ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-09 23:03:43    
ໜອງ​ບາຍ​ການ​ທີ່​ມະ​ຫັດ​ສະ​ຈັນ(ສຽງ)

cri

ໜອງ​ບາຍ​ການ​ຕັ້ງ​ຢູ່​ພາກ​ໃຕ້​ ​ຊາຍ​​ເປ​ຍ​ເຣຍຕາ​ເວັນ​ອອກ​ຂອງຣັດ​ເຊຍ,​ໃນ​ສະ​ໄໝ​ບູຮານ,ຈີນ​ເອີ້ນ​ໜອງ​ນີ້​ເປັນ"ທະ​ເລ​ເໜືອ".

ໜອງ​ບາຍ​ການ​ແຄບ​ຍາວ​ຄົດ​ລ້ຽວ,ຍາວ636​ກິ​ໂລ​ແມັດ,ສະ​ເລ່ຍ​ແລ້ວ,ກວ້າງ48​ກິ​ໂລ​ແມັດ,ບ່ອນ​ກວ້າງ​ທີ່​ສຸດ​ມີ79,4ກິ​ໂລ​ແມັດ,ຄືດວງ​​ເດືອນ​ແຮມ​ທີ່ເລື່ອມ​ຢູ່​ຮິມ​ໃຕ້​ຊາຍ​​ເປຍ​ເຣຍຕາ​ເວັນ​ອອກ,​​ເນື້ອ​ທີ່​ຂອງ​ໜອງ​ມີ3​ໝື່ນ1ພັນ5​ຮ້ອຍ​ກິ​ໂລ​ແມັດ​ມົນທົນ,​ເປັນ​ທີ8​​ໃນ​ໂລກ.ບໍລິ​ມາດນ້ຳ​ໜອງ​ບາຍ​ການ​ມີ2ໝື່ນ3​ພັນ6​ຮ້ອຍ​ກິ​ໂລ​ແມັດ​ກ້ອນ,ກວມ1​ສ່ວນ5​ຂອງ​ຍອດ​ປະລິມານ​​ນ້ຳ​ຈືດ​ໃນ​ໂລກ,​​ເປັນ​ໜອງ​ນ້ຳ​ຈືດ​ເລິກ​ກວ່າ​ໝູ່​ທັງ​​ເກັບນ້ຳຫຼາຍ​ກວ່າ​ໝູ່​​​ໃນ​ໂລກ.ການ​ທີ່​ໜອງ​ເກັບ​ນ້ຳຫ​ຫຼາຍນັ້ນ​ແມ່ນ​ຍ້ອນ​ໜອງ​ເລິກ​ຫຼາຍ,ສະ​ເລ່ຍ​ແລ້ວ,ໜອງ​ບາຍ​ການ​ເລິກ730​ແມັດ,ບ່ອນ​ເລິກ​ກວ່າ​ໝູ່​ມີ1620​ແມັດ.​ເຂດ​ອ້ອມ​ແອ້ມ​ຂອງ​ໜອງ​ບາຍ​ການ,ມີ​ແມ່​ນ້ຳສາຍນ້ອຍສາຍ​ໃຫຍ່366​ສາຍ​ໄຫຼ​ປ່ອນ​ເຂົ້າໜອງ​ນີ້,​ແລະ​ແມ່​ນ້ຳ​ທີ່​ໄຫຼ​ອອກ​ຈາກ​ໜອງ​ມີ​ພຽງແມ່​ນ້ຳ​ອາຈາ​ລາ​ສາຍ​ດຽວ​​ເທົ່າ​ນັ້ນ,ປະລິມານ​ນ້ຳ​ໄຫຼ​ຕໍ່​ປີ,ສະ​ເລ່ຍ​ແລ້ວ​ພຽງ​​ 1870​ແມັດ​ກ້ອນ​ຕໍ່​ວີນາ​ທີ.

ນັກວິ​ທະ​ຍາ​ສາດ​ເຄີຍ​​ສົມ​ມຸດຫຼາຍ​ກໍ​ລະ​ນີມ່ວນໆ​ວ່າ:ຖ້າ​ບໍ່​ມີ​ແມ່​ນ້ຳ​ສາຍອື່ນ​ໄຫຼປ່ອນ​ເຂົ້າ​​ໜອງ​ບາຍການ,ຫາກ​ມີ​ແຕ່​ນ້ຳ​ທີ່​ໄຫຼ​ຈາກ​ແມ່​ນ້ຳ​ອາຈາ​ລາ​ຕາມ​ປະລິມນານ​ນ້ຳ​ໄຫຼ​ສະ​ເລ່ຍຕໍ່​ປີ​ໃນ​ປະຈຸ​ບັນ, ​ຕ້ອງການ40​ປີ​​ນ້ຳ​​​ໃນໜອງ​ບາຍ​ການ​ຈິ່ງ​ບົກ​ແຫ້ງ,ຖ້າແມ່​ນ້ຳ​ສາຍ​ສຳຄັນ​​ໃນທົ່ວ​ໂລກລ້ວນ​ແຕ່​​ໄຫຼ​ປ່ອນເຂົ້າ​ໜອງ​ເບຍ​ການ,ຍັງ​ຕ້ອງການ​ປະ​ມານ1ປີນ້ຳ​ຈິງ​ເຕັ້ມໜອງ​ບາຍ​ການ,ນ້ຳໜອງ​ບາຍ​ການ​ສາມາດ​​ໃຫ້5ຕື້​ຄົນ​ກິນ​50ປີ.

ໜອງ​ບາຍ​ການ​ມີຊັບພະຍາກອນ​ຊີວະ​ຊາດ​ອັນ​ອຸ​ດົມ​ສົມບູນ,​ແມ່ນ​ເຂດ​ປະມົງ​ທີ່​ສຳຄັນ​ຂອງ​ຣັດ​ເຊຍ.​ໃນ​ໜອງ​ມີ​ພືດປະມານ600​ກວ່າຊະນິດ​ແລະ​ສັດ​1200ກວ່າ​ຊະນິດ,​ໜອງ​ອື່ນໆ​ໃນ​ໂລກຈະ​ປຽບທຽບ​ບໍ່​ໄດ້.ສິ່ງ​ທີ່​ເຮັດ​ໃຫ້​ນັກວິທະຍາສາດ​ສົນ​ໃຈ​​ເປັນ​ພິ​ເສດ​ນັ້ນ​ແມ່ນ​ຊີວະ​ຊາດທີ່​ເກົ່າ​ແກ່.​ເພາະວ່າ​ຊີວະ​ຊາດນ້ຳ​ຈືດ​ຈຳນວນ​ຫຼາຍ​​​ແມ່​ຊອກ​ບໍ່​ເຫັນໃນ​ແມ່​ນ້ຳໜອງບຶງ​ອື່ນໆ​ຂອງ​ຊາຍ​ເປຍ​ເຣຍ.ໜອງ​ບາຍ​ການ​​​ເປັນ​ໜອງ​ນ້ຳ​ຈືດ,​ແຕ່​ໃນ​ໜອງ​ພັດ​ມີ​ຊີ​ວິຊາ​ດທະ​ເລ​ຫຼາຍ​ຊະນິດ ​ເຊັ່ນ, ​ເສືອ​ດາວ​​ທະ​ເລ,ຫອຍ​ທະ​ເລ​​ແລະ​ກຸ້ງທະ​ເລ​ເປັນ​ຕົ້ນ.ຢູ່​ພື້ນໜອງ​ບາຍ​ການ​ຍັງ​ມີຟອງ​ນ້ຳ​ທີ່​ສູງ1—15​ແ​ມັດ ​ເໝືອນຄື​ປ່າ​ໄມ້,​​ໃນ​ໜອງ​ອື່ນ​​ແມ່ນຫາ​ບໍ່​​ເຫັນ​ດອກ,ກຸ້ງ​ທ​ະ​ເລ​ຮູບ​ຮ່າງ​ແນວ​ແປກໆ​ກໍ່​ລີ້​ຕົວ​ໃນູ"ປ່າ​ໄມ້"ດັ່ງກ່າວ​ນີ້.ຕາມ​ທຳ​ມະ​ດາ,ປາສະທໍຣ໌ຢອນ​ແມ່ນດຳລົງ​ຊີວິດ​​ຢູ່​ແຄມທະ​ເລ,​ແຕ່​ປາ​ສະ​ທໍຣ໌ຢອນພັດຢູ່​ໜອງ​ບາຍ​ການ​ຢູ່​ໜອງ​ບາຍ​ການໄດ້​ກາຍ​ເປັນ​ປາ​ນ້ຳ​ຈືດ​​ໝົດ​ແລ້ວ.

ໃນ​ໜອງ​ແບບ​ທີ່​ເປັນ​ຕົວ​ຂອງ​ເອີ​ລົບ,ຕາມ​ທຳມະ​ດາ​ມີ ​ສັດ​ພວກ​ມີ​ອອງຮູບ​ກຸ້ງ​ແລະ​ບົ້ງ​ຮູບ​ແປພຽງສອງ​ສາມ​ຊະນິດ​ເທົ່າ​ນັ້ນ,​ແຕ່ຢູ່​ໜອງ​ບາຍ​ການ​ພັດ​ມີ​ສັດ​ພວກ​ມີ​ອອງຮູບ​ກຸ້ງ200​ກວ່າ​ຊະນິດ​ແລະ​ບົ້ງ​ຮູບ​ແປ80ກ​ວ່າ​ຊະນິດ.ບໍ່ພ​ຽງ​ແຕ່​ມີຈຳນວນ​ຫຼວງ​ຫຼາຍ,ບາງ​ຈຳ​ພວກ​ຍັງ​ແປກ​​ແປກ​ຈັບ​ສາຍ​ຕາ​ຄົນ.ຕົວຢ່າງ,ສັດ​ພວກ​ມີ​ອອງຈຳນວນ​ໜຶ່ງ​ທີ່​ປະກົດ​ເຫັນ​ໃນ​ຫວ່າງ​ມໍ່ໆ​ນີ້​ມີ​ສີ​ສະຫຼັບ​ກັນ, ຄື​​ສີສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ສຸດ,ພ້ອມ​ກັນ​ນັ້ນ,ຍັງ​ມີ​ຄົນ​ເຄີຍ​ຈັບ​ບົ້ງ​ຮູບ​ແປ​​ທີ່​ຍາວ38​ຊັງ​ຕີ​ແມັດ​ໃນ​ໜອງ​ບາຍ​ການ,ບົ້ງ​ຮູບ​ແປ​ຊະນິດ​ນີ້​ສາມາດ​ກິນ​ປາ,​ເປັນບົ້ງ​ຮູບ​ແປ​ໃຫຍ່​ກວ່າ​ໝູ່​​ແລະ​ຫາ​ຍາກໃນ​ໂລກ.

ສັດປ່າ​​ໃນ​ໜອງ​ບາຍ​ການທີ່​ຈັບ​ສາຍຕາ​ຄົນທີ່​ສຸດ​ກໍ່​​ແມ່ນ​ເສືອດາວ​ທະ​ເລນ້ຳ​ຈືດ​ແລ້ວ.ມັນມີ​ຈຳນວນ​ຫຼາຍ,ມັກ​ເຄື່ອນ​ໄຫວ​ເປັນ​ຝູງ​​ເປັນ​​ກຸ່ມ.ປະຈຸ​ບັນ,ປີ​ໃດ​ຍັງ​ສາມາດຈັບ​​ໄດ້ເກືອບ5000​ໂຕ.​ແຕ່,​ເສືອດາວ​ທະ​ເລ​​ແມ່ນ​ມາ​ຕັ້ງ​ບ້ານ​ຢູ່​ໜອງ​ບາຍ​ການ​ແນວ​​​ໃດ.ຕ່າງຄົນ​ຕ່າງ​ເວົ້າ​ບໍ່​ຄື​ກັນ,ຈົນ​ເຖິງປະຈຸ​ບັນ,ຍັງ​ແມ່ນ​ຄຳ​ປິດສະໜາ​ອັນ​ໜຶ່ງ.​ໃນ​ປີ​ໜຶ່ງ,​ເຖິງ​ວ່າ​ໜອງ​ບາຍການ​​ໄດ້ກ້າມ​5​ເດືອນນ້ຳກ້າມ​ໜາປະມານ90​ຊັງ​ຕີ​ແມັດ,ອຸນຫະພູມ​​ໃນລະດູ​ໜາວ ສະ​ເລ່ຍ​ແລ້ວ​ ຢູ່ລົບ38​ອົງສາ​​,ແຕ່​ແສງ​ແດດ​ພັດ​ສາມາດ​ຜ່ານ​​ນ້ຳ​ລົງ​ສູ່​ນ້ຳໜອງ,ປະກອບ​ເປັນ"ຜົນ​ບັງ​ເກີດ​ເຮືອນ​​ແກ້ວ",​​ເລີຍເຮັດ​ໃຫ້​ອຸນຫະພູມ​ນ້ຳຂ​ໃນ​ລະດູ​ໜາວ​ອຸ່ນ​ຄື​ລະດູ​ຮ້ອນ,ມີ​ຜົນ​ດີ​ໃຫ້​ຊີວະ​ຊາດລອຍ​ນ້ຳ​ແຜ່​ເຊື້ອ​ແຜ່ພັນ​ໄດ້,ນີ້ສະໜອງ​ອາຫານ​ໃຫ້​ຊີວະ​ຊາດນ້ຳປະ​ເພດ​ຕ່າງ​ໂດຍ​ກົງ​ແລະ​ໂດຍທາງ​ອ້ອມ,ຊຸກ​ຍູ້​ໃຫ້​ຊີວະ​ຊາດ​ນ້ຳ​ເຕີບ​​ໃຫຍ່​ຂຶ້ນ​.

ນີ້​ກໍ່​ແມ່ນ​ໜອງ​ບາຍ​ການ​ທີ່ມະຫັດສະ​ຈັນ,ດຶງ​ດູດ​ນັກວິ​ທະຍາ​ສາດ​ແລະ​ນັກ​ຊີວະ​ສາດ​ນັບ​ບໍ່​ຖ້ວນ​ໄປ​ຄົ້ນ​ຄວ້າ​.