ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-08 14:15:38    
ປະຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່​ນຳ​ເຫດ​ການ​ຮູບ​ສຽດ​ສີ​ທີ່​ໝິ່ນ​ປະ​ໝາດ​ສາ​ສະ​ໜາ​ອິສ​ລາມ​ສືບ​ຕໍ່​ແຜ່​ລາມ

cri
ຕາມ​ຂ່າວCRI,ຄຽງ​ຄູ່​ກັບຊາວ​ມຸສລິ​ມຂອງ​ບາງ​ປະ​ເທດ​ສືບ​ຕໍ່​ປະທ້ວງ​ສື່​ມວນ​ຊົນ​ເອີ​ລົບ​ສ່ວນ​ໜຶ່ງ​ພິມ​ຮູບ​ສຽດ​ສີ​ພະ​ສາ​ສະ​ດາ​ໂມ​ຮາ​ມັດ ຜູ່​ຮູ້​ກ່ອນ​ຂອງ​ສາ​ສະ​ໜາ​ອິສ​ລາມ,ວັນ​ທີ​7​ກຸມ​ພາ,​ປະ​ຊາ​ຄົມໂລກ​ໄດ້ສະແດງຄວາມ​ເອົາ​ໃຈ​ໃສ່​ນຳ​ເຫດ​ການ​ດັ່ງ​ກ່າວ​ທີ່​ສືບ​ຕໍ່​ແຜ່​ລາມ.

ທ່ານ​ອານ​ນານ ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ,ທ່ານ​ໂຊ​ລາ​ນາ ຜູ່​ຕາງ​ໜ້າ​ຊັ້ນ​ສູງ​ທີ່​ຮັບ​ຜິດ​ຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແລະ​ຄວາມ​ປອດ​ໄພ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ແລະ​ທ່ານ​ອີ​ເຮີ​ຊັນອົກ​ລູ ​ເລຂາທິການ​ໃຫຍ່​ອົງການ​ກອງ​ປະ​ຊຸມ​ອິສ​ລາມ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ ​ສະ​ແດງ​ຄວາມ​ເຂົ້າ​ໃຈ​ຕໍ່​ຄວາມ​ຄຽດ​ແຄ້ນ​ຂອງ​ໂລກ​ມຸສ​ລິມ​ຍ້ອນ​ຖືກ​ບາດ​​ໃຈ.​ແຕ່​ຖະ​ແຫຼ​ງການ​ກ່າວ​ເນັ້ນ​ວ່າ,​ມີ​ແຕ່​ບັນ​ດາ​ຝ່າຍ​ຮັກ​ສາ​ຄວາມ​ອົດ​ກັ້ນໄວ້​ແລະ​ໃຈ​ເຢັນ,​ດຳ​ເນີນ​ການ​ສົນ​ທະ​ນາ​ກັນ​ລະ​ຫວ່າງ​ອາ​ລະ​ຍະ​ທຳ​ແລະ​ຄວາມ​​ເຊື່ອ​ຖື​ທີ່​ຕ່າງ​ກັນ,​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ຈິ່ງ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​​ເໝາະ​ສົມ.