ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-13 18:04:16    
ຈີນ​ໄດ້​ກຳ​ນົດ​ບັນ​ຊີ​ລາຍ​ຊື່​ແບບ​ຢ່າງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ລະ​ດັບ​ຊາດ​ງວດ​ທຳ​ອິດ

cri
ຕາມຂ່າວຈາກໜັງສືພິມປັກກິ່ງຢູເລີ້ຊິ້ນປ້າວ​ຂອງ​ຈີນ,​ວຽ​ກງານ​ຮ້ອງ​ຂໍ​ເປັນ​ແບບ​ຢ່າງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດຖຸ​ລະດັບ​ຊາດ​ງວດ​ທຳ​ອິດ​ຂອງ​ຈີນ​ໄດ້​ດຳ​ເນີນ​ຢ່າງ​ສະ​ດວກ,​ປັດ​ຈຸ​ບັນ,​ໄດ້​ກຳນົດ​501​​ໂຄງການ​ທີ່​ສະ​ເໜີ.

ຜູ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ວັດທະນະ​ທຳ​ຈີນ​ແນະນຳ​ວ່າ,​ໂຄງການ​ທີ່​ຕົກ​ລົງ​ຈະ​ສະ​ເໜີ​ແມ່ນ​ຄັດ​ເລືອກ​ຈາກ1300​ກວ່າ​​ໂຄງການ​ທີ່31​ແຂວງ,​ເຂດ​ປົກຄອງ​ຕົນ​ເອງ,​ກຳ​ແພງ​ນະ​ຄອນ​​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ນະ​ເໜີແບ່ງ​ເປັນ10​ປະ​ເພດ​ໃຫຍ່​ຄື​ວັນ​ນະ​ຄະ​ດີ​ພື້ນ​ເມືອງ,ດົນຕີ,ການ​ຟ້ອນ,ງີ້ວ,ກາ​ຍຍະ​ສິນ​ແລະ​ເຕັກນິກ​ແຂ່ງ​ຂັນ,ສື​ມື​ຫັດ​ຖະ​ກຳ, ​ແພດ​ແລະ​ຢາ​ພື້ນ​ເມືອງ,ຮີດຄອງ​ປະ​ເພນີເປັນ​ຕົ້ນ.​ມີ​ມະຫາ​ກາບປະຫວັດສາດ​​ເລື່ອງເກີ​​ເຊີ​ເຜົ່າ​ຕິ​ເບ​ດ,ປຶ້ມ​ບູ​ຮານ​ຂອງ​ເຜົ່າ​ສຸຍ​ໃນປຶ້ມ​ບູຮານທີ່​ຂຽນ​ດ້ວຍຕົວ​ໜັງສື​ທີ່​ແຕ້ມ​ຕາມຮູບທີ່​ຍັງ​ຊົງ​ຕົວ​ຢູ່​ໃນ​ໂລກ​ປັດ​ຈຸ​ບັນ​ເປັນ​ຕົ້ນ.ບຸນ​ປະ​ເພນີ​ຈີນ​​ເຊັ່ນ​ບຸນ​ກຸດ​ຈີນ,ບຸນ​ຊິງ​ມິ​ງ,ບຸນ​ຕ່ວນ​ອູ,ບຸນ​ຊີ​ຊີ,ບຸນ​​ໄຫວ້​ພະຈັນ​ແລະບຸນ​ສົງ​ຢາງ​​ເປັນ​ຕົ້ນ​ກໍ​ໄດ້​ຖືກຈັດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ທີ່ສະ​ເໜີ.

ຕາມ​ໄດ້​ຊາບ,501​ໂຄງການ​ດັ່ງກ່າວ​ໄດ້ຖືກ​ເປີດ​ເຜີຍແລ້ວ,​ແລະ​ຈະລາ​ຍງານ​ໃຫ້​ຄະ​ນະ​ລັດ​ຖະ​ບານ​ຈີນ​ພິຈາລະນາ​ອະນຸມັດແລ້ວ​ປະກາດ.