ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-07 14:51:52    
ລະ​ດັບ​ການ​ສຶກ​ສາ​ຂອງ​ໄຕ້​ຫວັນ​ບໍ່​ມີ​ການ​ພົວ​ພັນ​ກັບ​ການ​ປົກ​ຄອງ​ແບບ​ລ່າ​ເມືອງ​ຂຶ້ນ​ຂອງ​ຍີ່​ປຸ່ນ

cri Author: shuo
ຕາມ​ຂ່າວສານ​ຈີນ:​ໂດຍ​ແນ​ໃສ່​ຖ້ອຍ​ຄວາມ​ຂອງ​ທ່ານ​ອາ​ໂຊ ທາ​ໂລ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນທີ່​ເວົ້າຍ້ອມ​ປະຫວັດການ​ຮຸກ​ຮານ​​ແລະ​ການ​ປົກຄອງ​ໄຕ້​ຫວັນ​ແບບ​ລ່າ​ເມື​ອງ​ຂຶ້ນຂອງ​ຍີ່​ປຸ່ນ,ພະ​ແນ​ກທີ່ກ່ຽວຂ້ອງ​ຂອງ​​​​ເກາະໄຕ້ຫວັນ​ຊີ້​ອອກ​ວ່າ,ລະດັບ​ການ​ສຶກສາ​ຂອງ​​ໄຕ້​ຫວັນ​ບໍ່​ມີ​ການພົວພັນ​ກັບ​ການ​ປົກຄອງ​ແບບ​ລ່າ​ເມືອງ​ຂຶ້ນຂອງ​ຍີ່ປຸ່ນ.

ວັນ​ທີ4​ກຸມພາ,ທ່ານ​ອາ​ໂຊ ທາ​ໂລ ກ່າວ​ວ່າ,ການ​ທີ່ໄຕ້​ຫວັນ​ມີ​ລະດັບ​ການ​ສຶກສາ​ຂ້ອນ​ຂ້າງ​ສູງ​ໃນ​ຊູ່​ມື້​ນີ້​ແມ່ນ​​ໄດ້​ປະ​ໂຫຍ​ດຈາກ​ການ​ປົກຄອງ​ແບບ​ລ່າ​ເມືອງ​ຂຶ້ນຂອງ​ຍີ່ປຸ່ນ.

​ສື່​ມວນ​ຊົນ​ໄຕ້​ຫວັນ​ລາຍ​ງານ​ວ່າ,​ຕໍ່ເລື່ອງນີ້,ພະ​ແນ​ກ​ການ​ສຶກສາ​ຂອງ​ໄຕ້​ຫວັນຊີ້​ອອກ​ວ່າ,​ໃນ​ເຄິ່ງສະຕະວັດທີ່​ຜ່ານ​ມາ,ກົດໝາຍ​ທີ່​ກ່ຽວຂ້ອງຂອງ​​ເກາະ​ໄຕ້​ຫວັນ​ຮັບປະກັນ​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ສຶກສາ,ບວກ​ກັບ​ທັດສະນະ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ສັງຄົມ​ໄຕ້​ຫວັນ​ເອົາ​ໃຈ​ໃສ່​ນຳການ​ສຶກສາ​ຕໍ່​ລູກຫຼານ,ທັງ​ໝົດ​ເຫຼົ່ານີ້​ຈຶ່ງແມ່ນ​ສາ​ເຫດ​ແທ້​ຈິງ​ທີ່​ເຮັດ​ໃຫ້​ລະດັບ​ການ​ສຶກສາກວມ​ລວມ​ຂອງ​ໄຕ້​ຫວັນ​ສູງ​ຂຶ້ນ.