ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-10 18:29:49    
ໂຄງ​ການ​ອຸດ​ສາ​ຫະກຳ​​ເຄມີ​ນ້ຳ​ມັນ​ເຊື້ອ​​ໄຟ​ແຊວ​ເຊິ່ງ​ເປັນ​ໂຄງ​ການ​ທີ່​ຈີນ​ກັບ​ຕ່າງປະ​ເທດ​ຮ່ວມ​ທຶນ​ທີ່​​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ໄດ້​ເລີ່ມ​ຜະ​ລິດ​ຢ່າງ​ສຳ​ເລັດ​ຜົນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:​ໂຄງການ​ອຸດສາ​ຫະກຳ​ເຄມີ​ນ້ຳມັນ​ເຊື້ອ​ໄຟ​ແຊວ​ຂອງກຸ່ມ​ບໍລິສັດນ້ຳມັນ​ເຊື້ອ​ໄຟ​​ເທິງທະ​ເລ​ຂອງ​ຈີນ​ເຊິ່ງ​ເປັນ​ໂຄງການ​ທີ່​ຈີນ​ກັບ​ຕ່າງປະ​ເທດ​ຮ່ວມ​ທຶນ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ໄດ້​ເລີ່​ມຜະລິດຢ່າງ​ສຳ​ເລັດ​ຜົນ​ໃນ​ຫວ່າງ​ມໍ່ໆ​ນີ້.

ຕາມ​ສະ​ເໜີ​ໃຫ້​ຮູ້​ວ່າ,ສາຂາບໍລິ​ສັດຮ່ວມ​ທຶນຫຼັງ​ໜຶ່ງ​ຂອງກຸ່ມ​ບໍລິສັດນ້ຳມັນ​ເຊື້ອ​​ໄຟ​​ເທິງທະ​ເລ​ຂອງ​ຈີນ​ໄດ້​ລົງທຶນ​ທັງ​ໝົດ 4 ຕື້ 300 ລ້ານ​ໂດ​ລາ​ສະຫະລັດ,​ແລະ​ໄດ້​ຜະລິດ​ຜະລິດ​ຕະພັນ​ເອຕີ​ແລນ​ແລະ​ໂປຼປີ​ແລນທີ່​ໄດ້ມາດຖານຢ່າງ​ສຳ​ເລັດ​ຜົນ​ໃນ​ຫວ່າງ​ມໍ່ໆ​ນີ້.

ຕາມ​ໄດ້​ຊາບ,ພາຍຫຼັງ​ໄດ້​ເລີ່​ມຜະລິດ​ແລ້ວ,​ໂຄງການ​ດັ່ງກ່າວ​ຈະ​ຜະລິດ​ຜະລິດ​ຕະພັນ​ອຸດສາຫະກຳ​ເຄມີ​ນ້ຳມັນ​ເຊື້ອ​ໄຟປະມານ 2 ລ້ານ 3 ​ແສນ​ໂຕນ​ຕໍ່​ປີ,ຜະລິດ​ຕະພັນ​ເຫຼົ່ານີ້​ຕົ້ນຕໍ​ຈະ​ສະ​ໜອງ​ໃຫ້​ເຂດ​ແຄມທະ​ເລຂອງ​ຈີນ​ທີ່​ຕ້ອງການ​ຜະລິດ​ຕະພັນ​ອຸດສາຫະກຳ​ເຄມີ​ຂ້ອນ​ຂ້າງ​ຫຼາຍ,ຜະລິດ​ຕະພັນ​ສ່ວນ​ໜຶ່ງ​ຈະສົ່ງ​ອອກ​ໄປ​ຂາຍ​ຢູ່​ຕະຫຼາດ​ຕ່າງປະ​ເທດ.