ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-08 18:44:22    
ໃນ​ໄລຍະ​ບຸນ​ກຸດ​ເຕັດ​ຫວຽດ​ນາມ​ບໍ່​ມີ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ເກີດ​ຂຶ້ນ​ໃໝ່

cri

ຕາມ​ຂ່າວ​ສານ​ຊີນ​ຮວາລາຍ​ງານຈາກ​ຮ່າ​ໂນ້ຍ,​ໃນ​ໄລ​ຍະ​ບຸນ​ກຸດ​ເຕັດ​ຕາມ​ຈັນ​ທະ​ຄະຕິ,​ທົ່ວ​ປະ​ເທດ​ຫວຽດ​ນາມ​ບໍ່​ໄດ້​ລາຍ​ງານ​ມີ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ເກີດ​ຂຶ້ນ​ໃໝ່.​ເຈົ້າ​ໜ້າ​ທີ່​ລັດຖະ​ບານ​ຫວຽດ​ນາມ​ເວົ້າ​ວ່າ,​ທັງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ວຽກ​ງານ​ສັກ​ຢາ​ວັກ​ແຊງ​ໃຫ້​ສັດ​ປີກ​ລ້ຽງ​ຢ່າງ​ແຂງ​ແຮງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໄດ້​ບັງ​ເກີດ​ຜົນ​ແລ້ວ,​ໄດ້​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ແບບ​H5N1​ໃນ​ເບື້ອງ​ຕົ້ນ​ແລ້ວ.

ຕາມ​ສື່​ມວນ​ຊົນ​ຫວຽດ​ນາມ​ລາຍ​ງານ​ວ່າ,​ຫວຽດ​ນາມ​ບໍ່​ໄດ້​ລາຍ​ງານ​ມີ​ຄົນ​ຕາຍ​ຍ້ອນ​ໄຂ້ຫວັດ​ສັດ​ປີກ​ອີກ​ເປັນ​ເວລາ​ສາມ​ເດືອນ​ແລ້ວ.​ຜູ້ຕາງ​ໜ້າ​ອົງການ​ອະນາ​ໄມ​ໂລກ​ເວົ້າ​ວ່າ,​ທ່ວງ​ທ່າ​ສະ​ພາບ​ພະ​ຍາດ​ໄດ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ,​ນີ້​ແມ່ນ​ໝາກ​ຜົນ​ທີ່​ລັດ​ຖະ​ບານ​ຫວຽດ​ນາມ​ພະ​ຍາຍາມ​ດຳ​ເນີນ​ງານ​ຢ່າງ​ເປັນ​ເອກະ​ສັນ​ກັນ.