ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-13 18:12:08    
ອົງການ​ຖະ​ແຫຼງ​ຂ່າວ​ຂອງ​ຈີນ​ແລະ​ໄທ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕື່ມ​ອີກ

cri
ຕາມ​ຂ່າວCRI,ວັນ​ທີ13​ກຸ​ມພາ,​ຢູ່​ປັກ​ກິ່ງ,ທ່ານ​ລິວ​ຢຸນ​ຊ່ານ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ພົບ​ປະ​ທ່ານ​​ເຣວັດ​ສ່ຳ​ສະ​ເຫຼີມ ປະ​ທານ​ຄະ​ນະ​ກຳ​ມະ​ການ​ອົງ​ການ​ສື່​ມວນ​ຊົນ​​ແຫ່ງ​ປະ​ເທດໄທ​,ທັງ​ສອງ​ທ່ານ​ລ້ວນ​ແຕ່​ກ່າວ​ວ່າ,​ຍິນ​ດີ​ຊຸກ​ຍູ້​ອົງ​ການ​ຖະ​ແຫຼງ​ຂ່າວ​ຈີນ​ໄທ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕື່ມ​ອີກ.

ທ່ານ​ລິ​ວຢຸນຊານ​ໄດ້​ຢືນຢັນ​ອົງການ​ສື່​ມວນ​ຊົນ​ແຫ່ງ​ປະ​ເທດ​ໄທ​ທີ່​ໄດ້​ຕັ້ງ​ໜ້າ​ພັດ​ທະ​ນາ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ວົງ​ການ​ສື່​ມວນ​ຊົນ​ຈີນ​ໃນ​ຫຼາຍ​ປີ​ມາ​ນີ້,​ຫວັງ​ໃຫ້​ອົງ​ການ​ຖະ​ແຫຼ​ງຂ່າວ​ຂອງ​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ,​ປະ​ກອບ​ສ່ວນ​ໃໝ່​ເພື່ອ​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ຈີນ​ໄທ.

ທ່ານ​​ເຣ​ວັດ​ກ່າວ​ວ່າ,ຍິນ​ດີ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​​ເຮັດ​ໃຫ້​ປະ​ຊາ​ຊົນ​ໄທ​ຈີນ​​ເຂົ້າ​ໃຈ​ກັນ​ແລະການ​ແລກປ່ຽນ​ວັດທະນະທຳລົງ​ສູ່​ລວງ​ເລິກ,​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັນ​ລະຫວ່າງ​ສື່​ມວນ​ຊົນ​ສອງ​ປະ​ເທດ.

ທ່ານ​ເຣ​ວັດ​ພ້ອມ​ດ້ວຍ​ຄະນະ​ ​ມາ​ຢ້ຽມຢາມ​ຈີນ​ຕາມຄຳ​ເຊີນ​ຂອງ​ກົມ​ໃຫຍ່​ວິ​ທະ​ຍຸ​ຮູບ​ເງົາ​ ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ.ຫຼັງ​ການ​ພົບ​ປະ,ທ່ານ​ຍັງ​ຈະ​ມາຢ້ຽມຢາມ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ.