ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-11 17:58:41    
ກັບຢາກວດກາໂຣກ​ເອດທີ່​ຊຽງ​ໄຮ້​ຜະ​ລິດ​ຈະ​ກວດ​ຮູ້​ຜົນ​ພາຍ​ໃນ​​ເຄິ່ງ​ຊົ່ວ​ໂມງ

cri Author: lm

ຕາມ​ຂ່າວສານ​ຈີນ: ກັບ​ຢາກວດກາ​ຊະນິດ​ໜຶ່ງ​ທີ່​ບໍລິສັດ​ແຫ່ງ​ໜຶ່ງ​ຂອງຊຽງ​ໄຮ້ຈີນຄົ້ນ​ຄວ້າ​ຜະ​ລິດ​ເອົາ​ເອງ ສາມາດ​ກວດ​ພົບ​ເຊື້ອ​​ໂຣກ​ເອດ​ພາຍ​ໃນ​​ເຄິ່ງຊົ່ວ​ໂມງ, ກັບ​ຢາ​ກວດ​ກາ​ຊະນິດ​ນີ້​ຈະ​ສົ່ງ​ອອກຂາຍຢູ່ອາຊີ ອາ​ຟິຼກກາ ທະວີບອາ​ເມ​ລິ​ກາ​ລາ​ຕິນ​ແລະ​ເຂດ​ສ່ວນ​ໜຶ່ງ​ຂອງ​ເອີ​ລົບ​ຢ່າງ​ຫຼວງຫຼາຍ.

ຕາມ​ໜັງສື​ພິມ "​ເວີຍ​ຮຸ້ຍປ້າວ" ທີ່​ພິມ​ຈຳໜ່າຍ​ຢູ່​ນະຄອນ​ຊຽງ​ໄຮ້​ລາຍ​ງານ​ວ່າ, ກັບ​ຢາ​ກວດ​ກາ​ທີ່​ຜະລິດ​ຢູ່​ຊຽງ​ໄຮ້​ມີ​ຄວາມ​ພິກ​ໄຫວ​ແລະ​ອັດຕາ​ແມ່ນ​ຢຳ​ສູງສົມ​ຄວນ, ການ​ໃຊ້​​ກໍ່​ງ່າຍ, ມີ​ແຕ່​​ເຈາະເອົາ​ເລືອດ​ຢອດ​ໜຶ່ງ​ແລະ​ໃສ່​ນ້ຳ​ຢາ​ໜ້ອຍ​ໜຶ່ງ, ກໍ່​ຈະ​ໄດ້​ຜົນ​ພາຍ​ໃນ​ເຄິ່ງ​ຊົ່ວ​ໂມງ.

ຕົວ​ເລກສະຖິຕິຂອງ​ສະຫະ​ປະຊາ​ຊາດ​ສະ​ແດງ​ໃຫ້​ເຫັນ​ວ່າ, ປັດຈຸບັນ ​ໃນ​ທົ່ວ​ໂລກ​ມີ​ຜູ່​ຕິດ​ເຊື້ອ​​ໂຣກ​ເອດ​ປະມານ 40 ລ້ານ​ຄົນ. ຍ້ອນ​ຂາດ​ພາຫະນະ​ບົ່ງມະຕິ​ທີ່​ສະດວກ​ແລະ​ບັງ​ເກີດ​ຜົນ, ມີ​ຜູ່​ຕິດ​ເຊື້ອ 90% ຍັງ​ບໍ່​ຮູ້​ວ່າຕົນ​ເອງ​ຕິດ​ເຊື້ອ​ໂຣກ​ເອດ, ກາຍ​ເປັນ​ແຫຼ່ງຕິດ​ແປດ​ທີ່​ມີ​ຄວາມ​ອັນ​ຕະ​ລາຍ​ທີ່​ສຸດ. ກັບ​ຢາ​ຊະນິດ​ນີ້​ຈະ​ເຮັດ​ໃຫ້ການ​ບົ່ງມະຕິ​ໂຣກ​ເອດ​ທັງ​ສະ​ດວກ​ທັງ​ວ່ອງ​ໄວ.