ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-07 15:01:30    
ອາ​ຟຼິກາ​ໃຕ້​ຈະ​ສ້າງ​ສະ​ໜາມ​ກິ​ລາ​ເພີ່ມ​5​ແຫ່ງ​ເພື່ອ​ຈັດ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ປີ​2010

cri
ຕາມ​ຂ່າວສານ​ຊີນ​ຮວາ,​ວັນ​ທີ6​ກຸມພາ​ເວລາ​ທ້ອງ​ຖິ່ນ,​ຢູ່​ເຄບທາວ ນະ ຄອນ​ຫຼວງ​ກົດ​ໝາຍ​ຂອງ​ອາ​ຟຼິກາ​ໃຕ້,​ເຈົ້າ​ໜ້າ​ທີ່​ກິລາ​ອາ​ຟຼິກາ​ໃຕ້​ເວົ້າ​ວ່າ,​ລັດ​ຖະ ບານ​ອາ​ຟຼິກາ​ໃຕ້​ກັບ​ສະ​ຫະ​ພັນ​ບານ​ເຕະ​ສາ​ກົນ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະ​ສັນ​ກັນ​ກ່ຽວ​ກັບ​ການຈັດ​ວາງ​ສະ​ໜາມ​ກິລາ​ຂອງ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ປີ​2010,​ອາ​ຟຼິກາ​ໃຕ້​ຈະ​ສະໜອງ​ສະ​ໜາມ​ກິລາ​10​ແຫ່ງ​ໃຫ້​ງານ​ແຂ່ງ​ຂັນ​ດັ່ງກ່າວ,​ໃນ​ນັ້ນ​ມີ5​ແຫ່ງ​ຈະ​ສ້າງ​ໃໝ່.

ເດືອນ​ພຶດສະພາ​ປີ2004,​ສະຫະ​ພັນ​ບານ​ເຕະ​ສາກົນ​ໄດ້​ກຳ​ນົດ​ອາ​ຟຼິກາ​ໃຕ້ ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ປີ​2010,​ໝາຍ​ຄວາມ​ວ່າ​ງານ​ແຂ່ງຂັນ​ບານ​ເຕະ​ທີ່​ມີ​ລະດັບ​ສູງ​ສຸດ​ໃນ​ໂລກຈະ​ຈັດຂຶ້ນ​ຢູ່​ແຜ່ນດິນ​ໃຫຍ່​ທະວີບ​ອາ​ຟຼິກາ​ເປັນ​ຄັ້ງ​ທຳ​ອິດ.