ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-10 17:46:45    
ຊາວ​ຈີນ​ຕ່າງ​ດ້າວ​ອາ​ເມ​ລິ​ກາ​ ແອ​ສປາຍ​ກ່າວ​ຕີ​ໂຕ້​ຖ້ອຍ​ຄວາມ​ຂອງ​ທ່ານ​ເຊິ​ນສຸຍ​ປຽນ

cri Author: shuo
ຕາມ​ຂ່າວCRI:ຫວ່າງ​ມໍ່ໆ​ນີ້,ສະມາຄົມ​ສົ່ງ​ເສີມການ​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນໂດຍ​ສັນຕິ ຂອງ​ເຂດ​ວໍ​ຊິງ​ຕັນ​ອາ​ເມ​ລິ​ກາ​ແລະ​ແອ​ສປາຍ​ຕ່າງ​ໄດ້​ອອກ​ຖະ​ແຫຼງການ,ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ຖ້ອຍ​ຄວາມ​ທີ່​ໃຫ້​​ໄຕ້​ຫວັນ​ເປັນ​ເອກະລາດ​ທີ່​ທ່ານ​ເຊິ​ນສຸຍ​ປຽນ ຜູ້​ນຳ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ກ່າວ​ໃນ​ຫວ່າງ​ມໍ່ໆ​ນີ້.

ວັນ​ທີ9​ກຸມພາ,ສະມາຄົມ​ສົ່ງ​ເສີມການໂຮ​ມ​ຈີນເຂົ້າ​ເປັນ​ເອກະ​ພາບກັນ​ໂດ​ຍສັນຕິ​ຂອງ​ເຂດ​ວິ​ຊິງ​ຕັນ​ອາ​ເມ​ລິ​ກາ​​ໄດ້ອອກ​ຖະ​ແຫຼງການ​ໂດຍ​ກ່າວ​ວ່າ,ປີ​ກາຍ​ນີ້,​ແຜ່ນດິນ​ໃຫຍ່​ຈີນ​ໄດ້​ປະ​ກາດ​ໃຊ້​ກົດ ໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ແບ່ງ​ແຍກ​ປະ​ເທດ​​ແລະ​​ໄດ້​ປະຕິບັດ​ມາດ​ຕະ​ການ​ຕ່າງໆ​ທີ່​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຂອງ​ພີ່ນ້ອງຮ່ວມ​ຊາດ​ໄຕ້​ຫວັນ​ແລະ​ເຮັດ​ໃຫ້ການ​ພົວພັນ​ສອງ​ຝັ່ງ​ມີ​ຄວາມ​ໝັ້ນ​ທ່ຽງ,​ທັງ​ນີ້ໄດ້​ເສີມ​ຂະຫຍາ​ຍບົດບາດ​ສະກັດ​ກັ້ນ​ຢ່າງ​ບັງ​ເກີດ​ຜົນຕໍ່ການ​ເຄື່ອນ​ໄຫວ​ແບ່ງ​ແຍກໄຕ້​ຫວັນ​ໃຫ້​ເປັນ​ເອກະລາດ,​ແລະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​​ໂດຍ​ທົ່ວ​ໄປ​ຈາກ​ປະຊາ​ມະຕິ​ໄຕ້​ຫວັນ.​ການ​ກະທຳ​ທີ່​​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ຂອງ​ທ່ານ​ເຊິ​ນສຸຍ​ປຽນ​ຍ່ອມ​ຈະ​ຖືກກ່າວ​ປະນາມ​ຈາກ​ລູກຫຼານປະຊາ​ຊາດ​ຈີນ​ໃນ​ທົ່ວ​ໂລກ​ແລະ​ປະຊາ​ຄົມ​ໂລກ.ຖະ​ແຫຼງການ​ຮຽກ​ຮ້ອງ​ຊາວ​ຈີນ​ຕ່າງ​ດ້າວ​ທີ່ຢູ່​ພົ້ນທະ​ເລ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ,​ເດັດດ່ຽວ​ຄັດຄ້ານ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໃຫ້​ໄຕ້​ຫວັນ​ເປັນ​ເອກະລາດ​ທີ່​ທ່ານ​ເຊິ​ນສຸຍ​ປຽນ​ແລະ​ອິດ​ທິກຳລັງ​ໄຕ້​ຫວັນ​ເປັນ​ເອກະລາດ​ຊຸກຍູ້​ນັ້ນ,ພ້ອມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ,ປົກ​ປັກ​ຮັກ​ສາ​ສັນຕິພາບ​ໂລກ​ພາກ​ພື້ນ​ອາຊີ​ປາຊິ​ຟິກກໍ​ຄືຂອງ​ໂລກ.

ໃນ​ຖະ​ແຫຼງການ​ທີ່​ສະມາຄົມ​ສົ່ງ​ເສີມ​ການ​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນໂດຍ​ສັນຕິ​ຂອງ​ແອສ​ປາຍ​ປະກາດ​ໃນ​ຫວ່າງ​ມໍ່ໆ​ນີ້​ໄດ້​ກ່າວ​ປະນາມ​ຄຳ​ປາ​ໄສ​ຂອງ​ທ່ານ​ເຊິ​ນສຸຍ​ປຽນ​ທີ່​ໄດ້​ສ້າງ​ອຸປະສັກ​​ໃຫ້​ແກ່​ການ​ຂະຫຍາ​ຍ​ການ​ພົວພັນ​ສອງ​ຝັ່ງຕື່ມ​ອີກ,​ກ່າວ​ເຕືອນ​ເຈົ້າ​ໜ້າ​ທີ່​ເຊິນ​ສຸຍ​ປຽນ​ຢ່າ​ເດີນ​ຕາມ​ເສັ້ນທາງ​ທີ່​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ຕໍ່​ໄປ,​ແລະ​ຫວັງ​ໃຫ້​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ກຳ​ໂອກາດ​ອັນດີ​ງາມ​ໃນ​ປະຈຸ​ບັນ,ຢ່ວງ​ບາດກ້າວ​ທີ່​ບັງ​ເກີດ​ຜົນ​ເພື່ອ​ຊຸກ​ຍູ້​​ການ​ໂຮມ​ປະ​ຊາ​ຊາດ​ຈີນ​ເຂົ້າ​ເປັນ​ເອກະ​ພາບກັນ​ໂດຍ​ສັນຕິ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.