ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-08 15:50:45    
[ເລົ່າ​ເລື່ອງ​ໝາ​ໃນປີ​ຈໍ]

cri Author: da


ວັນ​ທີ 29 ມັງ​ກອນ​ປີ​ນີ້​ແມ່ນ​ມື້ບຸນ​ກຸດ​ຈີນ. ຕາມ​ປະ​ຕິ​ທິນ​ດັ້ງ​ເດີມ​ຂອງ​ຈີນ, ຖື 12 ປີ​ເປັນ​ຮອບ​ໜຶ່ງ ​ແລະ​ກົງ​ກັບ​ 12 ນັກ​ສັດ, ​ເລີ່​ມ​ແຕ່​ວັນ​ທີ 29 ມັງ​ກອນ​ປີ​ນີ້​ເປັນ​ຕົ້ນ​ໄປ, ຈີນ​ກໍ່​ເຂົ້າ​ສູ່​ປີ​ຈໍ​ແລ້ວ, ຕາມ​ປະ​ເພນີ​ເດັກ​ທີ່​ເກີດ​ໃນ​ປີ​ນີ້ກົງ​ກັບ​ປີ​ຈໍ.ຕໍ່​ໄປ​ຈະ​ເລົ່າ​ເລື່ອງ​ 12 ​ນັກ​ສັດ​ກັບ​ໝາ.

12 ນັກສັດໝາຍ​ຄວາມ​ວ່າ ​ໃນ​ປະຕິທິນ​ຈີນ, ມີ​ສັດ 12 ປະ​ເພດ​ໝູນວຽນກັນ​ກົງ​ກັບ​ປີ​ໃດ​ປີ​ໜຶ່ງ, ສັດ 12 ປະ​ເພດ​ນີ້​ຕ່າງ​ແມ່ນ: ໜູ ງົວ ​ເສືອ ກະຕ່າຍ ມັງກອນ ງູ ມ້າ ​ແກະ ລິງ ​ໄກ່ ໝາ​ແລະ​ໝູ. ກ່ຽວ​ກັບ​ຄວາມ​ເປັນ​ມາ​​ທີ່ໃຊ້ 12 ນັກສັດມາ​ບັນທຶກ​ປີນັ້ນ ມີຄວາມ​ເວົ້າຫຼາຍຢ່າງຫຼາຍ​ແນວ, ບາງ​ຄົນ​ເຫັນ​ວ່າ ມັນ​​ໄດ້ຜົນ​ຈາກ​ການ​ເຊື່ອມ​ໂຍງ​ວິທີ​ບັນທຶກ​ປີ​ຂອງ​ຊົນ​ຊາດ​ຮັ້ນບູຮານ​ກັບ​ວິທີ​ບັນທຶກ​ປີ​ດ້ວຍ​ສັດ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ບົນ​ແຜ່ນດິນ​ຈີນ​ບູຮານ​ເຂົ້າດ້ວຍ​ກັນ; ບາງ​ຄົນ​ກໍ່​ເຫັນ​ວ່າ 12 ນັກສັດ​ແມ່ນ​​ເຜີຍແຜ່​​​ເຂົ້າມາຈາກ​ອິນ​ເດຍ. ​ໃນ​ນັ້ນມີ​ຄວາມ​​ເຫັນ​ຢ່າງ​ໜຶ່ງ​​ເຫັນວ່າ, ການ​ເລືອກ​ໃຊ້​ແລະ​ຈັດ​ລຳດັບ​ຂອງ 12 ນັກສັດ, ​ແມ່ນ​ກຳນົດ​ຕາມ​ລັກສະນະ​ການ​ເຄື່ອນ​ໄຫວ​ປະຈຳ​ວັນ​ຂອງ​ສັດ.​ເລີ່​ມ​ແຕ່ສະ​ໄໝລາຊະວົງ​ຮັ້ນກ່ອນ ຄ.ສ.ສະຕະວັດ​ທີ 3 ​ເປັນຕົ້ນມາ, ຈີນ​ກໍ່​ເລີ່​ມ​​ແບ່ງ​ເວລາ​ໃນມື້ໜຶ່ງ​ອອກ​ເປັນ 12 ຍາມ​​ແລ້ວ. ຍາມ​ເວລາ​ແຕ່​ຕອນ​ຄ່ຳ 11 ​ໂມງ​ຮອດ​ 1 ​ໂມງ​ກາງຄືນ, ​ໃນຍາມ​ນີ້​ໜູ​ເຄື່ອນ​ໄຫວຄຶກຄັກທີ່​ສຸດ, ລຽງ​ລຳດັບ​ຢູ່​ທີ​ໜຶ່ງ, ຄິດ​ຕາມ​ແບບ​ນີ້, ຍາມ​ເວລາ​ຕອນ​ຄ່ຳ 7 ​ໂມງ​ຮອດຕອນ​ຄ່ຳ 9 ​ໂມງ, ​ແມ່ນ​ຍາມ​ເວລາ​ທີ່​ໝາ​ເລີ່​ມ​ເຝົ້າຮັກສາ​ຢ່າງ​ຊື່ສັດ, ສະນັ້ນ ໝາ​ລຽງ​ລຳດັບ​ເປັນ​ທີ 11. ຄົນ​ບູຮານ​ເອົາ​ການ​ລຽງ​ລຳດັບ​ແບບ​ນີ້​ໃຊ້​ເຂົ້າ​ໃນ​ການ​ບັນທຶກ​ປີ, 12 ປີ​ເປັນ​ຮອບ​ໜຶ່ງ. ​ເນື່ອງ​ໃນ​ໂອກາດ​ປີ​ຈໍ​ໃກ້​ຈະ​ວຽນມາ​ເຖິງ​ນີ້, ພວກ​ເຮົາ​ມາ​ລົມ​ກັນ​ກ່ຽວ​ກັບ​ເລື່ອງ​ໝາ​ໃນ​ວັດທະນະທຳ​ຈີນ.

ໝາ​ແມ່ນ​ເພື່ອນ​ຂອງ​ມະນຸດ, ຢູ່​ຈີນ ຫົວ​​ເລື່ອງ​ກ່ຽວ​ກັບ​ໝາ​ມີຫຼາຍສີຫຼາຍ​ສັນ, ມ່ວນ​ແທ້ໆ.

ໝາ​ຖືກ​ຖື​ເປັນ​ສັດ​ທີ່​ຮູ້ຄວາມ​ຂອງ​ມະນຸດ, ​ໃນ​ສະ​ໄໝ​ບູຮານຫຼືຍຸກ​ປັດຈຸບັນ ຢູ່​ຈີນຫຼືຕ່າງປະ​ເທດ, ລ້ວນ​ແຕ່​ມີ​​ເລື່ອງ​​ກ່ຽວ​ກັບ​ໝາໄດ້ຖືກ​ເຜີຍ​ແຜ່ເລົ່າ​ລື​ກັນ ຕົວຢ່າງ​ຄື ໝາ​ກອບ​ກູ້​ ປົກ​ປ້ອງເຈົ້ານາຍ, ​ເຈົ້ານາຍ​ຕາຍ​ແລ້ວ​ໝາ​ກໍ່​ອົດ​ອາຫານ​ຈົນ​ຕາຍ​ໄປ​ນຳ​ ເຫຼົ່າ​ນີ້​ເປັນຕົ້ນ. ​ເຜົ່າ​ແມນ​ຈູ​ພາກ​ເໜືອ​ຈີນ​ໂຄລົບ​ໝາ​ຮັກ​ໝາ, ​ກໍ່ກ່ຽວພັນ​ເຖິງ​ນູ​ເອີ​ຮາ​ສຶ ບັນພະ​ບູລຸດຂອງ​ພວກ​ເຂົາເຈົ້າ.

ນູ​ເອີ​ຮາ​ສຶມີ​ຊີວິດ​ຢູ່​ລະຫວ່າງ​ທ້າຍ​ສະຕະວັດ​ທີ 16 ຮອດ​ຕົ້ນສະຕະວັດ​ທີ 17, ​ແມ່ນ​ຜູ່​ຕັ້ງຫຼັກປັກ​ຖານ​ລາຊະວົງ​ຊິ່ງ ​ເຊິ່ງ​ແມ່ນ​ລາຊະວົງ​ສັກດິນາ​ສຸດ​ທ້າຍ​ຂອງ​ຈີນ. ກ່ອນ​ລາຊະວົງ​ຊິ່ງ​ແມ່ນ​ລາຊະວົງ​ໝິງ. ຕາມ​ເວົ້າກັນ​ວ່າ, ນູ​ເອີ​ຮາ​ສຶ​ເຄີຍ​ຖືກ​ກອງ​ທະຫານ​ລາຊະວົງ​ໝິງ​ໄຫຼ່​ໂຈມ​ຕີ, ​ເພິ່ນ​ຂີ່​ມ້າ ນຳ​ໝາ​ສີ​ເຫຼືອງ​ໃຫຍ່​ໂຕ​ໜຶ່ງ​ທີ່​ຢູ່​ຮ່ວມ​ກັນ​ທຸກ​ມື້​ໂຕນ​ໜີ​, ​​ເພິ່ນ​ໜີ​ໄປ​ຮອດ​ໜ້າຜາ​ແຫ່ງ​ໜຶ່ງ ບໍ່​ມີ​ທາງ​ໜີແລ້ວ, ​ເລີຍ​ຊັກ​ມ້າ​ໂດດ​ລົງ​ຜາ. ຍ້ອນ​ມີ​ມ້າ​ຮອງ​ຢູ່​ຂ້າງ​ລຸ່ມ, ນູ​ເອີ​ຮາ​ສຶຈິ່ງບໍ່​ໄດ້ຕາຍ, ​ແຕ່​​ໄດ້ສະຫຼົບ​ໄປ, ​ເພິ່ນນອນ​ໝູບ​ຢູ່​ໜ້າ​ດິນບໍ່​ເໜັງບໍ່​ຕີງ. ທະຫານ​ລາຊະວົງ​ໝິງທີ່​ໄຫຼ່ມາ​ຕາມຫຼັງມອງ​ລົງຈາກ​ບົນ​ຜາ​ ໄດ້​​ເຫັນ​ກາ​ຝູງ​ໜຶ່ງ​ບິນ​ລົງ​ອ້ອມ​ຮ່າງກາຍ​ນູ​ເອີ​ຮາ​ສຶ, ​ເຫັນ​ວ່າ​ນູ​ເອີ​ຮາ​ສຶ​​ຕາຍ​​ແລ້ວ, ​ແຕ່​ຍັງ​ບໍ່​​ແນ່ໃຈ ຈຶ່ງ​​ຈູດມັດ​​ຟືນ​ແລ້ວ​ໂຍນ​ລົງ​ໄປ, ຢາກ​ເຜົາ​ນູ​ເອີ​ຮາ​ສຶ​​ເປັນ​ຂີ້​ເຖົ່າ. ໝາ​ສີ​ເຫຼືອງ​ໃຫຍ່​ໄດ້​ເຫັນ​ທະຫານ​ລາຊະວົງ​ໝິງ​ໄປ​ໄກ​ແລ້ວ, ຈຶ່ງ​ຟ້າວ​ໂດດ​ລົງ​ແມ່​ນ້ຳ​ໄປ, ​ແລ້ວ​ກັບ​ມາ​ມອດ​ໄຟ​ບົນ​ຮ່າງກາຍ​ນູ​ເອີ​ຮາ​ສຶ​ໃຫ້​ດັບ​ໄປ, ​ໃນ​ທີ່​ສຸດ ນູ​ເອີຮາ​ສຶຖືກ​ກອບ​ກູ້​​ເອົາ​ໄວ້, ​ແຕ່​ໝາ​ສີ​ເຫຼືອງ​ໃຫຍ່​ໂຕ​ນີ້​ພັດ​ຕາຍ​​ໄປຍ້ອນຄວາມ​ອິດ​ເໝື່ອຍ​ແລະ​ຖືກໄຟ​ໄໝ້.

ໝາ​ຊື່ສັດ​ຕໍ່​ມະນຸດ​ທີ່​ສຸດ, ສະນັ້ນ ຈຶ່ງ​ມີ​ຄວາມ​ໝາຍ​ວ່າ"ຊື່ສັດ ຈົງ​ຮັກ​ພັກ​ດີ​". ຕາມ​ເວົ້າກັນ​ວ່າ, ລິວ​ປ່າງ ກາວ​ຈູ​ຮ້ອງ​ເຕ້ ຜູ່​​ເປັນສາມັນ​ຊົນ​ທີ່​ກໍ່ຕັ້ງ​ລາຊະວົງ​ຮັ້ນກ່ອນ ຄ.ສ.ສະຕະວັດ​ທີ 3 ​ເຄີຍ​ເອີ້ນ​ເສນາ​ບໍດີ​ທີ່​ມີ​ຄຸນງາມຄວາມດີ​ເປັນ "ກົ່ງ​ໂກ໋ວ" ໝາຍ​ເຖິງ "ໝາ​ທີ່​ມີ​ຄຸນງາມຄວາມດີ". ຢູ່​ຈີນ​ມີ​ສຸພາສິດ​ວ່າ"ສວນ​ໝາ​ຈື່ຫຼາວ" ໝາຍ​ເຖິງຍິນ​ດີ​ຊ່ອຍ​ເຫຼືອຜູ່​ອື່ນ​ຢ່າງ​ຈິງ​ອົກ​ຈິງ​ໃຈ.

ຄົນ​ທັງຫຼາຍ​ເຫັນ​ວ່າ​ໝາ​ແມ່ນ​ສັດ​ທີ່​ມີນິດ​ໄສ​ອ່ອນ​ໂຍນ ຈົງ​ຮັກ​ພັກດີ​ ອົງອາດ​ກ້າຫານ​ແລະ​ໜ້າ​ຮັກ, ​ແລະ​ໝາ​ເຫົ່າອອກສຽງ "ວ່າງ​ວ່າງ", ຕາມ​ສຳນຽງ​ພາສາ​ຈີນ​ແລ້ວ ​ມັນເປັນສຽງ​ຄ້າຍຄື​ກັນ​ກັບຄຳວ່າ"ວ້າງ" ໝາຍ​ເຖິງ "ລ້ຳ​ລວຍ", ສະນັ້ນ ຕາມ​ປະ​ເພນີ​ພື້ນ​ເມືອງຈີນ ໝາຍັງ​ໝາຍ​ເຖິງ "ລວຍ​ເທື່ອ​ໜຶ່ງ​ກໍ່​ຈະ​ລວຍ​ຕະຫຼອດ". ​ໃນ​ພື້ນ​ເມືອງ​ຈີນ​ມີ​ສຸພາສິດວ່າ"​ໂກ໋ວຫຼາຍຝູ" ໝາຍ​ຄວາມ​ວ່າ ຖ້າ​​​ໃນເຮືອນ​​ມີ​ໝາ​ໂຕ​ໜຶ່ງ​ມາ​ເຖິງ​ຢ່າງ​ກະທັນຫັນ, ​ເຈົ້າ​ເຮືອນ​ກໍ່​ຈະ​ຮັບ​ລ້ຽງ​ມັນ​ຢ່າງ​ດີ​​ໃຈ, ​ເຫັນ​ວ່າ​ມັນ​ໝາຍ​ເຖິງຈະ​ໄດ້​ລ້ຳ​ລວຍ​. ຍັງ​ມີ​ໜັງສື​ບູຮານຢ່າງຫຼວງຫຼາຍ​ໄດ້​ບັນທຶກ​ໄວ້​ວ່າ, ໝາ​ມີ​ບົດບາດ​ກູ້​ໄພ, ສະນັ້ນ ໝາ​ໄດ້​ກາຍ​ເປັນ​ໜຶ່ງ​ໃນສັດທີ່​ຄົນ​ບູຮານ​ມັກໃຊ້ທີ່​ສຸດ​ໃນ​ເວລາ​ບວງສວງ. ​ໃນ​ສະ​ໄໝ​ລາຊະວົງ​ໂຈ່​ວເມື່ອ 3000 ກວ່າ​ປີກ່ອນ, ​ໄດ້​ແຕ່ງຕັ້ງຕຳ​ແໜ່​ງຂຸນ​ນາງ​ລ້ຽງ​ໝາ​ໂດຍ​ຈຳ​ເພາະ. ​ໃນ​ນະວະນິຍາຍ​ພື້ນ​ເມືອງ, ຢາງ​ຈຽນ ​ເທບພະ​ເຈົ້າບົນ​ສະຫວັນ​ທີ່​ເກັ່ງກັ່ງ​ຟູ​ທີ່​ສຸດ​ນັ້ນກໍ່​ມີ​ໝາ​ໂຕ​ໜຶ່ງ​ຕິດຕາມຢູ່​ຄຽງຂ້າງ, ຊ່ອຍ​ຢາງ​ຈຽນ​ຈັບ​ຜີ​ສາງນາງ​ຮ້າຍ.

​ໃນ​ທ້າຍ​ປີ 2005 ຕົ້ນປີ 2006, ມີຫຼາຍປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ພິມ​ຈຳໜ່າຍ​ສະ​ແຕມ​ປີ​ໃໝ່​ຄື​ "ປີ​ຈໍ​ຂອງ​ຈີນ", ສະ​ແຕມ​ເຫຼົ່ານີ້​ມີຫຼາຍຊະນິດ, ຍັງ​ມີຫຼາຍສີຫຼາຍສັນ. ສະ​ແຕມ​ປີ​ຈໍ​ທີ່​ຈີນ​ພິມ​ຈຳໜ່າຍ​ນັ້ນ ​ແມ່ນ​ສີມື​ຕັດ​ເຈ້ຍ​ສິລະ​ປະ​ເປັນ​ຮູບ​ໝາ​ສີ​ດຳ​ທີ່​ນຸ່ງ​ເສື້ອ​ສີ​ແດງ​ໂຕ​ໜຶ່ງ, ​ເຕັມ​ໄປ​ດ້ວຍ​ສີສັນ​ພິ​ເສດ​ແບບສິລະ​ປະ​ພື້ນ​ເມືອງ, ມີ​ບັນຍາກາດ​ອັນ​ເຂັ້ມຂຸ້ນ. ພ້ອມ​ກັນນັ້ນ ​ເຄື່ອງ​ສິລະ​ປະ​ປີ​ຈໍ​ທີ່​ມີຫຼາຍຮູບຫຼາຍ​ແບບກໍ່​ແມ່ນ​ຜະລິດ​ຕະພັນ​ທີ່​ຄົນ​ທັງຫຼາຍ​ເຫີ່​ກັນ​ຊື້​ເອົາ. ໝາ​ຄຳ​ນ້ອຍ​ທີ່​​ເງີຍ​ຫົວຢືດຄໍເຫົ່າ ໝາ​ກາ​ຕຸ​ນທີ່​ໃສ່​ໝວກ​ກັນ​ກະທົບ​ອ່ຽງ​ ຍັງ​ມີ​ເຄື່ອງ​ເອ້ຫີນ​ຫຍົກ​ແລະ​ຫີນ​ໂມລາສະຫຼັກ​ເປັນ​ຮູບ​ໝາທີ່​ມີທ່າທາງຕ່າງ​ກັນ, ທັງ​ຕະຫຼົກທັງ​ໜ້າ​ຮັກ, ​ເຄື່ອງ​ສິລິ​ມຸງຄຸນ​ເຫຼົ່ານີ້​ຍັງ​ມີ​ຊື່​ທີ່​ດີ ​ເຊັ່ນ "ຟາ​ສາຍ​ໂກ໋ວ" ໝາຍ​ເຖິງ​ໝາ​ລ້ຳ​ລວຍ "ຄ່າ​ນ​ເໝິນ​ໂກ໋ວ" ໝາຍ​ເຖິງໝາ​ເຝົ້າປະຕູ, ລ້ວນ​ແຕ່​ມີ​ຄວາມ​ໝາຍ​ຕະຫຼົກ​ແລະ​ອວຍ​ພອນ, ສ້າງ​ບັນຍາກາດຕ້ອນຮັບ​ປີ​ຈໍ.