ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-09 18:02:48    
ທ່ຽວ​ຊົນນະບົດ-ລາຍການໃໝ່​ຂອງ​ການທ່ອງທ່ຽວ​ຈີນ(ສຽງ)

cri Author: da



ຕົ້ນປີ​ນີ້,ບໍລິສັດ​ທ່ອງ​ທ່ຽວ​ຈີນ​ໄດ້​ປະກາດລາຍການທ່ອງ​ທ່ຽວປີ​ນີ້ຄື​ດັ່ງ​ລຸ່ມ​ນີ້​:"ຊົນນະ​ບົດ​ໃໝ່,ທ່ອງ​ທ່ຽວ​ໃໝ,ສຳຜັດ​ໃໝ່,ຄວາມ​ນິຍົມ​ໃໝ່".​

ທ່ຽວ​ຊົນນະບົດ,ກໍ​ແມ່ນ​ຈັດ​ລາຍການ​ທ່ອງທ່ຽວທີ່​ຖື​​ເຂດຊົນນະບົດ​​ເປັນຈຸດໝາຍ​ປາຍທາງ,​ແຕ່​ຫາກ​ບໍ່​ພຽງ​ແຕ່​ໄປ​ຊົນນະບົດ​​ຈີນຊື່ໆ.

​ໃຜໆ​ກໍ​ຮູ້​ແລ້ວ​ວ່າ,ຈີນ​ແມ່ນ​ປະ​ເທດ​ອາລະຍະ​ທຳ​ບູຮານ​ທີ່​ມີ​ປະຫວັດ 5 ພັນ​ປີ,ທີ່​ຈິງ​ແລ້ວ,ປະຫວັດ​ອັນ​ເກົ່າ​ແກ່​ນີ້ກໍ​ແມ່ນ​ປະ​ຫວັດວິວັດທະນາ​ການ​ແຫ່ງ​ອາລະຍະ​ທຳກະສິກຳ.ວັດທະນະທຳ​ມູນ​ເຊື້ອຂອງ​ຈີນ​ມີ​ພື້ນຖານ​ອັນໜາ​ແໜ້ນ​ໃນ​ເຂດ​ຊົນນະບົດ,​ເມື່ອ​ທຽບ​ກັບ​ຕົວ​ເມືອງ​ແລ້ວ,ຊົນນະບົດ​ຖືກ​ອາລະຍະ​ທຳສະ​ໄໝ​ປະ​ຈຸ​ບັນ​​ກະ​ໜ່ຳຈໜ້ອຍ,ດັ່ງນັ້ນ,ວັດທະນະທຳ​ມູນ​ເຊື້ອ​ຈຶ່ງ​ໄດ້​ຖືກ​ຮັກສາ​ໄວ້​ຫຼາຍກວ່າ.


​ໃນ​ເຂດ​ຊົນນະບົດ​ຫຼາຍ​​ແຫ່ງ,ບໍ່​ວ່າ​​ຈະ​ແມ່ນຮີດຄອງ​ປະ​ເພນີ,​​ຫຼື​ແມ່ນສິລະ​ປະ​ພື້ນ​ເມືອງ​ຄື​ງີ້ວ​ດັ້ງ​ເດີມ​ແລະ​ເພງ​ພື້ນ​ເມືອງ,ຫຼື​ໝູ່​ບ້ານ ​ເຮືອນ​ຢູ່​ປະຊາຊົນ​ແລະ​ວັດວາອາ​ຮາມ​ທີ່​ມີ​​ໂສມ​ໜ້າ​ບູຮານນັ້ນ,ລ້ວນ​ແຕ່​ຖືກ​ປົກ​ປັກ​ຮັກສາ​ໄວ້​​​ຂ້ອນ​ຂ້າງ​ດີ.​ໄປ​ທ່ຽວ​ເຂດ​ຊົນນະບົດ​ທີ່​ມີ​ຈຸດ​ພິ​ເສດດັ່ງກ່າວ,ອາດ​ເວົ້າ​ໄດ້​ວ່າ​ແມ່ນ​ລາຍການ​ທີ່​​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຮູ້ຈັກ​ສະພາບຂອງ​ຈີນ​ຢ່າງ​ເລິກ​ເຊິ່ງ.

ທ່ານ​ຜູ້​ຟັງ​,ທີ່​ທ່ານ​ພວມ​ຟັງຢູ່​ນີ້ແມ່ນ​ງີ້ວ​ຈີ້​ງ ງີ້ວ​ທ້ອງ​ຖິ່ນ​ຂອງ​ຈີນ.ງີ້ວ​ຈີ້​ງ​ມີ​ປະຫວັດ 300 ກວ່າ​ປີ​ແລ້ວ,ຊຶ່ງ​ມີ​ປະຫວັດ​ດົນກວ່າ​ງີ້ວ​ປັກ​ກິ່ງ​ທີ່​ມີ​ຊື່​ສຽງ.ງີ້ວ​ຈິ້ງມີ​ຊື່​ລື​ນາມ​ຍ້ອນສຽງ​ຮ້ອງ​ດັງ​ແລະ​​ໄວ,ຈິ້ງ​ແມ່ນ​ຊື່​ຫຍໍ້​ຂອງ​ແຂວງ​ຊ່ານ​ຊີ່,​ເປັນ​ບ່ອນກຳ​ເນີ​ດ​ແລະ​​ເຜີຍ​ແຜ່,ສະນັ້ນ ​ເອົາ​ຄຳ​ວ່າ"ຈິ້ງ"​ເປັນ​ຊື່​ຂອງ​ງີ້ວ​ນີ້.

ປະຈຸ​ບັນ,ງີ້ວ​ຈີ້​ງຍັງ​​ເຜີຍ​ແຜ່ຢ່າງ​ກວ້າງຂວາງ​ຢູ່​ເຂດ​ຊົນນະບົດ​ແຂວງ​ຊ່ານ​ຊີ່,​ແມ່ນ​ລາຍການ​ບັນ​ເທີ​ງຂອງ​ປວງ​ຊົນ​ທີ່​ຂາດ​ເຂີນ​ບໍ່​ໄດ້​ໃນ​ວັນພັກ​ວັນບຸນ.​ແຂວງ​ຊ່ານ​ຊີ່ບໍ່​ພຽງ​ແຕ່​ມີ​ງີ້ວ​ຈີ້​ງທໍ່​ນັ້ນ,ຍັງ​ມີບ້ານຂອງ​ພໍ່ຄ້າ​ເສດຖີ​ສະ​ໄໝ​ບູຮານ​ກໍ​ມີ​ຊື່ສຽງດົ່ງ​ດັງ​ຫຼາຍ,​ເຊັ່ນ:ບ້ານ​ວົງ​ຕະກຸນ​ຊຽວກໍ​ແມ່ນ​ແຫ່ງ​ໜຶ່ງ.​ໃນ​ຊຸມ​ປີ 90 ສັດຕະວັດ​ທີແລ້ວ,ທ່ານ​ຈັ່ງ​ອີ້​ໂມ​ວ ນັກ​ກຳ​ກັບ​ການສະ​ແດງ​ໄດ້​ຖ່າຍຮູບ​ເງົາ"​ໂຄມ​ລະ​ຍ້າສີ​ແດງ"ຢູ່​ບ້ານນີ້,ຮູບ​ເງົາ​ນີ້​​ໄດ້​ຮັບ​ຄວາມ​ຍ້ອງຍໍ​ຢ່າງ​ກວ້າງຂວາງ​ໃນສາກົນ​.


ຕົ້ນປີ​ນີ້,ນັກ​ຂ່າວ​ຕັ້ງໄປ​ຢາມ​ບ້ານ​ວົງ​ຕະກຸນ​ຊຽວ.ຜູ້​ທີ່​ໄປ​ຮອດ​ໃນມື້​ດຽວ​ກັນນັ້ນ ນອກຈາກ​ນັກ​ຂ່າວ​ແລ້ວ ຍັງ​ມີ​ແຂກ​ທ່ອງ​ທ່ຽວຈີນ​ແລະ​ຕ່າງ​ປະ​ເທດ 500 ກວ່າ​ຄົນ.​ ແຂກ​ທ່ອງ​ທ່ຽວຊອກ​ຫາ​​ເລື່ອງ​ອັດສະຈັນ​ທີ່​ເຄີຍ​ເກີດ​ຂຶ້ນ​ຢູ່​ໃນ​ບ້ານນີ້,ພ້ອມ​ກັນນັ້ນ ລາຍການທີ່​ສ່ອງ​ແສງຮີດຄອງປະ​ເພນີ​ແລະ​ງີ້ວ​ທ້ອງ​ຖິ່ນ​ພວມສະ​ແດງ​ຢູ່​ແຫ່ງ​ນີ້​ທັງໄດ້ດູດ​ດຶງ​ແຂກ​ທ່ອງ​ທ່ຽວ​ຢ່າງ​ເລິກ​ເຊິ່ງ.

ທ່ານ​ມາ​ເຊີ້ງ ຜູ້ນຳ​ທ່ຽວ​ແຫ່ງ​ນັ້ນມີ​ຄວາມ​ເຊື່ອໝັ້ນທີ່​ສຸດຕໍ່​ການທ່ອງທ່ຽວ​ຊົນນະບົດ​ຢູ່​ແຂ​ວງຊ່ານ​ຊີ່,ທ່ານ​ເວົ້າຕໍ່​ນັກ​ຂ່າວ​ວ່າ:


"ວັດທະນະທຳ​ຊົນນະບົດ​ຂອງ​ແຂວງ​ຊ່ານ​ຊີ່​ມີ​ພື້ນຖານ​ອັນໜາ​ແໜ້ນ,ມັນ​ບໍ່​ພຽງ​ແຕ່​ໄດ້ມີ​ຮີດຄອງ​ປະ​ເພນີ ງີ້ວ ​ແລະ​ການ​ຟ້ອນ​ລຳ​ຫຼາຍ​ຮູບ​ຫຼາຍ​ແບບ​ທໍ່​ນັ້ນ,ຂ້າພະ​ເຈົ້າຄຶດ​ວ່າ ບ້ານ​ຊົນນະບົດ​ເກົ່າ​ແກ່ ​ເຮືອນ​ຢູ່​ປະຊາຊົນ​ເກົ່າ​ແກ່​ແລະ​ພາບ​ວິວທິວ​ທັດກໍ​ມີ​​ໂສມໜ້າ​ພິ​ເສດ​ແລະ​ມີ​ເນື້ອ​ໃນ​ອຸດົມສົມບູນ."


ຢູ່​ຈີນ,​ເຂດທີ່​ມີ​ຊັບພະຍາກອນ​ທ່ອງ​ທ່ຽວ​ຊົນນະ​ບົດ​ເໝືອນ​ແຂວງ​ຊ່ານ​ຊີ່​ນັ້ນຍັງ​ມີ​ຫຼາຍ​ແຫ່ງ.ຢູ່​ລ້ອງ​ແມ່ນ້ຳຢາງ​ເຊ​ພາກ​ໃຕ້​ຂອງ​ຈີນ,​ເມືອງ​ອີ​ຊ່າງ​ໄດ້​ກາຍ​ເປັນເຂດທ່ອງ​ທ່ຽວ​ຈຸດ​ຮ້ອນ ຍ້ອນ​ໄດ້​ສ້າງ​​ເຂື່ອນ​ຊ່ານ​ເຊຍ ຊຶ່ງ​ເປັນ​ກິດຈະການຊຸມຊົນລະປະທານ​ຂະໜາດ​ໃຫຍ່,​ໃນ​ຫຼາຍ​ປີ​ມາ​ນີ້,​ເສັ້ນທາງ​ທ່ອງ​ທ່ຽວ​ຊ່ານ​ເຊຍ​ໄດ້ມີ​ລາຍການ​​ໃໝ່​ທີ່ສຳຜັດຮີດຄອງ​ປະ​ເພນີ​ແລະຊົມ​ທິວ​ທັດ​ໄຮ່​ສວນ​ທົ່ງ​ນາ,​ແລ້ວ​ຈໍ່​ຕົວ​ຂຶ້ນ​ເປັນ​​ເຂດທ່ອງ​ທ່ຽວ​ແລະ​ພັກຜ່ອນ​ທີ່ຖື​ການທ່ອງທ່ຽວ​ຊົນນະບົດ​ເປັນ​ລາຍການ​ຕົ້ນຕໍ​ຢູ່​ເຂດ​ອ້ອມ​ແອ້ມ​ເຂື່ອນຊ່ານ​ເຊຍ,ປີ​ກາຍ​ນີ້​ໄດ້​ຮັບ​ຕ້ອນ​ແຂກ​ທ່ອງ​ທ່ຽວ​ຫຼາຍກວ່າ 1 ລ້ານ​ເທື່ອ​ຄົນ.

ພ້ອມ​ກັນນັ້ນ,ຮີດຄອງ​ປະ​ເພນີ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແລະ​ພາບ​ວິວທິວ​ທັດ​ທຳ​ມະ​ຊາດ​ໃນ​ຊົນນະບົດ,ກໍ​ແມ່ນ​ຈຸດ​ຮ້ອນ​ຈຸດໜຶ່ງ​ໃນ​ການ​ທ່ອງ​ທ່ຽວ​ຊົນນະ​ບົດ.​​ໃນເວລາ​ຍາວ​ນານ​ມາ​ນີ້,​ເຂດຕິ​ເບ​ດ ​​ແຂວງ​ກຸ້ຍ​ໂຈ່​ວ​ແລະ​ແຂວງ​ຢຸນນານທີ່​ມີ​ປະ​ເພນີ​ຊົນ​ເຜົ່າ​ອັນ​ເຂັ້ມຂຸ້ນ​ແລະ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ອັດສະຈັນຢູ່​ພາກ​ຕາ​ເວັນ​ຕົກ​ສຽງໃຕ້​ຂອງ​ຈີນ​ແມ່ນ​ຈຸດ​ຮ້ອນ​​ຂອງການທ່ອງທ່ຽວ​ໂດຍ​ຕະຫຼອດ.​​ແຂກ​ທ່ອງ​ທ່ຽວ​ນິຍົມ​ໄປ​ທ່ຽວເສັ້ນທາງ​ນີ້​ຢ່າງ​ບໍ່​ຂາດ​ສາຍ,ປັດ​ໄຈ​ຕົ້ນຕໍ​ອັນ​ໜຶ່ງ​ກໍແມ່ນ​ຊົນນະບົດ.​ໃນ​ຫຼາຍ​ປີ​ມາ​ນີ້,​ເຂດ​ພາກ​ເໜືອ​ຂອງ​ຈີນ,​ແມ່ນ​​ຖື​ການທ່ອງທ່ຽວ​ທົ່ງ​ຫຍ້າ ​ທະ​ເລ​ຊາຍເປັນ​ລາຍການ​ຕົ້ນຕໍ,ທັງ​ໄດ້​ຮັບ​ຄວາມ​ມັກຂອງ​ແຂກ​ທ່ອງ​ທ່ຽວ.

​ໃນ​ເວລາ​ເວົ້າ​ເຖິງ​ພາບ​ອະນາຄົດ​ຂອງ​ການທ່ອງ​ທ່ຽວ​ຊົນນະບົດ,ທ່ານ​ຈ້າວ​ຈິນລົງ ຜູ້ອຳນວຍການ​ພະ​ແນ​ກ​ຕະຫຼາດ​ບໍລິສັດ​​ຈີນຄ່າງ​ຫຸ່ຍ​ທ່ອງ​ທ່ຽວ​ຄາດ​ຄະ​ເນ​ວ່າ:

"ການທ່ອງທ່ຽວ​ຊົນນະບົດ​ຈະ​ມີ​ເນື້ອ​ໃນວັດທະນະທຳ​ ປະ​ຫວັດ​ສາດ​ແລະ​ທິວ​ທັດ​ທຳ​ມະ​ຊາດ​ເປັນຕົ້ນ,​ດັ່ງນັ້ນ ​ໄປ​ທ່ຽວ​ແຫ່ງ​ໜຶ່ງ​ຈະ​ໄດ້​ຫຼາຍ​​ເນື້ອໃນ.ປີ 2006,ບໍລິສັດທ່ອງ​ທ່ຽວ​ຈະ​ຕັ້ງ​ເສັ້ນທາງທ່ອງ​ທ່ຽວ​ຊົນນະ​ບົດ​ໂດຍ​ໝູນ​ອ້ອມ​ປະ​ເພນີ​ບ້ານ​ຊົນນະບົດແລະໜີ​ດຄອງ​ປະ​ເພນີຊົນ​ເຜົ່າ​ສ່ວນ​ໜ້ອຍ,ແຂວງ​ຢຸນນານ​ແລະ​ແຂວງ​ກຸ້ຍ​ໂຈ່​ວຢູ່ເຂດ​ພາກ​ຕາ​ເວັນ​ຕົກມີ​ຖານະ​ສຳຄັນ​ຄື​ເກົ່າ,​ແຕ່​ເຂດ​ຊິນ​ຈ່ຽງ ​ເຂດ​ມົງ​ໂກ​​ໃນ​ແລະ​ເຂດຕິ​ເບ​ດ​ເປັນຕົ້ນ,ຈະ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກປະຊາຊົນ​ສົນຍ້ອນ​ເປັນ​ແຫຼ່ງທ່ອງ​ທ່ຽວ​ໃໝ່."

ການທ່ອງທ່ຽວ​ຊົນນະບົດ​ນອກຈາກຈະ​ນຳ​ເອົາ​ຄວາມອັດສະຈັນ​​ສູ່​ຄົນແລ້ວ,ຍັງ​ອີກ​ອັນ​ໜຶ່ງ​ກໍ​ແມ່ນແຂກ​ທ່ອງ​ທ່ຽວ​ສາມາດພັກ​ຜ່ອນ​ຢ່ອນ​ອາລົມ​ໄດ້.​​ໄປ​ພັກ​ຢູ່​ເຂດ​ຊົນນະບົດຊານເມືອງ​ໃຫຍ່ບໍ່​ເທົ່າ​ໃດ​ມື້,​ເຖິງ​ວ່າ​ບໍ່​ມີແຫ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ເປັນ​ໜ້າ​ທ່ຽວໄດ້,​ແຕ່​ວ່າ​ຢູ່​ແຫ່ງນັ້ນມີອາກາດ​ສົດ​ໄສ,​ໄປ​ກິນອາຫານ​ຊາວ​ໄຮ່​ຊາວນາ,ຫຼື​ໄປ​ເກັບຜັກ​ແລະ​ໝາກ​ໄມ້ທີ່​ບໍ່​ເຄີຍ​ເຮັດ​ຈັກ​ເທື່ອ,ໄດ້​ກາຍ​ເປັນ​ການເລືອກ​ເອົາ​ຊະນິດ​ໜຶ່ງ​ຂອງ​​ໄທ​ເມືອງ​ໃຫຍ່​ໃນ​ເວລາ​ພັກ​ວັນສິ້ນ​ສັບປະດາ.ສ່ວນ​ການທ່ອງທ່ຽວ​ສຳຜັດ​ຊີວິດ​ຊາວ​ກະສິກອນ ຊຶ່ງຖື"ການ​ພັກ​ແຮມ​ຢູ່​ເຮືອນ​ຊາວ​ກະສິກອນ,ກິນ​ເຂົ້າຂອງຊາວ​ກະສິກອນ,​ແລະ​ເຮັດ​ວຽກ​ສວນ​ການ​ນາ"​ເປັນ​ລາຍການ​ຕົ້ນຕໍ​ນັ້ນ,​ໄດ້​ກາຍ​ເປັນຄວາມ​ນິຍົມ​ໃໝ່​ຊະນິດ​ໜຶ່ງ​ແລ້ວ.