![]( /mmsource/images/2004/04/21/laba.gif)
ປັດຈຸບັນ,ຄ່າປິ່ນປົວແລະຄ່າຢາ ແພງໂພດແມ່ນຫົວຂໍ້ ຮ້ອນ ໃນສັງຄົມຈີນ,ຕາມການສຳຫຼວດຂອງກະຊວງສາທາລະນະສຸກຈີນ,ມີຄົນຫຼາຍກວ່າ80%ເຫັນວ່າ,ປັດຈຸບັນ,ອັດຕາຄ່າປິ່ນປົວກວມຍອດລາຍຈ່າຍໃນຄອບຄົວໄດ້ເພີ່ມຂຶ້ນສູງກວ່າ10ປີກ່ອນ. ຄ່າປິ່ນປົວແລະຄ່າຢາທີ່ນັບມື້ນັບແພງຂຶ້ນໄດ້ເຮັດໃຫ້ຄົນເຈັບຫຼາຍຄົນບໍ່ກ້າໄປປົວພະຍາດຢູ່ໂຮງໝໍ.ດ້ວຍເຫດນີ້,ປັດຈຸບັນ,ຈີນໄດ້ລົງມື້ແກ້ໄຂບັນຫານີ້ແລ້ວ.
ຖ້າເຈັບເບົາກໍອົດທົນໄວ້,ຖ້າເຈັບໜັກກໍຄອຍຖ້າມື້ຕາຍຢູ່ໃນເຮືອນ,ນີ້ແມ່ນວິທີຂອງປະຊາຊົນຈີນບໍ່ໜ້ອຍທີ່ມີລາຍໄດ້ຕ່ຳໃນການຮັບມື້ກັບຄ່າປິ່ນປົວທີ່ແພງໂພດ.ຕາມການສຳຫຼວດຂອງກະຊວງສາທາລະນະສຸກຈີນ,ຢູ່ຈີນ,ປະຊາຊົນປະມານເຄິ່ງໜຶ່ງຄວນໄປຫາໝໍແຕ່ບໍ່ໄປ,ມີ30%ຄວນນອນໂຮງໝໍແຕ່ບໍ່ນອນ. ມູນເຫດສຳຄັນທີ່ສຸດກໍແມ່ນ ຄ່າປິ່ນປົວແພງໂພດ.
ຄັນຊັ້ນ,ຢູ່ຈີນ,ເປັນຫຍັງໂຮງໝໍສ່ວນຫຼາຍເປັນຂອງລັດຖະບານ,ແຕ່ຄ່າປິ່ນປົວພັດແພງປານນັ້ນ? ມູນເຫດສຳຄັນອັນໜຶ່ງກໍແມ່ນບາງໂຮງໝໍສະແຫວງຫາຜົນກຳໄລດ້ານເສດຖະກິດຢ່າງຫຼັບຫູຫຼັບຕາ,ເຮັດໃຫ້ຄ່າຢາແລະຄ່າປິ່ນປົວຖີບສູງຂຶ້ນຢ່າງຕໍ່ເນື່ອງ.ນອກນີ້,ລັດຖະບານຈີນລົງທຶນບໍ່ພຽງພໍເຂົ້າໃນອົງການປິ່ນປົວຂອງລັດ,ກໍເຮັດໃຫ້ໂຮງໝໍສະແຫວງຫາປະສິດທິຜົນດ້ານເສດຖະກິດຫຼາຍກວ່າ.
ເພື່ອແກ້ໄຂບັນຫາທີ່ຄ່າປິ່ນປົວຂອງມວນຊົນແພງຫຼາຍ,ລັດຖະບານແລະພາກສ່ວນທີ່ກ່ຽວຂ້ອງຂອງຈີນກໍໄດ້ຊອກຫາຫຼາຍວິທີ,ພວມດຳເນີນການທົດລອງທີ່ມີປະໂຫຍດຈຳນວນໜຶ່ງ.ຕົວຢ່າງຄື,ຢູ່ບາງທ້ອງຖິ່ນເຊັ່ນນະຄອນປັກກິ່ງ,ເຂດຊິນຈ່ຽງແລະແຂວງເຈີ້ຈ່ຽງເປັນຕົ້ນ,ເລີ່ມທົດລອງສ້າງໂຮງໝໍທີ່ເກັບຄ່າຖືກ.ພາຍໃຕ້ການສະໜັບສະໜູນດ້ານການເງິນຂອງອົງການປົກຄອງ,ໂຮງໝໍເຫຼົ່ານີ້ໄດ້ພະຍາຍາມຫຼຸດຄ່າຢາແລະຄ່າປິ່ນປົວໃຫ້ໜ້ອຍລົງແລະບັນເທົາຄວາມຫາບແບກຂອງຄົນເຈັບ.
ໂຮງໝໍຊ້າງຕີ້ແມ່ນໂຮງໝໍທີ່ເກັບຄ່າຖືກແຫ່ງທຳອິດຂອງນະຄອນປັກກິ່ງ,ທ່ານນາງວາງຫຼິງ ຜູ່ອຳນວຍການໂຮງໝໍດັ່ງກ່າວຊີ້ອອກວ່າ,ຄ່າຢາໄດ້ກວມອັດຕາສ່ວນ ຫຼາຍ,ສະນັ້ນ,ພວກເຂົາເຈົ້າສຸດທີ່ເອົາໃຈໃສ່ນຳການເລືອກໃຊ້ຢຸກຢາທີ່ລາຄາຖືກເພື່ອຫຼຸດລາຍຈ່າຍດ້ານຄ່າຢາຂອງຄົນເຈັບ.ນາງເວົ້າວ່າ,
"ພວກເຮົາໄດ້ເລືອກເອົາຢຸກຢາທີ່ລາຄາຖືກທີ່ສຸດໃນຢາປະເພດດຽວແລະສອດຄ່ອງກັບກົດຂໍ້ກຳນົດຂອງລັດ.ພວກເຮົາຢາກພະຍາຍາມຫຼຸດຄວາມຫາບແບກຂອງຄົນເຈັບໃນໂຮງໝໍນີ້."
1 2
|