ຕາມຂ່າວສານຊິນຮວາ: ວັນທີ 10 ກຸມພາຢູ່ທີ່ຊຽງໄຮ້, ເຈົ້າໜ້າທີ່ຊັ້ນສູງຂອງກຸ່ມບໍລິສັດຊູອີສ໌ຟຼັ່ງ ເຊິ່ງເປັນໜຶ່ງໃນ500ສຸດຍອດບໍລິສັດຂອງໂລກກ່າວວ່າ, ບໍລິສັດດັ່ງກ່າວຕົກລົງຕັ້ງສຳນັກງານໃຫຍ່ເຂດອາຊີປາຊີຟິກຢູ່ຊຽງໄຮ້, ການລົງທຶນຢູ່ຈີນໃນສອງປີຂ້າງໜ້າກໍມີຫວັງຈະເພີ່ມຂຶ້ນໜຶ່ງເທົ່າ.
ກ່ອນໜ້ານີ້, ກຸ່ມບໍລິສັດເວເລຍ ຍັກໃຫຍ່ດ້ານສິ່ງແວດລ້ອມອີກບໍລິສັດໜຶ່ງຂອງຟຼັ່ງກໍ່ໄດ້ເຜີຍແຜນການຂອງເຂົາທີ່ລົງທຶນອັນມະຫາສານຢູ່ຈີນ.
ຜູ່ຮັບຜິດຊອບທີ່ກ່ຽວຂ້ອງຂອງກຸ່ມບໍລິສັດຊູອີສກ່າວວ່າ, ຂະແໜງການສິ່ງແວດລ້ອມລວມຂອງຈີນທັງວຽກງານນ້ຳແລະຊຳລະຂີ້ເຫຍື້ຍມີປະລິມານການລົງທຶນອັນມະຫາສານ, ບໍລິສັດຊູອີສໄດ້ເຂົ້າໃນຈີນລື່ນກາຍ30ປີແລ້ວ, ປັດຈຸບັນໄດ້ເຂົ້າສູ່ໄລຍະເລັ່ງລັດພັດທະນາ, ຈະຈັດເອົາປັກກິ່ງ ຈຸງກິງແລະເຂດແມ່ນ້ຳຈູຈຽງທີ່ພາກໃຕ້ຂອງຈີນເປັນເຂດລົງທຶນຈຸດໜັກ.
ຕາມໄດ້ຊາບ, ບໍລິສັດຊູອິສໄດ້ເຊັນຂໍ້ຜູກພັນເກືອບ150ສະບັນຢູ່ຈີນກ່ຽວກັບການອອກແບບແລະກໍ່ສ້າງໂຮງງານບຳບັດນ້ຳ, ຢູ່16ເມືອງຂອງຈີນມີວິສາຫະກິດຮ່ວມທຶນ, ສະໜອງການບໍລິການນ້ຳດື່ມໃຫ້ແກ່ປະຊາກອນປະມານ12ລ້ານຄົນ.
|