ກ່ອນອື່ນ, ຂ້າພະເຈົ້າຈະເລົ່ານິທານເລື່ອງໜຶ່ງສູ່ທ່ານຟັງ, ໃນສະໄໝຊຸ່ນຊິ່ວຍຸດທະຈັກຂອງຈີນ, ມີນັກເສບຂິມທີ່ມີຊື່ສຽງຜູ້ໜຶ່ງຊື່ວ່າຢູໂປຢາ. ມີເທື່ອໜຶ່ງ, ເພິ່ນນັ່ງດີດຂິມໃນເຮືອແຄມນ້ຳຢູ່ຕີນພູ, ມີຜູ້ຕັດຟືນຜູ້ໜຶ່ງຊື່ວ່າຈົ່ງຈືຊີ ຍ່າງຜ່ານໄປ, ເມື່ອຍິນສຽງຂິມຂອງຢູໂປຢາ, ລາວຮູ້ສຶກວ່າສຽງຂິມໄດ້ວາດພາບພູທີ່ສູງສະຫງ່າແລະບັນລະຍາຍສາຍນ້ຳທີ່ກວ້າງໃຫຍ່ໄພສານ, ແລ້ວຈຶ່ງຮ້ອງເພງສອຍລອຍຕາມ. ເມື່ອຢູໂປຢາໄດ້ລົມກັບຈົ່ງຈືຊີແລ້ວ, ລາວເວົ້າວ່າ: ດ້ວຍຄວາມປິຕິຊົມຊື່ນວ່າ: ໂອ້, ເຈົ້າແມ່ນຜູ້ຮູ້ສຽງຂິມທີ່ຂ້ອຍຊອກຫາມາຫຼາຍປີແລ້ວ. ພາຍຫຼັງມາ, ຈົ່ງຈືຊີເສຍຊີວິດໃນໄວຍັງໜຸ່ມ, ຢູໂປຢາເສຍໃຈທີ່ສຸດ, ລາວໄດ້ໄປດີດຂິມເທື່ອສຸດທ້າຍຢູ່ຂຸມສົບຂອງຈົ່ງຈືຊີ, ແລ້ວດຶງສາຍຂິມໃຫ້ຂາດ, ຟາດຂິມຈົນເພ, ຈາກນັ້ນໄປຮອດສິ້ນຊີວິດ, ຢູໂປຢາກໍ່ບໍ່ດີດຂິມອີກ.
ສຽງຂິມແມ່ນສຽງຈາກໃຈ, ຈົ່ງຈືຊີສາມາດຟັງເຂົ້າໃຈຄວາມໝາຍໃນສຽງຂິມຂອງຢູໂປຢາ, ກໍ່ໝາຍຄວາມວ່າໄດ້ຮູ້ໃຈຢູໂປຢາ, ດັ່ງນັ້ນ, ຢູໂປຢາຈຶ່ງເວົ້າວ່າຈົ່ງຈືຊີແມ່ນຜູ້ຮູ້ໃຈຂອງຕົນ, ແຕ່ຈົ່ງຈືຊີຕາຍໄປແລ້ວ, ກໍ່ຈະບໍ່ມີຄົນສາມາດເຂົ້າໃຈສຽງຂິມຂອງຕົນອີກ, ຖ້າບໍ່ມີຄົນຟັງເຂົ້າໃຈ, ດີດຂິມຍັງຈະມີຄວາມໝາຍຫຍັງ? ສະນັ້ນ, ຢູໂປຢາຕຈຶ່ງບໍ່ດີດຂິມອີກຕະຫຼອດຊີວິດ. ນີ້ແມ່ນນິທານກ່ຽວກັບຜູ້ຮູ້ໃຈກັນທີ່ເລົ່າສືບກັນມາເປັນພັນປີ, ນິທານເລື່ອງນີ້ໄດ້ສະແດງໃຫ້ເຫັນຄວາມປາຖະໜາຂອງຄົນທັງຫຼາຍທີ່ຢາກໃຫ້ມີຜູ້ຮູ້ໃຈກັນທີ່ຮັບແພງກັນຢ່າງເລິກເຊິ່ງ. ເສົາເຊຍຊິນ ນັກປະພັນນະວະນິຍາຍຜູ້ມີຊື່ສຽງໃນລາຊະວົງຊິ່ງຂອງຈີນ ຜູ້ແຕ່ງເລື່ອງ: ຄວາມຝັນໃນວິມານແດງ ເຄີຍເວົ້າວ່າ: ເງິນຄຳກຳແກ້ວຫາງ່າຍ, ຜູ້ຮູ້ໃຈກັນຫາຍາກ. ເຈົ້າອາດຈະຮັ່ງມີດ ໄປໄສມາໄສອາດຈະມີຄົນແຫ່ແຫນ, ເຈົ້າອາດຈະມີຖານະຕຳແໜ່ງສຳຄັນ, ເວົ້າຫຍັງຄວາມໜຶ່ງ, ພວກລູກນ້ອງຕ້ອງຂານຕອບ, ແຕ່ວ່າ, ໃນໝູ່ຄົນເຫຼົ່ານີ້ບໍ່ເຫັນວ່າຈະມີຜູ້ຮູ້ໃຈເຈົ້າແທ້. ຜູ້ຮູ້ໃຈກັນບໍ່ແມ່ນຈະໃຊ້ເງິນຄຳຊື້ເອົາມາໄດ້, ແລະກໍ່ບໍ່ແມ່ນວ່າຖານະຕຳແໜ່ງຈະດູດດຶງມາໄດ້, ຄວາມຮູ້ໃຈກັນແບບນີ້ແມ່ນຄວາມຮຽກເອີ້ນກັບການຂານຕອບລະຫວ່າງຈິດວິຍານ.
ເມີ້ງຈື ນັກນຶກຄຶດທີ່ມີຊື່ສຽງໃນສະໄໝບູຮານຂອງຈີນເວົ້າວ່າ: ຄົນຮູ້ຈັກກັນ, ມີຄ່າຢູ່ບ່ອນທີ່ເຂົ້າໃຈກັນ, ເປັນໜ້າແພງຢູ່ບ່ອນທີ່ຮູ້ໃຈກັນ. ຜູກມິດກັບຜູ້ໃດຜູ້ໜຶ່ງແມ່ນເລື່ອງງ່າຍ, ແຕ່ວ່າຢາກໃຫ້ໝູ່ຕັກຄົນໜຶ່ງຄົນທີ່ເຂົ້າໃຈກັນ, ຮູ້ໃຈກັນບໍ່ແມ່ນເລື່ອງງ່າຍ.
ເວົ້າສຳລັບຄົນເຮົາແລ້ວ, ສິ່ງທີ່ຮູ້ຍາກທີ່ສຸດຫຼືເຂົ້າໃຈຍາກທີ່ສຸດກໍ່ແມ່ນໃຈຄົນ, ມັນແມ່ນເລື່ອງຈິດໃຈລ້ວນໆ, ເບິ່ງບໍ່ເຫັນ, ຄຳບໍ່ຖືກ. ຮ່າງກາຍຂອງຄົນເອົາໄປຄົ້ນຄວ້າທາງຟິຊິກຢູ່ໃຕ້ກ້ອງຈຸລະທັດໄດ້, ແຕ່ວິນຍານຂອງຄົນເຮັດແບບນີ້ບໍ່ໄດ້, ຈະເອົາວິຍານຂອງຄົນໄປວິໄຈທາງຟິຊິກວິທະຍາບໍ່ໄດ້, ມີແຕ່ໃຊ້ຈິດວິນຍານຂອງອີກຜູ້ໜຶ່ງໄປຊາບຊຶມສຳນຶກເອົາ. ໃນເວລາຈິດວິນຍານຂອງຜູ້ໜຶ່ງເຂົ້າໃຈຈິດວິນຍານຂອງອີກຜູ້ໜຶ່ງນັ້ນ, ສອງຝ່າຍກໍຈະເຊື່ອມໂຍງເຂົ້າກັນ, ລຸລ່ວງກັນໄດ້. ສິ່ງທີ່ຍາກທີ່ສຸດລະຫວ່າງຄົນກັບຄົນກໍແມ່ນການລຸລ່ວງກັນທາງຈິດໃຈ, ຜູ້ຮູ້ໃຈກັນກໍແມ່ນຜູ້ທີ່ສາມາດເຂົ້າໃຈພວກເຮົາລຸລ່ວງກັບພວກເຮົາທາງຈິດໃຈ. ບາງເທື່ອ, ຄວາມເວົ້າຂອງສອງຄົນຄືອອກຈາກປາກຂອງຄົນຜູ້ດຽວ, ນີ້ກໍ່ແມ່ນຍ້ອນຄວາມເຂົ້າໃຈກັນຢ່າງເລິກເຊິ່ງທີ່ສຸດລະຫວ່າງສອງຄົນ. ຜູ້ຮູ້ໃຈຜູ້ນີ້, ບໍ່ແນ່ວ່າຈະຢູ່ໃກ້ພວກເຮົາທຸກເຊົ້າຄ່ຳ, ແຕ່ບໍ່ວ່າຈະຫ່າງໄກກັນປານໃດ, ສຳລັບພວກເຮົາແລ້ວ, ກໍຄືຢູ່ໃກ້ຄຽງກັນ, ພວກເຮົາຈະຮູ້ສຶກວ່າຕົນເອງບໍ່ໂດດດ່ຽວ. ວາງໂປ, ນັກກະວີທີ່ມີຊື່ສຽງໃນສະໄໝລາຊະວົງຖາງຂອງຈີນເວົ້າວ່າ: "ໃນໂລກນີ້ມີເພື່ອນຜູ້ຮູ້ໃຈກັນ, ເຖິງຈະຢູ່ຄົນລະຂອບຟ້າ, ກໍ່ເໝືອນຢູ່ໃກ້ຄຽງກັນ". ດ້ວຍເຫດນີ້, ບໍ່ວ່າພວກເຮົາຈະປະສົບຄວາມລົ້ມແຫຼວແລະອຸປະສັກແນວໃດ, ທະແນມແຕ່ມີເພື່ອນຜູ້ຮູ້ໃຈກັນ, ເກີດມາຊາດນີ້, ກໍ່ກຸ້ມຄ່າແລ້ວ. ຈີນມີຄຳບູຮານວ່າ: ໃນຕະຫຼອດຊີວິດມີເພື່ອນຜູ້ຮູ້ໃຈກັນຜູ້ດຽວກໍພໍໃຈແລ້ວ.
ທ່ານເບເຄິນ, ນັກວິທະຍາສາດທີ່ມີຊື່ສຽງຂອງອັງກິດເວົ້າວ່າ, "ມິດຕະພາບແທ້ຈິງສາມາດເພີ່ມຄວາມມ່ວນຊື່ນແລະຫຼຸດຜ່ອນຄວາມທຸກທໍລະມານ", ການຂາດຜູ້ຮູ້ໃຈກັນຢ່າງແທ້ຈິງແລ້ວກໍແມ່ນຄວາມໂດດດ່ຽວປ່ຽວພອຍທີ່ເປັນໜ້າສົງສານທີ່ສຸດ. ຂໍ້ໃຫ້ທ່ານຈົ່ງຊອກພົບເພື່ອນຜູ້ຮູ້ໃຈໃນຊີວິດຂອງທ່ານ, ແລະຈົ່ງຖະໜອມຫວງແຫນມິດຕະພາບອັນລ້ຳຄ່ານີ້ໄວ້!
|