ຕາມຂ່າວສານຊິນຮວາ: ຂໍ້ມູນສະຖິຕິທີ່ກະຊວງທາງລົດໄຟຈີນປະກາດໃນວັນທີ 11 ກຸມພາສະແດງໃຫ້ເຫັນວ່າ, ຕັ້ງແຕ່ການຂົນສົ່ງຄົນໂດຍສານໃນຍາມບຸນກຸດຈີນໄດ້ເລີ່ມຕົ້ນເປັນຕົ້ນມາ, ທາງລົດໄຟຈີນໄດ້ຂົນສົ່ງຄົນໂດຍສານ103ລ້ານເທື່ອຄົນ. ຍ້ອນໃຊ້ມາດຕະການຄວາມປອດໄພໄດ້ດີ, ໃນຍາມບຸນກຸດຈີນ, ການຂົນສົ່ງທາງລົດໄຟບໍ່ໄດ້ເກີດອຸປະຕິເຫດໃຫຍ່.
ການຂົນສົ່ງຄົນໂດຍສານໃນຍາມບຸນກຸດຈີນປີນີ້ໄດ້ເລີ່ມຕົ້ນແຕ່ວັນທີ 14 ມັງກອນ, ຮອດວັນທີ 22 ກຸມພາສິ້ນສຸດລົງ. ໃນໄລຍະຂົນສົ່ງຄົນໂດຍສານໃນຍາມບຸນກຸດຈີນເປັນເວລາ 40 ມື້, ຄາດວ່າທາງລົດໄພຈີນຈະຂົນສົ່ງຄົນໂດຍສານ144ລ້ານເທື່ອຄົນ.
|