ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-09 11:35:24    
ບໍ​ລິ​ສັດ​ຂ້າມ​ຊາດ​ນິ​ຍົມ​ສ້າງ​ແຫຼ່ງ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຢູ່​ຈີນ

cri
ຕາມ​ໜັງສືພິມ​ເຢິນມິນ​ຢື້​ປ້າວຂອງ​ຈີນ​ສະບັບ​ວັນ​ທີ9​ກຸມພາ,ບໍລິສັດ​ຂ້າມ​ຊາດ​ນັບ​ມື້​ນັບ​ຫຼາຍ​​ໄດ້​ຕັ້ງ​ແຫຼ່ງຄົ້ນຄວ້າ​ພັດທະນາ​ ​ຢູ່​ຈີນ.ຕາມ​ສະຖິຕິ​ ​ບໍ່​ຄົບ​ຖ້ວນ,ປັດຈຸບັນ,ຢູ່ຈີນ​ມີ​ສູນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ທຶນ​ຕ່າງປະ​ເທດ750​ກວ່າ​ແຫ່ງ,ສ່ວນ​ຫຼາຍ​ຕັ້ງ​ຢູ່​ບ່ອນ​ທີ່​ມີ​ນັກທຸລະກິດ​ຕ່າງປະ​ເທດ​ລົງ​ທຶນ​ຫຼາຍ​ເຊັ່ນ​ຊຽງ​ໄຮ້,​​ເສິນເຈີ້ນ​ແລະປັກ​ກິ່ງ​ເປັນ​ຕົ້ນ.

ປັດຈຸບັນ,ບໍລິສັດ​ຂ້າມ​ຊາດໃຫຍ່​ຕ່າງໆ​ເຊັ່ນບໍລິສັດ​ໄມ​​ໂຄຼຊອບ,IBM,GM, ​​​ວອກ​ສ໌ວາ​ເກີນ​ແລະ​ບໍ​ລິ​ສັດ​ພີ​ແອນ​ຈີ​ເປັນ​ຕົ້ນ​ລ້ວນ​ແຕ່​ໄດ້​ສ້າງ​ສູນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຢູ່​ຈີນ​ຕາມ​ຍຸດ​ທະ​ສາດ​ທຸ​ລະ​ກິດ​ຂອງ​ຕົນໃນ​ທົ່ວ​ໂລກ​.​ເມື່ອ​ສັງ​ເກດ​ຈາກ​ ​ຂະ​ແໜງ​ການ​ແລ້ວ​ເຫັນ​ວ່າ,​ສູນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຂອງ​ບໍ​ລິ​ສັດ​ຂ້າມ​ຊາດ​ທີ່​ຕັ້ງ​ຢູ່​ຈີນ​ສ່ວນ​ຫຼາຍ​ໂຮມ​ສູນ​ຢູ່​ຂະ​ແໜງ​ການ​ເຕັກ​ນິກ,ຕົວ​ຢ່າງ​ຄື​ຂະ​ແໜງ​ການ​ຜະ​ລິດ​ອຸ​ປະ​ກອນ​ເອ​ເລັກ​ໂຕຼ​ນິກ​ແລະ​ສື່​ສານ​ແລະ​ຂະ​ແໜງ​ການ​ຜະລິດ​ອຸປະກອນ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ເປັນ​ຕົ້ນ.​ ​ມີ​ສູນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຈຳ​ນວນ​ບໍ່​ໜ້ອຍ​ໄດ້​ເຮັດ​ວຽກ​ພັດ​ທະ​ນາ​ພື້ນ​ຖານ​ຢູ່​ຈີນ,​ໝາກ​ຜົນ​ເຕັກ​ນິກ​ໄດ້​ອວ່າຍ​ໜ້າ​ໄປ​ສູ່​ຕະ​ຫຼາດ​ໂລກ.​ນອກ​ນີ້,​ຂະ​ໜາດ​ຂອງ​ສູນ​ຄົ້ນ​ຄວ້າ​ເຫຼົ່າ​ນີ້​ກໍ​ໄດ້​ຄ່ອຍໆ​ເປີດ​ກວ້າງ​ອອກ,​ແລະ​ນຳ​ໃຊ້​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາ ມາດ​ຂອງ​ຈີນ​ຢ່າງ​ເດັ່ນ​ຊັດ.