ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-08 17:23:29    
ອາ​ຊຽນ​ຢາກ​ສ້າງ​ໂຄງ​ປະ​ກອບ​ໃໝ່​ອາ​ຊີ​ຕາ​ເວັນ​ອອກ(ສຽງ)

cri Author: da


ເວົ້າສຳລັບ​ຈີນ​ແລ້ວ,​ແຕ່​ເວລາ​ຍາວ​ນານ​ເປັນຕົ້ນມາ,ບັນດາປະ​ເທດຢູ່​ອະນຸພາກ​ພື້ນ​ແມ່ນ້ຳຂອງລ້ວນ​ແຕ່​ຫວັງ​​ຢາກດຳ​ເນີນ​ການ​ຮ່ວມ​ມື​ທາງເສດຖະກິດ​ຫຼາຍຍິ່ງ​ຂຶ້ນ​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້​ເພື່ອ​ທ້ອນ​​ໂຮມຊັບ​ສົມບັດ,​ແຕ່​ພ້ອມ​ກັນນັ້ນ ພັດ​ລ້ວນ​​ແຕ່​ຢາກຮັກສາ​ຮູບ​ການ​ເຮັກ​ວຽກ​ພິ​ເສດ​ຂອງ​ປະ​ເທດ​ຕົນ​ໃນ​ດ້ານ​ອື່ນ.​ແຕ່​ໃນ​ຊູ່​ມື້​ນີ້​​ທີ່​ຕ້ອງການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພາກ​ພື້ນ​ໃນ​ເວລາ​ປະ​ເຊີນ​ກັບການ​ແກ່ງ​ແຍ່ງ​ຢູ່​ພາຍນອກ​ແລະຄວາມ​ຮຽກຮ້ອງ​ຕ້ອງການພາຍ​ໃນ​ຂອງ​ຕົນ​,ຄວາມມຸ້ງ​ມາດ​ປາ​ຖະໜາ​ຂອງບັນດາ​ປະ​ເທດ​ໃນ​ອະນຸ​ພາກ​ພື້ນ​​ແມ່ນ້ຳຂອງ​ທີ່​ເພີ່ມທະວີ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ແລະ​ການ​ຮ່ວມ​ມື​ກັນ​ກໍ​ຍິ່ງຮີບ​ດ່ວນ​ແລະ​ແຮງ​ກ້າກວ່າ​ຍາມ​ໃດ​ໝົດ.

ຫຼາຍ​ປະ​ເທດ​ທີ່​ຢູ່​ສອງຝັ່ງ​ແມ່ນ້ຳຂອງ​ແລະ​ຢູ່​ພາກ​ພື້ນ​ອາຊີ​ອາຄະ​ເນ​ແມ່ນ​​ເຂດ​ເຕັມ​ໄປ​ແຕ່ໂອກາດຮ່ວມ​ມື​ກັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.​ເພາະສະນັ້ນ,​ໃນ​ເວລາ​ເຂົ້າຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ເສດຖະກິດ​ຮ່ວມ​ມືອະນຸພາກ​ພື້ນ​ແມ່ນ້ຳຂອງ​ໃນ​ປີ 2005 ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​​ໄດ້​ຮຽກຮ້ອງ​ຢ່າງ​ແຮງກ້າ​ວ່າ:"ບັນດາ​ປະ​ເທດ​ໃນ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ຕ້ອງ​​​ໄວ້​ເນື້ອ​ເຊື່ອໃຈ​ຊຶ່ງ​ກັນ​ແລະກັນ,ປະຕິບັດ​ຕໍ່​ຢ່າງ​ຈິງ​ໃຈ,ສະ​ແຫວ​ງຫາ​ສິ່ງ​ທີ່​ຄື​ກັນ ສະຫງວນ​ສິ່ງ​ທີ່​ຕ່າງ​ກັນ,​ອຳນວຍຄວາມ​ສະດວກ​ພິ​ເສດ​ໃຫ້​ແກ່​ກັນ​ແລະຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,​ເຮັດ​ໃຫ້​ຄວາມ​ເຫັນ​ຕ່າງ​ກັນ​ຂອງ​ບັນດາ​ສະມາຊິກ​ມີ​​ການ​ສ່ອງ​ແສງ,ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຕ່າງ​ກັນ​ໄດ້​ຮັບ​ການ​ເບິ່ງ​ແຍງສົນ​ໃຈ,ຜົນ​ປະ​ໂຫຍ​ດຮ່ວມ​ກໍ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ."

ທີ່​ຈິງ​ແລ້ວ,ນີ້​ບໍ່​ສະ​ເພາະແມ່ນ​ຄວາມ​ມຸ້ງ​ມາດປາຖະໜາ​ຂອງ​ຈີນ​ເທົ່າ​ນັ້ນ.ທ່ານ​​ໂອ​ຈົກ​ຕົງ ອະດີດ​ນາຍົກລັດຖະມົນຕີສິງກະ​ໂປ​​ກໍເຄີຍ​ເວົ້າກົງ​​ໄປ​ກົງ​ມາ​ວ່າ:"ພວກ​​ເຮົາບໍ່​ມີ​ການ​ເລືອກ​ເອົາ.ພວກ​​ເຮົາມີ​ແຕ່​ສ້າງ​ໂຄງ​ປະກອບ​ໃໝ່​​ໃຫ້ແກ່​ອາຊີ​ຕາ​ເວັນ​ອອກ.ຖ້າອາຊີ​ຕາ​ເວັນ​ອອກ​ບໍ່​ຮ່ວມ​ສຳພັນ​ເຂົ້າ​ແລ້ວ,ພວກ​​ເຮົາຍ່ອມ​ຈະ​​ເສຍ​ໄຊ​ໃຫ້ອາ​ເມ​ລິ​ກາ​ແລະ​ເອີ​ລົບ."

ທ່ານດອກ​ເຕີ​​ສະພາ​ການ​ຄ້າ​ແຫ່ງ​ຊາດ​ໄທ​ກໍ​ສະ​ເໜີ​ອອກ​ມາວ່າ,ບັນດາປະ​ເທດ​​ໃນ​ອະນຸ​ພາກພື້ນ​ແມ່ນ້ຳຂອງຄວນ​ໂຄລົບ​ທັດສະນະ​ຄະຕິ​ຍ່ານ​ເໜືອ​ໃນ​ການ​ພັດທະນາ,ຄື:​ຕ້ອງ​ເອົາ​ໃຈ​ໃສ່​ເປົ້າໝາຍ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ ອົງການ​ອາ​ເປັກ​ແລະ​ອົງການ​ການ​ຄ້າ​ໂລກ,​ເຮັດ​ໃຫ້​ກົນ​ໄກ GMS ກາຍ​ເປັນ​ເຄື່ອງ​ໂມ​ເຕີຊະນິດ​ໜຶ່ງ.ກ່ຽວ​ກັບ​ບັນຫານີ້,ຜູ້ວິ​ເຄາະ​​ເວົ້າວ່າ,ຖ້າ​ຫາກ​ສາມາດ​ເຮັດ​ໃຫ້​​ເຂດ​ການ​ຄ້​າ​ເສລີ​ຈີນ​ອາ​ຊຽນ​ມີ​ຄາດໝາຍອັນ​ໜຶ່ງ​ອັນ​ດຽວ​ກັນ​ແລ້ວ, GDP ຂອງ​ອາ​ຊຽນກໍ​ຈະ​ເພີ່ມ​ 0,9%,ທໍ່​ກັບ 5 ຕື້ 400 ລ້ານ​​ໂດ​ລາ​ສະຫະລັດ; GDP ຂອງຈີນ​ກໍ​ຈະ​ເພີ່ມ​ຂຶ້ນ​ຮອດ 2 ຕື້ 200 ລ້ານ​ໂດ​ລາສະຫະລັດຍ້ອນ.

ຜູ້​ຊ່ຽວຊານ​ຊີ້​ອອກ​ວ່າ,ບົດຮຽນທາງ​​​ປະຫວັດສາດຂອງເອີ​ລົບ​​ໃນ​ການ​ຜູກ​ເປັນ​ກຸ່ມເສດຖະກິດ​ນັ້ນ ​ໄດ້​ສະ​ເໜີ​ເຫດຜົນອັນ​ໜຶ່ງ​ໃຫ້ປະ​ເທດ​ອາ​ຊີຫຼາຍ​ເທື່ອ​ແລ້ວ​ວ່າ: ​ເສດຖະກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າກັນ​ແມ່ນທ່ວງທ່າທີ່​ຕ້ານທານ​ໄວ້ບໍ່​ໄດ້,​ເຖິງ​ວ່າການ​ເຊື່ອມ​ໂຍງ​ເຂົ້າກັນ​ດັ່ງກ່າວ​ຈະ​ກຳຈັດ​ຄວາມ​ເຫັນ​ຂັດ​ກັນ​ທາງ​ຜົນ​ປະ​ໂຫຍ​ດລະຫວ່າງ​ບັນດາ​ປະ​ເທດ​ຢ່າງ​ແທ້​ຈິງ​ບໍ່​ໄດ້.

ຜູ້​ຮັບຜິ​ດຊອບ​ກົມ​ແມ່ນ້ຳ​ຂອງ​ຂອງ​ທະນາຄານ​ພັດທະນາ​ອາຊີ​ເວົ້າວ່າ:"ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​​​ເອີ​ລົບໄດ້​ດຳ​ເນີນມາ​ເປັນ​ຫຼາຍ​ປີ​ແລ້ວ,ຄັນພາກ​ພື້ນ​ແມ່ນ້ຳຂອງຢາກ​ບັນລຸ​ລະດັບ​ຄ້າຍຄື​ກັນ,ຍັງຕ້ອງການ​ໃຊ້​ເວລາ​ຍາວ​ນານ,ຈະ​ແກ້​ໄຂ​​ໃນ​ບາດ​ດຽວ​ບໍ່​ໄດ້."


​ແຕ່​ຜູ້​ຊ່ຽວຊານ​ຍັງ​ຍຶດໝັ້ນ​ເຫັນ​ວ່າ:​ເຖິງ​ວ່າ​ລັກສະນະ​​ເຂດ​ແຄວ້ນ ຄວາມ​ສາມາດແກ່ງ​​ແຍ່ງ​ແລະ​ລັກສະນະ​ຄຸ້ມ​ສັງຄົມ​ຢູ່​​ເຂດ​ແມ່ນ້ຳຂອງ​ຈະທຽບ​ກັບ​ເອີ​ລົບ​ບໍ່​ໄດ້,ພາຍ​ໃນ​ເວລາ​ຍາວສົມຄວນ ​ເຂດ​ອະນຸພາກ​ພື້ນ​ແມ່ນ້ຳຂອງ ຈົນກະທັ້ງອາ​ຊຽນຈະ​ພັດທະນາ​ເປັນ​ພາກ​ພື້ນ​ເໝືອນ​ກັບ​ສະຫະພາບ​ເອີ​ລົບ​ນັ້ນບໍ່​ໄດ້ກໍ​ຕາມ,​ແຕ່​ຄາດໝາຍ​ພັດທະນາ​ດີ​ທີ່​ສຸດຂອງ​ແມ່ນ້ຳຂອງ​ໃນ​ອະນາຄົດ​ຄວນແມ່ນ​ແມ່ນ້ຳ​ແດນ​ນຸບ.