ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-10 11:39:34    
ໄທ​ໄດ້​ຜະ​ລິດ​ຢາ​ປົວ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ງວດ​ທຳ​ອິດ

cri
ຕາມ​ຂ່າວCRI,ວັນ​ທີ9​ກຸມພາ,​ຂ່າວ​ສານ​ໄທ​ລາຍ​ງານ​ວ່າ,​ຫວ່າງ​ມໍ່ໆ​ນີ້,​ໄທ​ໄດ້​ເປັນ​ເຈົ້າ​ຕົນ​ເອງ​ຜະ​ລິດ​"ທາ​ມິ​ຟຼູ" ຢາ​ປົວ​ໄຂ້​ຫວັດ​ສັດ​ປີກ​ທີ່​ມີ​ຜົນ​ພິ​ເສດ​ງວດ​ທຳ​ອິດ.

ຕາມ​ໄດ້​ຊາບ,ຢາທາ​ມີ​ຟຼູງວດ​ທຳ​ອິດທີ່​ໄທ​ຜະລິດມີ2​ແສນ​ເມັດ. ເມື່ອ​ໄດ້​ຮັບ​ການ​ກວດ​ກາ​ດ້ານ​ຄວາມ​ປອດ​ໄພ​ແລ້ວ​ຈະ​ໄປ​ຈົດ​ທະ​ບຽນ​ຢູ່​ກົມ​ຄຸ້ມ​ຄອງ​ອາ​ຫານ​ແລະ​ຢຸກ​ຢາ​ຂອງ​ໄທ,​ກະ​ວ່າ​ຈະ​ຈຳໜ່າຍ​ຕໍ່​ມວນ​ຊົນ​ຢ່າງ​ເປັນ​ທາງ​ການ​ໃນ​​ເດືອນ​ກໍ​ລະ​ກົດ​ປີ​ນີ້.​ລາ​ຄາ​ຂອງ​ທາ​ມີ​ຟຼູ​ທີ່​ໄທ​ຜະລິດ​ແມ່ນ​ເມັດ​ລະ​ປະ​ມານ​1,8​ໂດ​ລາ​ສະ​ຫະ​ລັດ,​ເຊິ່ງ​ຖືກ​ກວ່າ​ຢາ​ປະ​ເພດ​ດຽວ​ທີ່​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ​ປະ​ມານ​40%.

ຢາທາ​ມີ​ຟຼູ​ແມ່ນ​ຢາ​ປົວ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ທີ່​ບັງ​ເກີດ​ຜົນ​ກວ່າ​ໝູ່​ນັບ​ມາ​ຮອດ​ປັດ​ຈຸ​ບັນ,​ຄົ້ນຄວ້າ​ແລະ​ຜະລິດ​ໂດຍ​ບໍ​ລິ​ສັດ​ຜະ​ລິດ​ຢາ​ໂຣ​ສ​ຂອງ​ສວິສ​.​ໄທ​ແມ່ນ​ບ່ອນ​ໜຶ່ງ​ທີ່​ມີ​ພະ​ຍາດ​ໄຂ້ຫວັດ​ສັດ​ປີກ​ຢ່າງ​ໜັກ​ໜ່ວງ,​ການ​ຜະ​ລິດ​ທາ​ມີ​ຟຼູ​ເອົາ​ເອງ​ຈະ​ເສີມ​ມີ​ບົດ​ບາດ​ສຳ​ຄັນ​​ໃນ​ການ​ຄວບ​ຄຸມ​ບໍ່​ໃຫ້​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ແຜ່​ລາມ​ຢູ່​ໄທ.