ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-09 11:22:47    
ສປປ​ເກົາ​ຫຼີ​ກັບ​ສ.​ເກົາ​ຫຼີ​ຈະ​ຮ່ວມ​ກັນ​ເດີນ​ເຂົ້າ​ສະ​ໜາມ​ກິ​ລາ​​ໃນ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຕູ​ລິນ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ8​ກຸມພາ,ທ່ານ​ເດ​ວິສ ​ໂຄສົກ​​ຄະນະ​ກຳມະການ​ງານ​ກິລາ​ໂອ​ລິມ​ປິກ​ສາກົນ​ຢືນຢັນ​ວ່າ,ສປປ​ເກົາຫຼີ​ກັບສ.​ເກົາຫຼີ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ຮ່ວມ​ກັນ​ເດີນ​ເຂົ້າສະໜາມກິລາ​ໃນ​ພິທີ​​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຕູ​ລິນ.

ນີ້​ຈະ​ແມ່ນ​ຄະນະ​ຜູ້​ແທນສປປ​​ເກົາຫຼີ​ແລະສ.​ເກົາຫຼີຮ່ວມ​ກັນ​ເດີນເຂົ້າສະໜາມກິລາ​ໃນ​ພິທີ​ໄຂ​ງານ​ກິລາ​ໂອ​ລິມປິກ​ອີກ​ເທື່ອ​ໜຶ່ງ​ພາຍຫຼັງງານ​ກິລາ​ໂອ​ລິ​ມປິກ​ຊິດ​ນີ​ແລະ​ອາ​ແຕນ​ແລ້ວ,ພວກ​ເຂົາ​ເຈົ້າແມ່ນເດີນເຂົ້າສະໜາມກິລາ​ເປັນໝູ່​ຄະນະ​ໃນ​ພິທີ​ໄຂ​ງານກິລາ​ໂອ​ລິ​ມປິກ​ລະດູ​ໜາວຄັ້ງທຳ​ອິດ.​ແຕ່​ໃນ​ເວລາ​ແຂ່ງຂັນ,ພວກ​ເຂົາ​ເຈົ້າຈະແຍກກັນແຂ່ງຂັນ.

ງານ​ກິລາ​ໂອ​ລິ​ມປິກ​ລະ​ດູ​ໜາວ​ຄັ້ງທີ20ຈະ​ໄຂ​ຂຶ້ນຢູ່​ຕູ​ລິນ ​ເມືອງ​ພາກ​ເໜືອ​ຂອງ​ອີ​ຕາ​ລີ​ໃນ​ວັນ​ທີ​10​ກຸມພາ.