ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-09 14:09:08    
ງານ​ດົນ​ຕີ​ຮູບ​ເງົາ​ຂະ​ໜາດ​ໃຫຍ່​ທີ່​ລະ​ລຶກ​ຮູບ​ເງົາ​ຈີນ​ກຳ​ເນີດ​ຄົບ​ຮອບ​100​ປິ​(ສຽງ)

cri Author: shuo


ແຕ່​ຮູບ​ເງົາ​ເລື່ອງ​ທຳ​ອິດ​ຂອງ​ຈີນ​ກຳ​ເນີ​ດ​ເກີດ​ຂຶ້ນ​ໃນ​ປີ1905ຈົນ​ຮອດ​ປະຈຸ​ບັນ​ນີ້,ຮູບ​ເງົາ​ຂອງ​ຈີນ​ໄດ້​​ມີ​ປະຫວັດຮ້ອຍ​ປີ​ແລ້ວ.ວັນ​ທີ28​ທັນວາ​ປີ2005,ປັກ​ກິ່ງ​ໄດ້​ຈັດ​ງານ​ດົນຕີ​ຮູບ​​ເງົາ​ຂະໜາດ​ໃຫຍ່​ທີ່​ຊື່ວ່າ ຄວາມ​ຝັນ​ແຫ່ງ​ສັດຕະວັດ,​ລະລຶກຮູບ​ເງົາ​ຈີນ​ກຳ​ເນີ​ດຄົບຮອບ 100​ປີ.​ໃນ​ລາຍການ​ພາກ​ນີ້,ຂ້າພະ​ເຈົ້າຈະ​ຈັດ​ເພງ​ຮູບ​ເງົາ​ຫຼາຍ​ເພງ​ໃນ​ງານ​ດົນຕີ​ຄັ້ງນີ້​ສູ່​ທ່ານ​ຟັງ.

ງານ​ດົນຕີ"ຄວາມ​ຝັນ​ແຫ່ງ​ສັດຕະວັດ"​ໄດ້​​​ໃຊ້​ຮູບ​ການ​ສິລະ​ປະຕ່າງໆ ​ເຊັ່ນ​ເພງ​ຮູບ​ເງົາ ດົນຕີ ການ​ອ່ານ​ກອນແລະ​ຮູບ​ການ​ອື່ນ​​ມາສະ​ແດງ​ປະຫວັດ​ສາດ​ຮູບ​ເງົາ​ຈີນ​ໃນຮ້ອຍ​ປີ​ມານີ້.​ງານ​ດົນຕີ​ແບ່ງ​ອອກເປັນ​ສີ່​ພາກ,ພາກ​ທີ​ໜຶ່ງ​ເລີ່​ມ​ແຕ່​ສະ​ໄໝ​ຮູບ​ເງົາທີ່​ບໍ່​ມີ​ສຽງ​ຂອງ​ຈີນ,​ເຊິ່ງ​ໄດ້​​ສ້າງ​ຜົນສິລະ​ປະ​ອັນ​ພິ​ເສດ​ທີ່​ກະ​ຕຸ້ນ​ໃຈ​ຄົນບົນ​ເວທີ​ການສະ​ແດງ,ໂດຍ​ຜ່ານ​ຈາກ​ການ​ສາຍ​ຮູບ​ເງົາ​ອັນ​ລ້ຳຄ່າ​ໃ​ນໄລຍະຕົ້ນ​ເປັນຈຳນວນ​ຫຼວງຫຼາຍ,​ແລະ​ມີ​ຄະນະ​ດົນຕີ​ເຄື່ອງສາຍ​ແລະ​ເຄື່ອງ​ເປົ່າປະສານ​ສຽງ.ທີ່​ທ່ານພວມຟັງຢູ່​ນີ້​ແມ່ນ​ເພງ wan li xun xiong ge"​ຊອກ​ຫາ​ອ້າຍຢູ່​ທາງ​ໄກ"ທີ່​ຂັບ​ຮ້ອງ​ໂດຍ​ທ່ານ​ລ້ຽວຊ່າງ​ຢົງ​ແລະ​ນາງ​ທານ​ຈິ່ງ.​ເພງ​ນີ້​ແ​ມ່ນ​ເພງ ສະຫຼັບ​ໃນ​ຮູບ​​ເງົາ​​ເລື່ອງye cao xian hua "ຫຍ້າ​ແລະ​ດອກ​ໄມ້ປ່າ" ​ເຊິ່ງ​ເປັນເພງ​ສະ​ຫຼັບ​ຮູບ​ເງົາ​​ເພງທຳ​ອິດ​ຂອງ​ຈີນ.​​ເນື້ອ​ເພງ​​ໂສກ​ເສົ້າ​ເຫງົາ​ໃຈ,​ທຳ​ນອງ​ອອນຊອນ,ມີ​ສີສັນ​ດົນຕີ​ລັດ​ເຊຍ​ຢ່າງ​ເຂັ້ມຂຸ້ນ.

"​ເພງ​ເດີນ​ກອງທັບ​ກ້າຫານ"ທີ່ສະ​ແດງ​​ໃນ​ພາກ​ທີ​ໜຶ່ງ,​​ແຕ່ງເນຶ້ອ​ຮ້ອງ​​ໂດຍ​ທ່ານ​ທຽນ​ຮ້ານ​ແລະ​ແຕ່ງ​ທຳ​ນອງ​​ໂດຍ​ທ່ານ​​ເນ້ຍ​ເອີ.​ເພງ​ນີ້​ແມ່ນ​ເພງ​​ເອກ​ໃນ​ຮູບ​ເງົາ​ເລື່ອງ "ລູກ​ຫຼານ​ຜູ້​ພິ​ລະ​ອາດ​ຫານ".ຮູ​ບ​ເງົາ​ເລື່ອງ​ນີ້​ໄດ້​ບັນ​ລະ​ຍາຍ​ເລື່ອງ:​ໃນ​ຕົ້ນ​ຊຸມ​ປີ​30​ສັດ​ຕະ​ວັດ​ແລ້ວ​ນີ້,​ປັນ​ຍາ​ຊົນ​ຂອງ​ຈີນ​ທີ່​ຖື​ທ່ານ​ຊິ່ນ​ໄປ​ຮວາ ນັກ​ກະວີ​ເປັນ​ຕົວ​ແທນ,ປະລະ​ຊີ​ວິ​ດ​ປັນຍາ​ຊົນ,​ເຂົ້າ​ຮ່ວມ​ກອງ​ທັບ,ມຸ່ງ​ໄປ​ສູ່ແນວ​ໜ້າ​,ຕໍ່​ຕ້ານ​ຍີ່​ປຸ່ນ​ເພື່ອ​ກອບ​ກູ້​ປະ​ເທດ​ຊາດ.​ເພງ​ນີ້​ໄດ້​ສ້າງ​ພາບ​ພົດ​ອັນເລິກ​ເຊິ່ງທີ່​ສຸດ​ໃຫ້​ຜູ້​ຊົມ​ທັງຫຼາຍ,​ຈຶ່ງ​ໄດ້​ກາຍ​ເປັນ​ເພງ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່​ປຸ່ນ​ທີ່​ມີ​ຊື່​ສຽງ​ດົງ​ດັງ​ທີ່​ສຸດ​ຢູ່​ຈີນ.ພາຍ​ຫຼັງ​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ​ແລ້ວ,​​ໄດ້​ກຳນົດເພງ​ນີ້​​ເປັນ​ເພງ​ຊາດ​ຈີນ.​ໃນ​ງານ​ດົນຕີ​ເທື່ອ​ນີ້,​ສິລະ​ປິນຮູບ​ເງົາ​ຮຸ້ນ​ອາວຸ​ໂສ ຄື ທ່ານ​ວາງທຽນ​ຮວາ ທ່ານ​ນາງ​ເຊ້ຟ່າງ​ແລະທ່ານ​ເກີ​ຊຸນ​ຈ້ວງ​​ເປັນຕົ້ນ​ໄດ້​ຮ່ວມ​ກັນ​ຮ້ອງ​ເພງ​ນີ້,​​ແລ້ວໄດ້​ຮັບ​ຄວາມ​ຊົມ​ເຊີຍ​ດ້ວຍສຽງ​ຕົບມື​ອັນ​ຟົດ​ຟື້ນ​ຂອງ​ຜູ້​ຊົມ.

ຊຸມ​ປີ50,60ສະຕະວັດ​ແລ້ວ​ນີ້,​ຮູບ​ເງົາ​ຂອງ​ຈີນ​ໄດ້ຂະຫຍາຍຕົວ​ຢ່າງ​ເປັນ​ກະ​ແສ​ສູງ.ພາກ​ທີ​ສອງ​ຂອງ​ງານ​ດົນຕີ​ໄດ້​ເລືອກ​ເອົາ​ເພງ​ຮູບ​ເງົາ​ທີ່​​ໄດ້ຮັບ​ຄວາມ​ຊົມ​ຊອບ​ຈາກ​ຜູ້​ຊົມໃນ​ໄລ ຍະ​ນີ້,​ເມື່ອ​ໄດ້ຮຽບຮຽງ​ໃໝ່​ແລ້ວ,​ໄດ້​ນຳ​ອອກ​ສະ​ເໜີ​ຕໍ່ຜູ້​ຊົມ​ທັງຫຼາຍດ້ວຍ​ຮູບ​ການ​ໃໝ່.

​ເພງhong hu shui lang da lang "ນ້ຳໜອງ​ຫົງ​ຫູ​ກະທົບ​ກັນ​ເປັນ​ຟອງ"​ແມ່ນ​ເພງ​ສະຫຼັບຂອງ​ຮູບ​ເງົາ​ເລື່ອງhong hu chi wei dui "ກອງ​ປ້ອງ​ກັນ​ແດງ​​ໜອງຫົງ​ຫູ",​ເພງ​ນີ້​ໄດ້​​ສັນລະ​ເສີນ​ບ້ານ​ເກີດ​ເມືອງ​ນອນ​ແລະ​ພັກ​ກອມ​ມູນິດ​ຈີນ​ດ້ວຍອາລົມ​ຈິດ​ອັນ​ເຂັ້ມ​ຂຸ້ນ​ແລະ​ດ້ວຍທຳນອງ​ທີ່​ມ່ວນ​ຊື່ນ ແຈ່ມ​ໃສ.

ທ້າຍ​ຊຸມ​ປີ70​ສັດຕະວັດ​ແລ້ວ​ນີ້,ຮູບ​ເງົາ​ຈີນ​​ໄດ້​ກ້າວ​ເຂົ້າສູ່​ໄລຍະ​ໃໝ່​.​ສິນລະ​ປິນຈີນ​ໄດ້​ສ້າງ​ຮູບ​ເງົາ​ປະ​ເພດ​ຕ່າງໆ ​ຄື ຮູບ​ເງົາ​​ເລື່ອງ​ປະຫວັດສາດສຳຄັນ ຮູບ​ເງົາສ່ອງ​ແສງ​ຊີວິດ​ການ​ເປັນ​ຢູ່ ຮູບ​ເງົາລື້​ນ​ເລີງ​ແລະ​ຮູບ​ເງົາ​ຕ່າງປະ​ເທດ​ທີ່​ພາກ​ເປັນ​ພາສາ​ຈີນ​ເປັນຕົ້ນ,ອັນ​ໄດ້​ມີ​ສະພາບຈະ​ເລີ​ນຮຸ່ງ​ເຮືອງຈໍ່​ຕົວ​ຂຶ້ນ ຄື ມີ​ເນື້ອ​ໃນ​ແລະ​ລັກສະ​ນະຫຼາຍ​ຢ່າງ​ຫຼາຍ​ແນວ.​ພາກ​ທີ​ສາມ​ຂອງ​ງານ​ດົນຕີ​ໄດ້​ບັນ​ລະ​ຍາຍຮູບ​ເງົາ​ສະ​ໄໝ​ປະຈຸ​ບັນ​ຂອງ​ຈີນ​ກ້າວ​ໄປ​ສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້ແມ່ນ​ເພງwo men de sheng huo chong man yang guang"​ຊີ​ວິດ​ພວກ​ເຮົາ​ເຕັມ​ໄປ​ດ້ວຍ​ແສງ​ຕາ​ເວັນ"ຂັບ​ຮ້ອງ​ໂດຍ​ນັກສະ​ແດງ​ຮູບ​ເງົາ6​ຄົນ ​ເຊັ່ນ​ນາງ​ຈ່ຽງລີ​ລີ​ແລະ​ນາງ​ຈ່າງ​ຈິ່ນລີງ​ເປັນຕົ້ນ,​ເພງ​ນີ້ເປັນ​ເພງ​ສະຫຼັບ​ໃນ​ຮູບ​ເງົາ​ເລື່ອງtian mi de shi ye"ພາລະກິດ​ທີ່​ສຸກ​ສຳລານ".​ເພງ​ນີ້​ມີ​ທຳນອງ​ມ່ວນ​ຊື່ນ,​ແລະ​ມີ​ຈຸດ​ພິ​ເສດ​ຂອງ​​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢ່າງເຂັ້ມຂຸ້ນ,​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ໂສມ​ໜ້າ​ດ້ານ​ຈິດ​ໃຈ​ທີ່​ຂະ​ຫຍັນ​ຫ້າວ​ຫັນ​ຂອງ​ຄົນ​ທັງ​ຫຼາຍ.​​ເນື້ອ​ເພງ​ຮ້ອງ​ວ່າ:​"ວຽກ​ງານ​ສຸກ​ສຳ​ລານ​ຈັ່ງ​ແມ່ນ​ດີ,​ເພງ​ອ່ອນ​ຫວານກໍ​ຫຼາຍ​ແທ້ໆ.ຄູ່ຮັກ​ເກາະ​ແຂນ​ກັນ​ກ້າວ​ໄປ​ໜ້າ,ຊີວິ​ດ​ພວກ​ເຮົາ​ເຕັມ​ໄປ​ດ້ວຍ​ແສງ​ຕາ​ເວັນ."

​ໃນ​ພາກ​ທີ​ສີ່​ຂອງ​ງານ​ດົນຕີ​,​ໄດ້​ມີ​ພາບ​ທີ່ສະ​ແດງ​​ໃຫ້​ເຫັນ​ຜົນສຳ​ເລັດຂອງ​ຮູບ​ເງົາ​ຈີນ​ທີ່ ກ້າວ​ໄປ​ສູ່​ໂລກ​ແລະໄດ້​ຮັບ​ລາງວັນຫຼາຍ​ເທື່ອ​ໃນ​ສາກົນ,​ເພງ​ຮູບ​ເງົາ​ທີ່​ດີ​ເ​ດັ່ນຫຼາຍ​ເພງ​ໄດ້​ຮັບຄວາມ​ຊົມ​ເຊີຍ​ດ້ວຍ​ສຽງ​ຕົບມືເປັນ​ເວລາ​ຍາວ​ນານຂອງຜູ້​ຟັງ​.

ຮູບ​ເງົາ​ເລື່ອງhong gao liang "​ເຂົ້າຝ້າງ​ແດງ"​ແມ່ນ​ຮູບ​ເງົາ​ເລື່ອງ​ທຳ​ອິດ​ຂອງ​ທ່ານ​ຈ່າງ​ອີ້​ໂມ ຜູ້​ກຳກັບ​ການສະ​ແດງ​ຮູບ​ເງົາທີ່​ມີ​ຊື່​ສຽງ​ດົງ​ດັງຂອງ​ຈີນ,​ໃນ​ງານ​ຮູບ​ເງົາ​ສາກົນ​ແບກ​ແລງ​ປີ1988,ຮູບ​ເງົາ​ເລື່ອງ​ນີ້​ໄດ້​ຮັບ​ລາງວັນ​ໝີ​ຄຳ,​ເຊິ່ງ​ເປັນ​ຮູບ​ເງົາ​ຈີນ​​ເລື່ອງທຳ​ອິດ​ທີ່​ໄດ້​ຮັບ​ລາງວັນ​ໃນ​ງານ​ຮູບ​ເງົາ​ຝ່າຍ​ຕາ​ເວັນ​ຕົກ.​ເພງmei mei ni da dan di wang qian zou "ນ້ອງ​ສາວ​,​ເຈົ້າຈົ່ງ​ກ້າວໄປ​ໜ້າ​ຢ່າງ​ກ້າຫານ" ​ເພງ​ສະຫຼັບ​ໃນຮູບ​ເງົາ​ເລື່ອງ​ນີ້​ມີ​​ເນື້ອ​ຮ້ອງ​ເວົ້າ​ແບ​ບຊື່​ກົງ,ທຳນອງ​ມີ​ຈຸດ​ພິ​ເສດ​ຂອງ​​ເພງ​ພື້ນ​ເມືອ​ງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ,​ເຕັມ​ໄປ​ດ້ວຍ​ອາລົມ​ທີ່​ອົງ​ອາດ​ສະຫງ່າ​.ຕໍ່​ໄປ​ເຊີນ​ຟັງ​ເພງ mei mei ni da dan di wang qian zou"ນ້ອງ​ສາວ​,​ເຈົ້າຈົ່ງ​ກ້າວໄປ​ໜ້າ​ຢ່າງ​ກ້າຫານ"ທີ່​ຂັບ​ຮ້ອງ​ໂດຍ​ທ່ານ​ອູ​ຈຸ່ນ.

​ໃນ​ພາກ​ສຸດ​ທ້າຍ​ຂອງ​ງານ​ດົນຕີ,ທ່ານ​ໄຕ້​ຢູ້ຊຽງ​ແລະ​ນາງ​ວາງ​ລີ້​ໄດ້​ຮ່ວມກັນ​ຮ້ອງ​ເພງ wu jin de ai"ຄວາມ​ຮັກ​ທີ່​ບໍ່​ມີ​ວັນ​ສຸດ​ສ້ຽງ",ນີ້​ແມ່ນ​ເພງ​ສະຫຼັບຂອງ​ຮູບ​ເງົາ​ເລື່ອງshen hua "​ເທບ​ນິຍາຍ"​ເຊິ່ງຫາ​ກໍ​ນຳອອກ​ສາຍ​ຢູ່​ຈີນ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ.​ໃນ​ທ່າມກາງສຽງ​ເພງ​ຂອງ​ທ່ານ​ໄຕ້​ຢູ້​ຊຽງ​ແລະ​ນາງ​ວາງ​ລີ້,ງານ​ດົນຕີ​ຄວາມ​ຝັນ​​ແຫ່ງ​ສັດຕະວັດໄດ້​ປິດ​ສາກ​​ໃນ​ບັນຍາກາດ​ທີ່​ຟົດ​ຟຶ້ນທີ່​ມຸ່ງ​ໝາຍ​ອີກ​ຮ້ອຍ​ປີ​ຂອງ​ຮູບ​ເງົາ​ຈີນ.