ເຂດຕິເບດຈີນຈະລົງທຶນ 6 ຕື້ຢວນໃຊ້ເຂົ້າໃນການອະນຸລັກສິ່ງແວດລ້ອມຊີວະພາບ
cri
Author: cai
ຕາມຂ່າວສານຊີນຮວາ:ໃນ 5 ປີຂ້າງໜ້ານີ້,ເຂດຕິເບດປົກຄອງຕົນເອງຂອງຈີນຈະລົງທຶນ 6 ຕື້ຢວນເຂົ້າໃນການເພີ່ມທະວີການອະນຸລັກສິ່ງແວດລ້ອມຊີວະພາບຂອງທ້ອງຖິ່ນດັ່ງກ່າວ.
ເຂດຕິເບດສະເລ່ຍແລ້ວສູງກວ່າໜ້ານ້ຳທະເລ 4000 ແມັດຂຶ້ນໄປ,ມີຊີວະພາບທຳມະຊາດແລະສິ່ງແວດລ້ອມພູມສາດທີ່ມີເອກະລັກພິເສດ.ແຕ່ສິ່ງແວດລ້ອມຊີວະພາບຂອງເຂດຕິເບດອ່ອນແອທີ່ສຸດ,ຕາບໃດຫາກຖືກທຳລາຍ,ກໍ່ຍາກທີ່ຈະຟື້ນຟູຂຶ້ນ.
ເພື່ອຊຸກຍູ້ການສ້າງສາສິ່ງແວດລ້ອມຊີວະພາບຂອງເຂດຕິເບດ,ຢູ່ທ້ອງຖິ່ນດັ່ງກ່າວໄດ້ສ້າງເຂດອະນຸລັກທຳມະຊາດ 38 ແຫ່ງແລ້ວ,ເຂດອະນຸລັກກວມເນື້ອທີ່ເກືອບ 4 ແສນ 1 ໝື່ນຕາລາງກິໂລແມັດ,ເປັນທີໜຶ່ງໃນທົ່ວປະເທດຈີນ.
|
|