ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-10 18:27:03    
ວັດ​ທະ​ນະ​ທຳ​ຈຸ່ນ​ໂນ​ສະ​ໄໝ​ດຶກ​ດຳ​ບັນ​ປະ​ກົດ​ຕົວ​ອີກ​ຢູ່​ນະ​ຄອນ​ລານ​ໂຈ່ວ

cri

ຕາມຂ່າວສານຊິນຮວາ,ວັນທີ9ກຸມພາ,ຢູ່ສະໜາມຫຼວງສວນສາທາລະນະເຂດຊີ່ກູ້ນະ
ຄອນລານໂຈ່ວແຂວງກ່ານຊູພາກຕາເວັນຕົກສຽງເໜືອຂອງຈີນ.ມວນຊົນທ້ອງຖິ່ນພວມ
ສະແດງການຟ້ອນຈຸ່ນໂນທີ່ມີເອກະລັກສະໄໝດຶກດຳບັນຂອງຈີນ.ມື້ດຽວກັນ,ໃນການສະ
ແດງລາຍການເຊີ້ໂຮ,ລົດປະດັບເອ້ທີ່ຈັດຂຶ້ນໂດຍເຂດຊີ່ກູ້ນະຄອນລານໂຈ່ວແຂວງກ່ານ
ຊູ້,ຄະນະສິລະປະຊາວກະສິກອນຖະໜົນເສິນພິງເຂດຊີ່ກູ້ນະຄອນລານໂຈ່ວໄດ້ສະແດງ
ການຟ້ອນຈຸ່ນໂນເປັນຄັ້ງທຳອິດເຊິ່ງຮຽບຮຽງຕາມພື້ນສືບປະຫວັດສາດວັດທະນະທຳພື້ນ
ເມືອງນະຄອນລານໂຈ່ວ.ນັກສະແດງໄດ້ໃສ່ໜ້າກາກ,ສະແດງກິລິຍາທ່າທາງຂອງສັດສັກ
ສິດຕ່າງໆເຊັ່ນເສືອ,ແລະເສືອດາວ,ໝີເປັນຕົ້ນແລະອອກສຽງຮ້ອງໂຮຄືຄົນດຶກດຳບັນໃນ
ເວລາລ່າສັດປ່າ,ຂີ່ມ້າຕໍ່ສູ້ກັນ,ເພື່ອສະແດງຄວາມອົງອາດກ້າຫານຂອງກອງທະຫານເປັນ
ທຳທີ່ບໍ່ເຄີຍປະລາໄຊຈັກເທື່ອໃນການສູ້ລົບແລະຈັບຜີສາງນາງໄມ້.ການຟ້ອນຈຸ່ນໂນແມ່ນ
ຮູບການໜຶ່ງທີ່ສະແດງວັດທະນະທຳໂນດຶກດຳບັນ,ຈຸ່ນໂນໂນທະຫານຢູ່ຈີນໄດ້ມີປະຫວັດ
4000ກວ່າປີແລ້ວ,ລາຍການຮີດຄອງປະເພນີເກົ່າແກ່ທີ່ໂຮມສູນສາສະໜາແລະຄວາມລື້ນ
ເລີງຊະນິດນີ້,ປັດຈຸບັນໄດ້ປະເຊີນກັບຄວາມອັນຕະລາຍທີ່ຈະສູນຫາຍ.

ການຟ້ອນຈຸ່ນໂນທີ່ປະກົດຕົວຢູ່ນະຄອນລານໂຈ່ວເທື່ອນີ້ແມ່ນທ່ານວາງກວ່າງພູຜູ່ຊ່ຽວ
ຊານຮີດຄອງປະເພນີ,ສິລະປິນວິຈິດຕະກຳພື້ນເມືອງທີ່ມີຊື່ສຽງຂອງຈີນໃຊ້ເວລາ40ກວ່າ
ປີ,ຂຸດຄົ້ນເກັບກຳຂໍ້ມູນກ່ຽວກັບການຟ້ອນຈຸ່ນໂນພື້ນເມືອງ,ຜ່ານຈາກການຮຽບຮຽງຢ່າງ
ພຽນໃຈຂອງພະນັກງານວັດທະນະທຳທີ່ກ່ຽວຂ້ອງຂອງນະຄອນລານໂຈ່ວແລ້ວຈິ່ງແຕ່ງ
ສຳເລັດ.


1  2  3