ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-09 18:40:35    
ຝ່າຍ​ຈີນ​ຫວັງ​ໃຫ້​ຂໍ້​ສະ​ເໜີ​ຂອງ​ຣັດ​ເຊຍ​ຈະ​ຊ່ອຍ​ທັບ​ມ້າງ​ສະ​ພາບ​ແຂງ​ກະ​ດ້າງ​ໃນ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ

cri Author: da
ຕາມ​ຂ່າວCRI: ວັນ​ທີ 9 ກຸມພາ ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ ທ່ານ​ຂົງຊວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,ຣັດ​ເຊຍ​ເຊີນ​ອີຣານ​ເຂົ້າຮ່ວມ​ການ​ສ້າງສູນກັ່ນ​ເອົາ​ອູ​ລາ​ນິອົມ​ຂຸ້ນ​ສາກົນ​ແຫ່ງ​ທຳ​ອິດຂອງຣັດ​ເຊຍ,ຝ່າຍ​ຈີນ​ຫວັງ​ໃຫ້​ການ​ກະທຳ​ດັ່ງກ່າວຈະຊ່ອຍທັບ​ມ້າງ​ສະພາບ​ແຂງ​ກະດ້າງ​ໃນບັນຫາ​ນິວ​ເຄຼຍອີຣານ​ໃນ​ສະ​ເພາະ​ໜ້າ​ນີ້.

ທ່ານ​ຂົງຊວນ​ເວົ້າວ່າ,ຝ່າຍ​ຈີນ​ໄດ້​ຢືນຢັນຕໍ່​ຂໍ້​ສະ​ເໜີ​ຂອງຣັດ​ເຊຍ,​ເຫັນ​ວ່າ ນີ້​ແມ່ນ​ການ​ທົດ​ລອງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ທັບ​ມ້າງ​ສະພາບ​ແຂງ​ກະດ້າງ​ໃນ​ສະ​ເພາະ​ໜ້າ​ນີ້.ຝ່າຍ​ຈີນ​ສະໜັບສະໜູນ​ຄວາມ​ພະຍາຍາມ​ທຸກ​ຢ່າງທີ່​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ກົນ​ໄກ​ບໍ່​ແຜ່ຜາຍ​ນິວ​ເຄຼຍສາກົນ,ຫວັງ​ໃຫ້​ປະຊາ​ຄົມ​ໂລກ​ຈົ່ງ​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ທີ່​ກ່ຽວຂ້ອງ​ໂດຍ​ຜ່ານ​ຈາກ​ການ​ປຶກສາ​ຫາລື​ຢ່າງ​ສະ​ເໝີ​ພາບ,ປ້ອງ​ກັນການ​ແຜ່ຜາຍ​ອາວຸດ​ນິວ​ເຄຼຍ.

ຕາມ​ຝ່າຍຣັດ​ເຊຍ​ເຜີຍ​ໃຫ້​ຮູ້ວ່າ,ຄະນະ​ຜູ້​ແທນ​ຊັ້ນສູງ​ຂອງ​ອີຣານຈະ​ຢ້ຽມຢາມຣັດ​ເຊຍ​ໃນ​ວັນ​ທີ 16 ກຸມພາ,ຫາລື​ຂໍ້​ສະ​ເໜີ​ດັ່ງກ່າວກັບ​ຝ່າຍຣັດ​ເຊຍ​.ອີຣານອາດ​ຈະ​ກາຍ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ເຂົ້າຮ່ວມ​ການ​ສ້າງສູນ​ດັ່ງກ່າວ.