ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-13 18:29:42    
ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ນ້ຳ​ຫຼາຍ​ກວ່າ​ໝູ່​ຈາກ​ມຽນ​ມາ

cri
ຕາມ​ຂ່າວ​ຈາກ​ກະຊວງ​ການ​ຄ້າ​ຈີນ,ສື່​ມວນ​ຊົນ​ມຽນມາລາ​ຍງານ​ວ່າ,ຫວ່າງ​ມໍ່ໆ​ນີ້,​ເຈົ້າ​ໜ້າ​ທີ່​ກົມ​ການ​ປະມົງ​ຂອງມຽນມາ​ກ່າວ​ວ່າ,ປັດຈຸບັນ,​ຜະລິດ​ຕະພັນ​ນ້ຳ​ທີ່​ມຽນ​ມາ​ສົ່ງ​ມາ​ຂາຍ​ຢູ່​ຈີນ​ໃນ​ແຕ່​ລະ​ປີ​ໄດ້​ກວມ​50%ຂຶ້ນ​ໄປຂອງຍອດ​ປະລິມານ​ຜະລິດ​ຕະພັນ​ນ້ຳ​ທີ່​ມຽນ​ມາ​ສົ່ງ​ອອກ,​ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ນຳ​ເຂົ້າ​ຜະລິດ​ຕະພັນ​ນ້ຳຫຼາຍ​ກວ່າ​ໝູ່​ຈາກ​ມຽນ​ມາ.

ຜະລິດ​ຕະພັນ​ນ້ຳ​ທີ່​ມຽນມາ​ສົ່ງ​ມາຂາຍ​ຢູ່​ຈີນ​ສ່ວນ​ຫຼາຍ​ແມ່ນ​ປາທະ​ເລ​ແລະ​ກຸ້ງ​ທະ​ເລ.​ຈີນ​ ​ຍົກ​ເວັ້ນ​ພາ​ສີ​ຕໍ່​ຜະ​ລິດ​ຕະ​ພັນ​ນ້ຳ​ສ່ວນ​ໜຶ່ງ​ຂອງ​ມຽນມາ, ແມ່ນ​ມູນ​ເຫດ​ອັນ​ໜຶ່ງ​ທີ່​ຊຸກ​ຍູ້​ໃຫ້​ມຽນ​ມາ​ສົ່ງ​ອອກ​ຜະລິດ​ຕະພັນ​ນ້ຳຂາຍ​ໃຫ້​ຈີນ​ຢ່າງ​ຫຼວງ​ຫຼາຍ.