ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-12 18:26:35    
ຮົງ​ກົງ​ຍົກ​ເລີກ​ອາກອນ​​ມໍລະ​ດົກ​ຢ່າງ​ເປັນ​ທາງ​ການ

cri Author: lm

ຕາມ​ໜັງສືພິມ​ເຢັນ​ມິນ​ຢື້​ປ້າວ​ຂອງ​ຈີນ: ​ເລີ່​ມ​ແຕ່​ວັນ​ທີ 11 ກຸມພາ​ປີ​ນີ້​ເປັນຕົ້ນ​ໄປ, ຮົງ​ກົງ​​ໄດ້ຍົກ​ເລີກ​ອາກອນ​​ມໍລະດົກ​ຢ່າງ​ເປັນ​ທາງ​ການ.

ກ່ອນ​ໜ້າ​ນີ້, ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ສ່ວຍ​ສາ​ອາກອນ​ຂອງ​ຮົງ​ກົງ, ບໍ່​ວ່າ​ແມ່ນ​ໄທ​ເມືອງ​ຖາວອນ​ຂອງຮົງ​ກົງ ຫຼືວ່າ​ແມ່ນອາ​ໄສ​ຢູ່​ຮົງ​ກົງ​ຍ້ອນ​ວຽກ​ງານ, ຖ້າ​ເຈົ້າຂອງ​ຊັບ​ສິນ​ມີ​ຊັບ​ສິນ​ຢູ່​ຮົງ​ກົງ​ເກີນ 7 ລ້ານ 5 ​ແສນ​ໂດ​ລາ​ຮົງ​ກົງ​ ພາຍຫຼັງ​ເຖິງ​ແກ່​ກຳ​ແລ້ວ​ຕ້ອງ​ເສຍ​ອາ​ກອນ​ມໍ​ລະ​ດົກ, ອັດ​ຕາອາກອນສູງ​ສຸດ​ເທົ່າ​ກັບ 15% ຂອງ​ມູນ​ຄ່າ​ຊັບ​ສິນ.

​ໂຄສົກ​ພະ​ແນ​ກວຽກ​ງານ​ການ​ເງິນ​ເສດ​ຖະກິດ​ແລະ​ວຽກ​ງານ​ສາງ​ຂອງອົງການ​ປົກ​ຄອງ​ເຂດ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ, ການ​ຍົກ​ເລີກ​ອາກອນ​ມໍ​ລະ​ດົກ​ຈະ​ດຶງ​ດູດ​ຜູ່​ລົງທຶນ​ຮົງ​ກົງ​ແລະ​ພົ້ນ​ທະ​ເລ​ຍິ່ງຫຼາຍມາ​ລົງທຶນ​ຢູ່​ຮົງ​ກົງ, ​ເຮັດ​ໃຫ້​ຮົງ​ກົງກາຍ​ເປັນ​ສູນ​ຄຸ້ມ​ຄອງ​ຊັບ​ສິນ​ຕົ້ນ​ຕໍ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກຕໍ່​ໄປ.