ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-13 11:04:12    
ອົງການ​ຮາ​ມາສປະກາດ​ວ່າ ປາ​ເລັສ​ຕິນ​ຈະ​ສ້າງ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ​ແຫ່ງ​ຊາດ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 12 ກຸມພາ, ທ່ານ​ເມ​ຊາ​ອານ ຜູ່​ນຳ​ການ​ເມືອງຂະ​ບວນການປາ​ເລັສ​ຕິນ​ອິສ​ລາມ​ຕໍ່ຕ້ານຫຼື ​ອົງການ​ຮາ​ມາສທີ່​ໄປ​ຢ້ຽມຢາມຊູ​ດັງ​ປະກາດ​ຢູ່​ທີ່​ກາກ​ຕຸ​ມວ່າ, ປາ​ເລັສ​ຕິນ​ຈະ​ສ້າງຕັ້ງ "ລັດຖະບານ​ປະສົມ​​ແຫ່ງ​ຊາດ". ລັດຖະບານ​ນີ້​ຈະ​ປະກອບ​ດ້ວຍ​​ຜູ່​ມີ​ຄວາມ​ສາ​ມາດ​ທີ່​ມາ​ຈາກ​ຊັ້ນຊົນ​​ຕ່າງໆ​ໃນສັງຄົມ. ລັດຖະບານ​ຊຸດ​ໃໝ່​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ປາ​ເລັສ​ຕິນ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ກຽດ​ສັກ​ສີ.

ທ່ານ​ເມ​ຊາ​ອານ​ຍັງ​ກ່າວ​ວ່າ, ຮາ​ມາສຈະ​ເດັດດ່ຽວ​ປົກ​ປັກ​ຮັກສາສິດ​ຊອບ​ກົດໝາຍ​ທີ່​ຕ້ານ​ຢັນ​ການ​ຍຶດຄອງ​ຂອງ​ອິສຣາ​ແອນ, ຈົນ​ກວ່າສ້າງຕັ້ງປະ​ເທດ​ປາ​ເລັສຕິນທີ່​ເປັນ​ເອ​ກະ​ລາດ​ແລະ​ມີ​ອະ​ທິ​ປະ​ໄຕສົມບູນ ບົນ​ດິນ​ແດນ​ປາ​ເລັສຕິນ. ທ່ານ​ກ່າວ​ລື້​ມວ່າ, ກ່ອນ​ອິສຣາ​ແອນ​ຮັບ​ຮອງ​ເອົາ​ສິດ​ຊອບ​ກົດໝາຍ​ຂອງ​ປະຊາຊົນ​ປາ​ເລັສຕິນ​​ແລ້ວ, ຮາ​ມາສຈະ​ບໍ່​ຮັບຮອງ​ເອົາ​ປະ​ເທດ​ອິສ​ຣາ​ແອນ.

​ໃນ​ມື້​ດຽວ​ກັນ, ​ໃນ​ກອງ​ປະຊຸມ​ຄະນະ​ລັດຖະບານ​ສະ​ໄໝ​ສາມັນ, ທ່ານ​ໂອນ​ເມີດ ຜູ່​ຮັກ​ສາ​ການ​ແທນນາຍົກລັດຖະມົນຕີອິສຣາ​ແອນ​ກ່າວ​ລື້​ມວ່າ, ຕາບ​ໃດ​ຄະນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ​ປາ​ເລັສຕິນທີ່​ເລືອກ​ຕັ້ງ​ໃໝ່​ສາບານ​ຕົວ​ຂຶ້ນຮັບ​ຕຳ​ແໜ່​ງ, ອົງການສິດ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນຈະ​ປ່ຽນ​ເປັນ​ອຳນາດ​ອົງການຮາ​ມາສ​ແລ້ວ, ອິສຣາ​ແອນ​ກໍ​ຈະ​ປະຕິ​ເສດ​ບໍ່​ຮ່ວມ​ມື​ກັບ​ເຂົາ.