ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-09 10:55:38    
ຈີນ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​ໃນ​ຄຸ້ມ​ເຮືອນ​ຢູ່

cri Author: shuo
ຕາມ​ໜັງສືພິມ​ເຢິນມີນຢື້​ປ້າວ​ຂອງ​ຈີນ:ວັນ​ທີ8​ກຸມພາ,ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​​ໄດ້​ເປັນ​ປະທານ​ຈັດກອງ​ປະຊຸມ​ປະຈຳ​ຄະນະ​ລັດຖະບານ​ຈີນ.ກອງ​ປະຊຸມ​ສະ​ເໜີ​ວ່າ,​ຈະ​ຊຸກຍູ້​ການ​ບໍລິການ​ສາທາລະນະ​ສຸກ​ໃນ​ຄຸ້ມ​ເຮືອນ​ຢູ່​ຂອງ​ຕົວ​ເມືອງ​ໃຫ້​ພັດທະນາ​ຢ່າງ​ປອດ​ໄສ​ແລະ​ສືບ​ເນື່ອງ.

ກອງ​ປະຊຸມ​ເທື່ອ​ນີ້​ເຫັນ​ວ່າ,ການ​ບໍລິການ​ສາທາລະນະ​ສຸກ​​ໃນ​ຄຸ້ມ​ເຮືອນ​ຢູ່​ແມ່ນ​ຂອດ​ພື້ນ ຖານຂອງ​ການບັນລຸ​​ເປົ້າໝາຍ​ທີ່​ໝົດ​ທຸກຄົນ​​ໄດ້ຮັບການຮັກສາ​ສຸຂະພາບຂັ້ນຕົ້ນ.ກອງ​ປະ ຊຸມ​ສະ​ເໜີ​ມາວ່າ,ການ​ເງິນ​ສູນ​ກາງ​ຈະ​ສະໜອງ​ການ​ສະໜັບສະໜູນ​ທີ່​ຈຳ​ເປັນ​ໃຫ້​​ເຂດ​ພາກກາງ​ແລະ​ພາກ​ຕາ​ເວັນ​ຕົກ,ສົ່ງ​ເສີມ​ໃຫ້ກຳລັງ​ສັງຄົມ​ເຂົ້າຮ່ວມ​ການ​ບໍລິການ​ສາທາ​ລະ ນະ​ສຸກ​​ໃນຄຸ້ມ​​ເຮືອນ​ຢູ່;ນອກ​ນີ້,​ແຫ່ງ​ຕ່າງໆ​ຄວນ​ຈັດ​ເອົາອົງການ​ບໍລິການ​ສາທາລະນະ​ສຸກ​​ໃນຄຸ້ມ​ເຮືອນ​ຢູ່​ເຂົ້າ​ໃນຂອບ​ເຂດ​ອົງການ​ປິ່ນປົວ​ພະຍາດທີ່​ກຳນົດ​ໃນ​ການ​ປະກັນ​ໄພປິ່ນ ປົວພະຍາດຂັ້ນພື້ນຖານ​ຂອງ​ພາລະ​ກອນ​ຕົວ​ເມືອງ,ຊັກນຳ​ພາລະ​ກອນ​ທີ່​ເຂົ້າຮ່ວມ​ການ​ປະກັນ​ໄພ​ໄປ​ປົວ​ພະຍາດ​ຢູ່​ຄຸ້ມ​ເຮືອນ​ຢູ່.