ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Friday    Mar 21th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-13 21:50:02    
ໃນ​ຫົກ​ເດືອນ​ຕົ້ນ​ປີ​2006​ການ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ພະ​ລັງ​ງານ​ຍັງ​ເຄັ່ງ​ຕຶງ​ຢູ່​ຄື​ເກົ່າ

cri
ຕາມ​ຂ່າວ​ສານ​ຊີນຮວາ,​ວັນ​ທີ13​ກຸມ​ພາ​ກະຊວງ​ການ​ຄ້າ​ຈີນ​ໄດ້ປະ​ກາດ​ການ​ຄາດ​ຄະ​ເນ​ຫຼ້າ​ສຸດ​​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ຫົກ​ເດືອນ​ຕົ້ນ​ປີ2006,​ການ​ສະ​ໜອງ​ຜະລິດ​ຕະພັນ​ປະ​ເພດ​ພະ​ລັງ​ງານ​ຂອງ​ຈີນຍັງ​ຕົກ​ຢູ່​ໃນ​ສະພາບ​ເຄັ່ງ​ຕຶງ​ໃນ​ດ້ານ​ກວມ​ລວມ,​ລາຄາ​ໃນຕະ​ຫຼາດ​ພາຍ​ໃນ​ປະ​ເທດ​ສູງ​ຕໍ່​ມາ.

ກົມ​ໝູນ​ເດີນ​ຕະຫຼາດ​ກະ​ຊວງ​ການ​ຄ້າ​ຈີນ​ວິ​ເຄາະ​ວ່າ,​ເມື່ອ​ທຽບ​ໃສ່​ຫົກ​ເດືອນ​ທ້າຍ​ປີ​2005,​ຫົກ​ເດືອນ​ຕົ້ນ​ປີ2006,​ຍ້ອນ​ວ່າ​ລະດູ​ໜາວ​ທີ່​ຕ້ອງ​ການ​ອາຍ​ອຸ່ນ​ຈະ​ຜ່ານ​ແລະ​ຄວາມ​ຕ້ອງ​ການ​ຂອງ​ຂະ​ແໜງ​ການ​ຕົ້ນຕໍ​ທີ່​ສິ້ນ​ເປືອງ​ພະລັງ​ງານ​ຫຼຸດ​ໜ້ອຍ​ລົງ,​ການ​ພົວພັນ​ລະ​ຫວ່າງ​ການ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ໃນ​ຕະ​ຫຼາດ​ຖ່ານ​ຫີນ​ຂອງ​ຈີນ​ຈະ​ສືບ​ຕໍ່​ຜ່ອນ​ຍານ.​ນອກນີ້,​ໃນ​ຫົກ​ເດືອນ​ຕົ້ນ​ປີ2006,​ຄວາມ​ຕ້ອງ​ການ​ນ້ຳ​ມັນ​ສຳ​ເລັດ​ຮູບ​ຂອງ​ຕະ​ຫຼາດ​ຈີນ​ຈະ​ເປີດ​ກວ້າງ​ອອກ​ຢ່າງ​ຕໍ່​ເນື່ອງ,​ຍ້ອນ​ວ່າ​ລາຄາ​ນ້ຳ​ມັນ​ເຊື້ອ​ໄຟທີ່​ສູງ​ໃນ​ຕະຫຼາດ​ສາກົນ​ຍາກ​ທີ່​ຈະ​ຫຼຸດ​ໜ້ອຍ​ລົງ​ທີ່​ມີ​ລັກ​ສະນະ​ທາດ​ແທ້ໃນ​ໄລຍະ​ສັ້ນ,ການ​ພົວພັນ​ລະ​ຫວ່າງ​ການ​ສະ​ໜອງ​ກັບ​ຄວາມ​ຕ້ອງການ​ຍັງ​ຂ້ອນ​ຂ້າງ​ເຄັ່ງ​ຕຶງ​ຢູ່,​ລາຄາ​ໃນ​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ​ຈີນຈະ​ສູງຕໍ່​ໄປ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040