ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-07 19:26:54    
ຝ່າຍ​ຈີນ​ຫວັງ​ໃຫ້​ມະຕິ​ຂອງ​ IAEA ​ສາ​ມາດ​ຊ່ອຍ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ອີຣານ​ຢ່າງ​ເໝາະ​ສົມ​ໂດຍ​ໄວ​ພາຍ​ໃນ​ຂອບ​ຂອງ​ອົງ​ການດັ່ງ​ກ່າວ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 7 ກຸມພາ,ຢູ່​ປັກ​ກິ່ງ,ທ່ານ​ຂົງຊວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ວ່າ,ຝ່າຍ​ຈີນ​ຫວັງ​ໃຫ້​ມະຕິ​ຂອງຄະນະກຳມະການພິເສດອົງການ​ພະລັງງານ​ປະລະມານູ​ສາກົນ(ຄື IAEA)ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ອີຣານນັ້ນ​ສາມາດ​ຊ່ອຍ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ອີຣານຢ່າງ​ເໝາະ​ສົມ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້​ພາຍ​ໃນ​ຂອບຂອງ​ອົງການ​ດັ່ງກ່າວ.

ອາທິດ​ແລ້ວ​ນີ້,ຄະນະກຳມະການພິເສດຂອງ IAEA ​ໄດ້​ຈັດ​ກອງ​ປະຊຸມ​ດ່ວນ,​ໃນທີ່​ສຸດ,ຕົກລົງລາຍ​ງານ​ບັນຫາ​ນິວ​ເຄຼຍຂອງ​ອີຣານຕໍ່​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ.​ໃນ​ກອງ​ປະຊຸມ,ຈີນ​ໄດ້​ປ່ອນ​ບັດ​ເຫັນ​ດີ​ຕໍ່​ມະຕິ​ດັ່ງກ່າວ.​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ປະຈຳ,ທ່ານ​ຂົງຊວນ​ເວົ້າ​ວ່າ,ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ອີຣານ,ຝ່າຍ​ຈີນ​ມີ​ເຈດ​ຈຳນົງ​ຢ່າງ​ແຈ່ມ​ແຈ້ງ​ແລະ​ສະ​ເໝີ​ຕົ້ນ​ສະໝີ​ປາຍ​ໃຫ້​ຮັກສາ​ຄວາມ​ເຄັ່ງຂືມ​ແລະ​ອິດ​ທິພົນ​ຂອງ​ກົນ​ໄກ​ບໍ່​ແຜ່​ຂະຫຍາຍ​ນິວ​ເຄຼຍສາກົນ,ຫວັງ​ໃຫ້​ຜ່ານຈາກ​ການ​ເຈລະຈາທາງ​ການ​ທູດມາ​ແກ້​​ໄຂ​ບັນຫາ​ດັ່ງກ່າວ​ຢ່າງ​ເໝາະ​ສົມ.ຝ່າຍ​ຈີນ​ເຫັນ​ວ່າ,ປະ​ເທດທີ່​ເຊັນ"ສົນທິສັນຍາ​ວ່າ​ດ້ວຍ​ການ​ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ"ມີ​ສິດ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​​ໂດຍ​ສັນຕິ,ພ້ອມ​ກັນ​ນັ້ນ,ຍັງ​ຄວນ​ເຄົາລົບ​ພັນທະ​ຂອງ​ສົນທິສັນຍາ​ດັ່ງກ່າວ.