ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-09 17:02:59    
ກອງ​ບັນ​ຊາ​ການ​ຄະ​ນະ​ຜູ່​ແທນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຂອງ​ຈີນ​ເດີນ​ທາງ​ໄປ​ຮອດ​ຕູ​ລິນ

cri

ຕາມ​ຂ່າວCRI,ຕອນ​ຮຸ່ງ​ເຊົ້າ​ວັນ​ທີ9​ກຸມພາ ​ເວລາ​ປັກ​ກິ່ງ,ກອງ​ບັນຊາ​ການຄະນະ​ຜູ່​ແທນ​ຈີນພ້ອມ​ດ້ວຍ​ທິມກິລາສ່ວນໜຶ່ງ​ທີ່​ເຂົ້າ​ຮ່ວມງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຄັ້ງ​ທີ20​ໄດ້​ເດີນ​ທາງ​ໄປ​ຮອດ​ຕູ​ລິນ​ແຫ່ງ​ອີ​ຕາ​ລີ ບ່ອນ​ຈັດງານກິລາ,​ຈາກ​ນັ້ນ​ໄດ້​ເຂົ້າ​ຮ່ວມ​ພິທີ​ຊັກ​ທຸງ​ຊາດ​ຂຶ້ນ​ເສົາ​ຢູ່​ບ້ານໂອ​ລິ​ມປິກ.

ຄະນະ​ຜູ່​ແທນ​ຈີນ​ປະກອບ​ດ້ວຍ151​ຄົນ,​ໃນ​ນັ້ນ,ມີນັກ​ກິລາ76​ຄົນ,ແມ່ນ​ ​ຄະນະ​ຜູ່​ແທນ​ທີ່​ມີ​ຂະ​ໜາດ​ໃຫຍ່​ກວ່າ​ໝູ່​ຂອງຈີນແຕ່​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ເປັນ​ຄັ້ງ​ທຳ​ອິດ​​ເມື່ອ1980ມານີ້.ນັກ​ກິລາ​ຈີນ​ຈະ​ເຂົ້າ​ຮ່ວມການ​ແຂ່ງ​ຂັນ​ໃນ​47​ລາຍ​ການ​ນ້ອຍ​ຂອງ​3​ລາຍ​ການ​ໃຫຍ່​ຂອງ​ງານ​ກິ​ລາ​ໂອ​ລິ​ມປິກ​ລະດູ​ໜາວ​ຕູ​ລິນ,​ແລະ​ຈະ​ຍາດ​ແຍ່ງ​ຊີງ​ເອົາ​ຫຼຽນ​ຄຳ​ໃນ​ລາຍ​ການ​ຕ່າງໆ​ເຊັ່ນ​ໄຕ່​ນ້ຳ​ແຂງ​ໄລຍະ​ສັ້ນ​ແບບ​ໄວ,​ໄຕ່​ນ້ຳ​ແຂງ​ສະ​ແດງ​ລວດ​ລາຍ​ແລະ​ສີ​ມື​ເທິງ​ອາກາດ​ໃນ​ການ​ໄຕ່​ຫິມະແບບເສລີ.