າໂຍກການຂົ່ມຂູ່ດ້ານການທະຫານຂອງຈີນເປັນການໂຈມຕີການພັດທະນາໂດຍສັນຕິຂອງຈີນ,ທັງທຳລາຍຄວາມໄວ້ເນື້ອເຊື່ອໃຈແລະການຮ່ວມມືກັນລະຫວ່າງຈີນກັບອາເມລິກາທີ່ໄດ້ສ້າງຂຶ້ນໃນວຽກງານຂອງພາກພື້ນກໍຄືຂອງໂລກ.
|
|
|