ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-10 18:31:56    
ເຈົ້າ​ໜ້າ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈີນ​ກ່າວ​ວ່າ ​ສິ່ງ​ແວດ​ລ້ອມ​ເປັນ​ພິດ​ແມ່ນ​ສາ​ເຫດ​ໜຶ່ງ​ທີ່​ພາ​ໃຫ້​ຄົນ​ເປັນ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ

cri Author: min
ຕາມ​ຂ່າວCRI: ວັນ​ທີ 10 ກຸມພາ, ເຈົ້າ​ໜ້າ​ທີ່​ກະຊວງ​ສາທາ​ລະນະ​ສຸກ​ຈີນ​ກ່າວ​ວ່າ, ການ​ເຊື່ອມ​ພິດ​ສິ່ງ​ແວດລ້ອມ​ຍ້ອນ​ສັດ​ປີກ​ຕາຍ​ແມ່ນ​ສາ​ເຫດ​ໜຶ່ງ​ທີ່​ພາ​ໃຫ້​ເຂດ​ບໍ່​ເຄີຍ​ມີ​ສັດ​ເປັນ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ນັ້ນ​ປະກົດ​ມີ​ຄົນ​ຕິດແປດ​ເຊື້ອ​ພະຍາດ​ໄຂ້​ຫວັດ​ສັດ​ປີກ.

ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ເປັນ​ປະຈຳ, ທ່ານ​ມາວຊຸນອ່ານ​ໂຄສົກ​ຖະແຫຼງ ຂ່າວ​ຂອງ​ກະ​ຊວງ​ສາ​ທາ​ລະນະ​ສຸກ​ຈີນ​ເວົ້າ​ວ່າ, ​ໃນ​ຜູ້​ເປັນ​ພະຍາດ​ໄຂ້​ຫວັດ​ສັດ​ປີກ​ຢູ່​ຈີນ​ທີ່​ໄດ້​ລາຍ​ງານ​ແລ້ວ​ນັ້ນ, ມີ​ຫຼາຍ​ຄົນ​ແມ່ນ​ຢູ່​ເຂດ​ທີ່​ບໍ່​ເຄີຍ​ປະ​ກົດ​ມີ​ສັດ​ເປັນ​ພະຍາດ​ໄຂ້​ຫວັດ​ສັດ​ປີກ. ຕາມ​ຜູ້​ຊ່ຽວ​ຊານ​ວິ​ເຄາະ​ວ່າ, ສາ​ເຫດ​ທີ່​ພາ​ໃຫ້​ຄົນ​ເຫຼົ່າ​ນັ້ນ​ເປັນ​ພະ​ຍາດ​ນັ້ນ​ແມ່ນ​ຍ້ອນ​ສັດ​ປີກ​ຕາຍ​ຍ້ອນ​ຕິດ​ແປດ​ເຊື້ອ​ພະຍາດ​ໄຂ້​ຫວັດ​ສັດ​ປີກ​ໄດ້​ເຊື່ອມ​ພິດ​ສິ່ງ​ແວດ​ລ້ອມ.

ທ່ານ​ຍັງຊີ້​ອອກ​ວ່າ, ຍ້ອນ​ເງື່ອນ​ໄຂ​ປິ່ນປົວ​ຢູ່ຂັ້ນ​ຮາກ​ຖານ​ຂອງ​​ເຂດ​ສ່ວນ​ໜຶ່ງ​ຂອງ​ຈີນ​​ມີ​ຄວາມ​ຈຳກັດ, ບາງ​ຄົນ​ເປັນ​ພະຍາດ​ແລ້ວ​ຖືກ​ປະກົດ​ເຫັນ​ອ່າວ​ຊ້າ, ປົວບໍ່​ທັນ, ສະ​ນັ້ນ, ອັດຕາ​ການ​ຕາຍ​ຂອງ​ຄົນ​ເປັນ​ພະຍາດ​ໄຂ້​ຫວັດ​ສັດ​ປີກ​ຢູ່​ຈີນ​ໃນ​ປະຈຸ​ບັນ​ແມ່ນ​ອ່າວ​ສູງ​ກວ່າຕົວ​ເລກ​ສະ​ເລ່ຍ​ໃນ​ທົ່ວ​ໂລກ.​