ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-08 17:09:44    
ຊີ​ວິດ​ວັດ​ທະ​ນະ​ທຳ​ເຂດ​ຄຸ້ມ​ທີ່​ມີ​ຫຼາຍ​ຢ່າງ​ຫຼາຍ​ແນວ​ແລະ​ຫຼາຍ​ສີ​ຫຼາຍ​ສັນ(ສຽງ)

cri Author: da


ແຕ່​ຈີນ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​​ມານີ້,ຄຽງ​ຄູ່​ກັບ​ລະດັບ​ຊີວິດ​ການ​ເປັນຢູ່​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຄົນ​ທັງຫຼາຍ​ມີ​ຄວາມ​ຮຽກຮ້ອງຕ້ອງການ​ຍິ່ງ​ແຮງ​ກ້າກ​ວ່າ​ເກົ່າ​ຕໍ່​ຊີວິດ​ວັດທະນະທຳ​ແລະ​ຊີວິດ​ດ້ານຈິດ​ໃຈ.ປະຈຸ​ບັນ​ຢູ່​ປັກ​ກິ່ງ,​ເຂດຄຸ້ມ​ຫຼາຍ​ແຫ່ງ​​ໄດ້​ພາກັນ​ຈັດ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ​ແລະ​ມີ​ເນື້ອ​ໃນ​ອຸດົມສົມບູນເພື່ອ​ເຮັດ​ໃຫ້ຊີວິດ​ວັດທະນະທຳ​ຂອງ​ປະຊາຊົນ​ອຸດົມສົມບູນ​ຂຶ້ນ.​

ຕອນ​ຮຸ່ງ​ເຊົ້າທຸກ​ມື້,ຟ້າ​ຫາ​ກໍ່​ແຈ້ງ​,ຢູ່​ສະໜາມ​ຫຼວງ​​ເຂດຄຸ້ມສວນ​ໄຫ​ເທີ້ ພາກ​ຕາ​ເວັນ​ຕົກ​ປັກ​ກິ່ງ,ກໍ່ມີ​ຜູ້​​​ເຖົ້າ​ຜູ້​ແກ່​ເກືອບ​ຮ້ອຍ​ຄົນມາ​ເຕົ້າ​ໂຮມ​ກັນ​ຢູ່​ແຫ່ງ​ນີ້,​ເຕັ້ນລຳ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນຕາມ​ຈັງຫວະດົນຕີ​ທີ່​ອອນຊອນ.​ເຖິງ​ວ່າ​ຜູ້​ເຖົ້າ​ເຫຼົ່າ​ນີ້ຜົມ​ຫງອກ​ແລ້ວ​ກໍ​ຕາມ,ແຕ່​ຮ່າງກາຍ​ຍັງແຂງ​ແຮງ​ໝົດ​ທຸກ​ຄົນ,ພວກ​ເພິ່ນລາງ​ເທື່ອຊູ​ວີ​ສີ​ໃນ​ມື​ຂຶ້ນ,ລາງ​ເທື່ອ​​ແກວ່ງ​ແຖບ​ຜ້າ​ສີ,ສ່ອງ​ແສງ​ໃຫ້​ເຫັນ​ສະ​ເໜ່ຂອງ​ຜູ້​ເຖົ້າຜູ້​ແກ່​ໃນ​ທ່າມກາງ​ການ​​ເຕັ້ນ​ລຳ.ນີ້​ແມ່ນ​ທິມ​ເຕັ້ນ​ລຳ​ຫັດຂອງ​ເຂດຄຸ້ມສວນໄຫ​ເທີ້,ມັນ​ໄດ້​ກາຍ​ເປັນ​ທິວ​ທັດສວຍ​ງາມ​ຢູ່​​ເຂດຄຸ້ມ​ດັ່ງກ່າວແລ້ວ.

​ແມ່ປ້າ​ເຢ້ຕ້າວ​ເຊຍ​ແມ່ນ​ຜູ້​ລິ​ເລີ່​ມສ້າງຕັ້ງທິມຟ້ອນ​ກອງ​ນີ້,​ກ່ອນ​ອອກ​ກິນ​ເບ້ຍ​ບຳນານ,ເພິ່ນກໍ​ມັກ​​ເຕັ້ນລຳ​ແລ້ວ,ປີ2000,​ແມ່ປ້າ​ເຢ້​ໄດ້ຮຽກ​ໂຮມ​ຜູ້ເຖົ້າຜູ້​ແກ່​ຢູ່​​ເຂດ​ຄຸ້ມນີ້,ຈັດຕັ້ງທິມ​ເຕັ້ນລຳຮຸ້ນ​ຜູ້​ເຖົ້າ,​​ແລະສອນ​ການ​​ເຕັ້ນ​ລຳ​​​ໃຫ້ໂດຍ​ບໍ່​ເກັບ​ຄ່າ.ປະຈຸ​ບັນ,ທິມ​ເຕັ້ນລຳກອງ​ນີ້​ໄດ້​ຈາກ​ສິບ​ກວ່າ​ຄົນ​ໃນ​ເມື່ອ​ກ່ອນ​ເພີ່ມ​ຂຶ້ນ​ຮອດ​ເກືອບ​ຮ້ອຍ​ຄົນ​,​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຫຼາຍ​ຈາກ​ຜູ້​ເຖົ້າ​ຜູ້ແກ່​ໃນ​ເຂດ​ຄຸ້ມ​.

"ຜູ້​ເຖົ້າ​ໃນ​ເກນ​ອາຍຸ 50 ປີ​ຄືພວກ​ເຮົານີ້,ຖ້າ​ບໍ່​ຫັດກາຍ,ຈະ​​ມັກເປັນ​ພະຍາດ​​ໄດ້ງ່າຍ,ຄົນ​ເຖົ້າ​ແລ້ວ ຂາ​ຈະ​ເຖົ້າ​ກ່ອນ,ການ​ເຄື່ອນ​ໄຫວ​ຫັດກາຍ,ຈະ​ເຮັດ​ໃຫ້ສຸຂະພາບ​ທັງ​ກາຍ​ແລະ​ໃຈແຂງ​ແຮງ​ດີ."
ທິມ​ເຕັ້ນລຳ​ເຂດຄຸ້ມ​ໄຫ​ເທີ້ ບໍ່​ພຽງ​ແຕ່​​ໄດ້​ຕັ້ງໜ້າ​ເຂົ້າຮ່ວມ​ການສະ​ແດງ​ສິລະ​ປະ​ທີ່​​ເຂດຄຸ້ມ​ຈັດ​ຂຶ້ນທໍ່​ນັ້ນ,​ຍັງ​ຕາງໜ້າ​​ເຂດຄຸ້ມ​​ໄປ​ເຂົ້າຮ່ວມ​ການສະ​ແດງ​ແລະ​ການ​ແຂ່ງຂັນ​ປະ​ເພດຕ່າງໆ​ຂອງສັງຄົມ​ເລື້ອຍໆ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ສຽງ​ດົນຕີ​ທີ່​ວົງ​ດົນຕີຣອກ​​ແອນ​ໂຣນທີ່​ຊື່ວ່າ"ຈີ​ຕູ້​ຕ້ຽນຈູ"​ສະ​ແດງ​ໃຫ້​ໄທ​​ເມືອງ​ເບິ່ງ.ນີ້​ແມ່ນ​ງານ​ຄອນ​ເສີດຣອກ​ແອນ​ໂຣນ​ໂດຍຈຳ​ເພາະ​ທີ່​​ເຂດຄຸ້ມ​​ຊີ່​ໂລ​ຢວນ ພາກ​​ໃຕ້​ເມືອງ​ປັກ​ກິ່ງຈັດ​ຂຶ້ນ,ຊາວ​ໜຸ່ມ​ຢ່າງ​ຫຼວງຫຼາຍເປັນ​ເຈົ້າການ​ຮ້ອງ​​ເພງ​ປະສານ​ສຽງ​ກັບ​ວົງດົນຕີ​ຕາມ​ຈັງຫວະ​ດົນຕີ​,ກາຍເປັນ​ສະພາບມ່ວນ​ຊື່ນ​ຟົດ​ຟື້ນ​.

ວົງດົນຕີ"ຈີ​ຕູ້​ຕ້ຽນຈູ"ປະກອບ​ດ້ວຍຊາວ​ໜຸ່ມ 4 ຄົນຂອງ​ເຂດ​ຄຸ້ມ​,ພວກ​ຂະ​ເຈົ້າລ້ວນ​ແຕ່ມີ​ວຽກ​ຂອງ​ຕົນ,​ແຕ່​ພັດ​ມາ​​ເຕົ້າ​ໂຮມ​ກັນ​ຍ້ອນ​ມັກ​ດົນຕີຣອກ​ແອນ​ໂຣນ.ຊາວໜຸ່ມ​ເຫຼົ່າ​ນີ້​ມັກເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ຄຸ້ມ​ຫຼາຍ,​ເຊັ່ນ​ບຸນ​ຊາວ​ໜຸ່ມ ງານ​ລາຕີ​​ໃນ​ຍາມ​ຮ້ອນ ​ແລະ​ການ​ຢື້​ຢາມ​ຖາມ​ຂ່າວ​ໃນ​ວັນ​ບຸນ,ພວກ​ຂະ​ເຈົ້າຈະສະ​ແດງ​ລາຍການອັນ​ໂລດ​ໂຜນ​ໃຫ້​​ແກ່​ໄທ​ເມືອງ.​ແມ່ປ້າ​​ເມິ້ງ​ຊີ ຫົວໜ້າ​ຄະນະ​ກຳມະ​ການ​ເຂດ​ຄຸ້ມ​​ເວົ້າວ່າ:

"ຂ້າພະ​ເຈົ້າຮູ້ສຶກ​ວ່າ ຮູບ​ການ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ຂະ​ເຈົ້າດີ​ຫຼາຍ,​ໃນ​ເວລາ​ພວກ​ຂະ​ເຈົ້າມາສະ​ແດງ​ຢູ່​​ເຂດຄຸ້ມ​​ຂອງ​ພວກ​ເຮົາເທື່ອ​ໃດ,ກໍ່​ລ້ວນ​ແຕ່​ສາມາດ​ດູດ​ດຶງ​ຊາວ​ໜຸ່ມ​ຢ່າງ​ຫຼວງຫຼາຍ,ຖ້າ​ຫາກ​ປຸກລະດົມ​ຄວາມຫ້າວຫັນ​ຂອງ​ຊາວ​ໜຸ່ມ​ເຫຼົ່າ​ນີ້​ໄດ້,ຈະ​ເຮັດ​ໃຫ້​​ເຂດຄຸ້ມ​​ມີ​ຊີວິດ​ຊີວາ​​ກວ່າ​ເກົ່າ."

​ເຂດຄຸ້ມ​​ຊີ່​ໂລ​ຢວນຍັງ​ໄດ້​ຈັດ​ຊຸດ​ອົບຣົມພາສາ​ອັງກິດ​ໃຫ້​ຜູ້​ເຖົ້າຜູ້​ແກ່ຢູ່​​ເຂດຄຸ້ມ​ຂອງ​ຕົນ,ຄູ​ສອນ​ລ້ວນ​ແຕ່​ແມ່ນມາ​ຈາກ​ໂຮງຮຽນ​ອ້ອມ​ຂ້າງ​ເຂດ​ຄຸ້ມ,ພວກ​ເພິ່ນ​ສອນ​ໄທ​​ເມືອງ​ໂດຍ​ບໍ່​ເກັບ​ຄ່າ,​ໄດ້​ຮັບ​ຄວາມ​ຊົມ​ເຊີຍຈາກ​ໄທ​ເມືອງ​ຫຼາຍ.ປະຈຸ​ບັນ ຜູ້​ທີ່​ເຂົ້າຮ່ວມຊຸດຮຽນ​ພາສາ​ອັງກິດມີ​ເຖິງ 600 ກວ່າ​ຄົນ.​ແມ່ປ້າ​ເຊ້ຊູ່​ຢ້ຽນ ທີ່​ອາ​ໄສ​ຢູ່​ເຂດ​ຄຸ້ມຊີ່​ໂລ​ຢວນ​ເຂດ​ທີ 4 ,ປີ​ນີ້​ອາຍຸ 51 ປີ​ແລ້ວ,​ຕັ້ງແຕ່​​ເຂດຄຸ້ມ​ຈັດຕັ້ງຊຸດຮຽນ​ພາສາ​ອັງກິດ​ເມື່ອ​ປີ 2002 ​ເປັນຕົ້ນມາ,​ເພິ່ນ​ກໍ​ໄດ້​ຍຶດໝັ້ນ​ໄປ​ຮຽນ,ຕັ້ງໜ້າ​​ເຮັດ​ວຽກ​ບ້ານ​ຂອງ​ຄູ​ສອນ,ບໍ່​ເຄີຍ​ຂາດຮຽນ​ຈັກ​ເທື່ອ.ປະຈຸ​ບັນ,​ເພິ່ນ​ສາມາດ​ລົມ​ກັບ​​ແຂກ​ຕ່າງປະ​ເທດ​ດ້ວຍ​ພາສາ​ອັງກິດແບບ​ງ່າຍໆແລ້ວ.​​ເມື່ອ​ເວົ້າ​ເຖິງ​ການ​ຮຽນພາສາ​ອັງກິດ,​ເພິ່ນ​ເວົ້າວ່າ:

"ເຂົ້າຮ່ວມຊຸດ​ຮຽນພາສາ​ອັງກິດ ຕົ້ນຕໍ​ແມ່ນ​ຢາກ​ເຮັດ​ວຽກ​ເລັກໆ​ນ້ອຍໆ​ໃຫ້​​ແກ່ສັງຄົມ​ໃນ​ຍາມ​ງານ​ກິລາ​​ໂອ​ລິ​ມປິກ​ປີ 2008 ວຽນມາ​ເຖິງ,​ເຮັດ​ໃຫ້​ນັກ​ກິລາ​ຕ່າງປະ​ເທດ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຄື​ກັນກັບ​ໃນ​ຄອບຄົວ​ຂອງ​ຕົນ,ທັງ​ເຮັດ​ໃຫ້​ປະຊາຊົນ​ໃນ​ໂລກ​ຮູ້​ວ່າ ຈີນ​ແມ່ນ​ປະ​ເທດທີ່​ມີ​ໄມຕີ​ຈິດ."

​ເຂດຄຸ້ມ​​ຊິ່ງຊິ່ງ​ເຈ່ຍ​ຢວນທີ່​ຢູ່ພາກ​ຕາ​ເວັນ​ອອກ​ຂອງ​ປັກ​ກິ່ງ,ມີ​ຕຶກ​ເຮືອນ​ຢູ່ 27 ຕຶກ,ມີ​ປະຊາຊົນ​ເກືອບ 2 ພັນ​ຄອບຄົວ.​ໃນ​ເຂດ​ຄຸ້ມ ມີ​ສູນ​ເຄື່ອນ​ໄຫວ,ມີ​ຫ້ອງ​ອ່ານ​ໜັງສື,ຢູ່​ນອກຫ້ອງ ມີ​ສະໜາມ​ຫຼວງ​ວັດທະນະທຳ​ທີ່​ກວ້າງ 2 ໝື່ນ​ກິ​ໂລ​ແມັດ​ມົນທົນ,ໄດ້​ສະໜອງ​ເວທີ​​ໃຫ້​ແກ່​ການເຄື່ອນ​ໄຫວ​ວັດທະນະທຳ​ຂອງ​​ໄທ​ເມືອງ​ໃນ​ເຂດ​ຄຸ້ມ.ຄະນະ​ກຳມະການ​​ເຂດຄຸ້ມ​​ໄດ້​ຕັ້ງຫ້ອງ​ສຳລັບ​ຜູ້​ມັກ​ການ​ຂຽນ​ງາມ​ຢູ່​ຫ້ອງ​ເຄື່ອນ​ໄຫວ​ຂອງ​​ເຂດຄຸ້ມ​,​ໄທ​​ເມືອງ​ຢູ່​ເຂດຄຸ້ມ​ທີ່​ມັກ​ການ​ຂຽນ​ງາມສາມາດ​ມາ​ຫັດຂຽນ​ຢູ່​ແຫ່ງ​ນີ້​ທຸກ​ມື້.​ໃນ​ວັນ​ທຳ​ມະ​ດາ,ຜູ້​ທີ່​ມາ​ຫຼິ້ນ​ຢູ່​ແຫ່ງ​ນີ້​ສ່ວນ​ຫຼາຍ​ແມ່ນ​ຜູ້​ເຖົ້າ​ຜູ້​ແກ່,​ເມື່ອ​ຮອດ​ວັນສຸດ​ສັບປະດາ,ຊາວ​ໜຸ່ມ​ແລະ​ເດັກນ້ອຍ​ຈຳນວນ​ຫຼວງ​ຫຼາຍ​ກໍ​ມັກ​ມາ​ຫຼິ້ນ​ຢູ່​​ແຫ່ງນີ້. ລຸງ​ອີ​ເຕີ​ລີ້ ຜູ້​ເຖົ້າທີ່​ມັກ​ມາຫັດ​ຂຽນ​ງາມ​ຢູ່​​ແຫ່ງນີ້​​​ເລື້ອຍໆໄດ້​ເວົ້າວ່າ:

"ຜູ້​ເຖົ້າຜູ້​ແກ່​ຫັດ​ຂຽນ​ງານ,ຈະ​ພາ​ໃຫ້​ທົ່ວ​ຮ່າງກາຍ​ໄດ້​ຮັບ​ການ​ໜັງ​ຕີງ,ທັງ​​ໄດ້​ອອກກຳລັງ​ກາຍ,ທັງ​ໄດ້​ຍົກ​ສີມື​ຂຽນ​ງາມ​ໃຫ້​ສູງ​ຂຶ້ນ​,ທັງ​ໄດ້​ຫຼໍ່​ຫຼອມ​ອາລົມ​ຈິດ,​ແມ່ນ​ຮູບ​ການ​ດີ​ທີ່​ສຸດ​ໃນ​ການ​ລື້​ນ​​ເລີງ​ແລະ​ພັກຜ່ອນ​ຢ່ອນ​ອາລົມ​."

ຢູ່​ປັກ​ກິ່ງ,​ເຂດຄຸ້ມ​​ຄ້າຍຄື​ດັ່ງກ່າວ​ນີ້​ຍັງ​ມີ​ຫຼາຍໆ​​ແຫ່ງ,ລ້ວນ​ແຕ່​ໄດ້​ຈັດການ​ເຄື່ອນ​ໄຫວ​ວັດທະນະທຳ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ,​ເພື່ອ​ໃຫ້​ຊີວິດ​ວັດທະນະທຳ​ຂອງ​ໄທ​ເມືອງອຸດົມສົມບູນຂຶ້ນ.