ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-08 19:02:44    
ທ່ານ​​ໂອ​ເມີດມີ​ເຈດ​ຈຳນົງ​ໃຫ້​ຈັດ​ເອົາ​ຈຸດ​ຕັ້ງ​ຖິ່ນ​ຖານ​ຂະໜາດ​ໃຫຍ່​ທັງ​ໝົດ​ທີ່ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ເຂົ້າ​ໃນ​​ເສັ້ນ​ຊາຍ​ແດນ​ສຸດ​ທ້າຍ​ຂອງ​ອິສຣາ​ແອນ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 7 ກຸມພາ,ທ່ານ​ໂອ​ເມີດ ຜູ້​ວ່າການ​ແທນ​ນາຍົກ​ລັດ​ຖະມົນ​ຕີອິສ​ຣາ​ແອນ​ເວົ້າ​ວ່າ,ທ່ານ​ມີ​ເຈດ​ຈຳນົງ​ໃຫ້​ຈັດ​ເອົາ​ຈຸດ​ຕັ້ງຖິ່ນ​ຖານຊາວ​ຢິວ​ຂະໜາດ​ໃຫຍ່ທັງ​ໝົດ​ທີ່ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​​ແດນ​ເຂົ້າ​ໃນ​ເສັ້ນ​ຊາຍ​​ແດ​ນສຸດ​ທ້າຍ​ຂອງ​ອິສຣາ​ແອນ.

ຫາງ​ສຽງ​ທ້ອງ​ຖິ່ນ​ກ່າວ​ວ່າ,ນີ້​ແມ່ນ​ຜູ້ນຳ​ອິສຣາ​ແອນ​ສະ​ແດງ​ທ່າທີຢ່າງແຈ່ມ​ແຈ້ງ​ກວ່າ​ໝູ່​ໃນບັນຫາ​ຂີດ​​ແບ່ງ​ຊາຍ​ແດນ​ສຸດ​ທ້າຍ​ລະຫວ່າງ​ອິສຣາ​ແອນ​ກັບປາ​ເລັສຕີນ​ນັບ​ມາ​ຮອດ​ປະຈຸ​ບັນ​ນີ້.

ມື້​ດຽວ​ກັນ,ທ່ານ​ໂອ​ເມີດຍັງ​ເວົ້າ​ວ່າ,ອິສຣາ​ແອນ​ບໍ່​ຫ່ອນ​ຈະເຈລະຈາ​ກັບ​ຂະ​ບວນການ​ອິສລາມ​ຕໍ່ຕ້ານ​ຂອງ​ປາ​ເລັສຕີນ(ຄື​ອົງການ​ຮາ​ມາສ)ທີ່​ໄດ້​ຮັບ​ໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິ​ບັນຍັດ​ປາ​ເລັສຕີນ,​ແຕ່​ເພື່ອຂີດ​ແບ່ງເສັ້ນຊາຍ​ແດນ​ສຸດ​ທ້າຍຂອງ​ອິສຣາ​ແອນ,ຮັກສາຄວາມ​ເປັນຊາວ​ຢິວຂອງອິສຣາ​ແອນ,ອິສຣາ​ແອນ​ອາດ​ຈະ​ສືບ​ຕໍ່​ໃຊ້​ການ​ເຄື່ອນ​ໄຫວ​ຖອນອອກ​ແຕ່​ຝ່າຍ​ດຽວ.