ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-10 11:27:47    
ທ່ານ​ອານ​ນານ​ຮຽກ​ຮ້ອງ​ໃຫ້​ອົງ​ການ​ຮາ​ມາສ​ປະ​ລະ​ກຳ​ລັງ​ຮຸນ​ແຮງ​ແລະ​ຮັບ​ຮອງ​ອິສ​ຣາ​ແອນ

cri
ຕາມ​ຂ່າວCRI,ວັນ​ທີ9​ກຸມພາ,ທ່ານ​ອານ​ນານ ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ,ທ່ານ​ຫວັງ​ໃຫ້​ອົງການ​ຮາ​ມາສທີ່​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ສະພາ​ນິຕິບັນຍັດ​ປາ​ເລັສ​ຕິນ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ຈົ່ງ​ຮັບ​ຟັງ​ຂໍ້​ສະ​ເໜີ​ຂອງ​ປະຊາ​ຄົມ​ໂລກ,ປະລະ​ການ​ເຄື່ອນ​ໄຫວ​ໃຊ້​ກຳລັງ​ຮຸນ​ແຮງ​ແລະ​ຮັບຮອງ​ການ​ຊົງ​ຕົວ​ຢູ່​ຂອງ​ອິສຣາ​ແອນ,​ແ​ລະ​ປ່ຽນຈາກ​ຂະ​ບວນການ​ປະກອບ​ອາວຸດ​ ​ເປັນ​ພັກ​ການ​ເມືອງ.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ນີວ​ຢອກ​ໃນ​ວັນ​ທີ9​ກຸມພາ,ທ່ານ​ອານ​ນານ​ກ່າວ​ວ່າ,​ເຖິງ​ວ່າ​ອົງການ​ຮາ​ມາສ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະພາ​ນິຕິບັນຍັດ​ຂອງ​ປາ​ເລັສຕິນ​ແລ້ວກໍ​ຕາມ,​ແຕ່​ຈົນ​ຮອດ​ປັດຈຸບັນ​ຍັງ​ບໍ່​ທັນ​ໄດ້​ປະ​ກອບ​ລັດຖະບານ​ຊຸດໃໝ່.ທ່ານ​ຫວັງ​ໃຫ້​ອົງການ​ຮາ​ມາສ​ຕັ້ງ​ໜ້າ​ຮັບ​ຟັງ​ແລະ​ຕັ້ງ​ໜ້າ​​ໃຊ້​ຄຳ​ຕອບ​ຕໍ່​ປະ​ຊາ​ຄົມ​ໂລກ ​ພາຍ​ໃນ​ໄລຍະ​ຂ້າມ​ຜ່ານ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ເປັນ​ເວ​ລາ​3​ເດືອນ.​ໃນ​ທີ່​ສຸດ,​ອີງ​ຕາມ​ຂໍ້​ສະ​ເໜີ​ຂອງ4​ຝ່າຍ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ,​ຮັບ​ເອົາ​ສັນ​ຍາ​ທີ່​ອົງ​ກາ​ນອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນກັບ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຕົກ​ລົງ​ກັນ,​ຮັບ​ເອົາ​ຫຼັກ​ການ​​ແກ້​ໄຂ​ບັນ​ຫາ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສ​ຕິນ​ອິສ​ຣາ​ແອນ​ດ້ວຍ​ວິ​ທີ​ສ້າງ​ຕັ້ງ​ສອງ​ປະ​ເທດ.ທ່ານ​ອານ​ນານ​ຍັງ​ກ່າວ​ວ່າ,ສະຫະ​ປະຊາ​ຊາດ​ຈະ​ທຳ​ຄວາມ​ພະ​ຍາຍ​າມຈົນ​ສຸດ​ຄວາມ​ສາ​ມາດ,​ຮັບ​ປະ​ກັນ​ໃຫ້​ລັດຖະບານ​ຂ້າມ​ຜ່ານ​ຂອງ​ປາ​ເລັສ​ຕິນ​ມີ​ຊັບ​ພະ​ຍາ​ກອນ​ພຽງ​ພໍ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ.