ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-12 22:50:42    
ແຜ່ນດິນ​ໃຫຍ່​ຈີນ​ຈະ​ຈັດ​ງານ​ແລກ​ປ່ຽນ​ປະ​ກອບ​ອາ​ຊີບ​ທີ່​ແນ​ໃສ່​ນັກ​ສຶກ​ສາ​ແລະ​ຜູ້​ມີວິຊາ​ສະ​ເພາະ​ໄຕ້​ຫວັນ​ໂດຍຈຳ​ເພາະ​ເທື່ອ​ທຳ​ອິດ

cri

ຕາມ​ໜັງສືພິມ​ເຢິນມິນ​ຢື້​ປ້າວສະບັບ​ວັນ​ທີ12 ກຸມພາ:ງານ​ແລກ​ປ່ຽນກ່ຽວ​ກັບ​ຜູ້​ມີວິຊາ​ສະ​ເພາະ​ແລະ​ນັກ​ສຶກສາ​​​ເຂດໄຕ້​ຫວັນປະກອບ​ອາຊີບຢູ່​ແຜ່ນດິນ​ໃຫຍ່​ຈີນ​ຈະ​ຈັດ​ຂຶ້ນ​ຢູ່​ຕະຫຼາດ​ຊັບ​ພະຍາກອນ​ມະນຸດ​ຂອງນະຄອນ​​ເຊ້ຍ​ເໝີນ​ແຂວງ​ຟູ​ຈ້ຽນ​ໃນ​ວັນ​ທີ8 ​ເມສາ.ນີ້​ແມ່ນຝ່າຍ​ແຜ່ນດິນ​ໃຫຍ່​ຈີນ​ຈັດ​ງານ​ແລກປ່ຽນ​ຊັບພະຍາກອນ​ມະ​ນຸດ​ທີ່ແນ​ໃສ່​ນັກ​ສຶກສາ​​​ໄຕ້​ຫວັນ​ທີ່​ຮຽນ​ຢູ່​ແຜ່ນດິນ​ໃຫຍ່​ຈີນ​ແລະ​ຜູ້​ມີວິຊາ​ສະ​ເພາະ​ຂອງ​ໄຕ້​ຫວັນ​ໂດຍຈຳເພາະ​ເປັນ​​ເທື່ອ​ທຳ​ອິດ.

ຕາມ​ຜູ້​ຈັດ​ຕັ້ງ​​ແນະນຳ​ວ່າ,ງານ​ແລກປ່ຽນ​ເທື່ອ​ນີ້​ລວມທັງ​ກອງ​ປະຊຸມ​ສຳ​ມະ​ນາການ​ແລກປ່ຽນ​ແລະ​ຮ່ວມ​ມືດ້ານຊັບພະຍາກອນ​ມະນຸດ​ລະຫວ່າງ​ສອງ​ຝັ່ງ,ກອງ​ປະຊຸມບັນຍາຍ​ນະ​ໂຍບາຍກ່ຽວ​ກັບຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ແລະ​ນັກ​ສຶກສາ​ໄຕ້​ຫວັນ​ປະກອບ​ທຸລະກິດ​ແລ​ະ​ປະກອບ​ອາຊີບຢູ່​ແຜ່ນດິນ​ໃຫຍ່​ຈີນ​ເປັນ​ຕົ້ນ.

ຕາມ​ຊາບ​ວ່າ,ຝ່າ​ຍແຜ່ນດິນ​ໃຫຍ່​ຈີນ​ໄດ້​ປະກາດ​ໃຊ້​ນະ​ໂຍບາຍຕ່າງໆ​ຢ່າງ​ເປັນ​ລຳດັບ,ສະໜັບສະ​ໜູນ​ນັກ​ສຶກສາ​ໄຕ້​ຫວັນ​ຮຽນ​ຢູ່​ແຜ່ນດິນ​ໃຫຍ່​ຈີນ,​ແລະ​ຖືທ່າ​ທີ​ຊົມ​ເຊີຍ​ຜູ້​ມີວິຊາ​ສະ​ເພາະຂອງ​ໄຕ້​ຫວັນ​ມາ​ເຮັດ​ວຽກ​ຢູ່​ແຜ່ນດິນ​ໃຫຍ່​ຈີນ.