ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-12 18:09:59    
ນັບ​ລວມ​ແລ້ວ ການ​ຮັບ​ເໝົາ​ໂຄງ​ການ​ຢູ່​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ສຳ​ເລັດ​ມູນ​ຄ່າ​ທຸ​ລະ​ກິດ​ລື່ນ​ກາຍ 130 ຕື້​ໂດ​ລາ​ສະ​ຫະ​ລັດ

cri Author: lm

ຕາມ​ໜັງສືພິມ​ເຢັນ​ມິນ​ຢື້​ປ້າວ​ສະບັບ​ວັນ​ທີ 12 ກຸມພາ​: ຕາມ​ສະຖິຕິຫຼ້າສຸດ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ, ປີ​ກາຍ​ນີ້, ການ​ຮັບ​ເໝົາ​​ໂຄງການຢູ່​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ສຳ​ເລັດ​ມູນ​ຄ່າ​ທຸ​ລະ​ກິດ 21 ຕື້ 700 ລ້ານ​ກວ່າໂດ​ລາສະຫະລັດ, ​ເພີ່ມ​ຂຶ້ນຫຼາຍກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ 2004 ​ເກືອບ 25%. ນັບ​ມາ​ຮອດ​ທ້າຍ​ປີ​ກາຍ, ນັບ​ລວມ​ແລ້ວ ​ການ​ຮັບ​ເໝົາ​​ໂຄງການຢູ່​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ສຳ​ເລັດ​ມູນ​ຄ່າ​ທຸລະ​ກິດ 135 ຕື້ 800 ລ້ານ​ໂດ​ລາ​ສະຫະລັດ.

ຕາມສະຖິຕິ, ປີ​ກາຍ​ນີ້, ​ການ​ຮັບ​ເໝົາ​ໂຄງການ​ຢູ່​ຕ່າງປະ​ເທດ​ຂອງ​ຈີນ​ສຳ​ເລັດ​ມູນ​ຄ່າ​ທຸ​ລະ​ກິດ​ຕົ້ນຕໍ​ໂຮມ​ສູນ​ຢູ່​ອາຊີ​ແລະ​ອາ​ຟຼິກກາ. ​ເມື່ອ​ເບິ່ງ​ຈາກການ​ແຈກ​ຢາຍ​ດ້ານ​ຂະ​ແໜງ​ການ​ແລ້ວ​ເຫັນ​ວ່າ, ຕົ້ນຕໍ​​ແມ່ນ​ຂະ​ແໜງ​ການ​ອະສັງຫາລິມະ​ຊັບ ຂະ​ແໜງ​ການ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ແລະອຸດສາຫະກຳ​ເຄມີນ້ຳມັນ​​ເຊື້ອ​ໄຟ​ເປັນຕົ້ນ.