ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-14 14:33:39    
ກອງ​ປະຊຸມ​ຜູ່​ຊ່ຽວຊານ​ຂອງ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ​ທົ່ວ​ປວງ​ຊົນ 9 ປະ​ເທດ​​ທີ່​ມີ​ປະ​ຊາ​ກອນ​ຫຼາຍ​ກວ່າ​ໝູ່​ຂອງ​ອົງ​ການ​ຢູ​ເນັສ​ກູ​​ຄັ້ງ​ທີ 6 ໄຂ​ຂຶ້ນ​ຢູ່​ແມັກ​ຊິກ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 13 ກຸມພາ, ກອງ​ປະຊຸມ​ຜູ່​ຊ່ຽວຊານ​ຂອງ​ກອງ​ປະຊຸມ​ລະດັບ​ລັດ​ຖະ​ມົນ​ຕີ​ກະຊວງ​ສຶກສາ​ທິການ​ທົ່ວ​ປວງ​ຊົນ 9 ປະ​ເທດ​​ທີ່​ມີປະຊາກອນຫຼາຍກວ່າ​ໝູ່​ຂອງ​ອົງ​ການ​ຢູ​ເນັສກູ​​ສະຫະ​ປະຊາ​ຊາດຄັ້ງທີ 6 ​ໄດ້​ໄຂ​ຂຶ້ນຢູ່​ທີ່​ມອນ​ເຕີຣີ ທາງ​ພາກ​ເໜືອ​ແມັກ​ຊິກ. ກອງ​ປະ​ຊຸມ​ເທື່ອ​ນີ້​ຈັດ​ຂຶ້ນເພື່ອ​ກະກຽມກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ກະຊວງ​ສຶກ​ສາ​ທິ​ການ​ທີ່​ຈະ​ຈັດ​ຂຶ້ນ​​ແຕ່​ວັນ​ທີ 14 ຮອດ​ວັນ​ທີ 15 ກຸມພາ.

​ເຈົ້າໜ້າ​ທີ່​ແລະ​ຜູ່​ຊ່ຽວຊານ​​ໃນ​ຂົງ​ເຂດ​ການ​ສຶກສາ​ທີ່​ມາ​ຈາກ 9 ປະ​ເທດ​ພວມ​ພັດ​ທະ​ນາ ໃຫຍ່​ດ້ານປະຊາກອນ ຄື ບັງ​ກຼາ​ເດັດ ​ເບຼຊິນ ຈີນ ​ເອຢິບ ອິນ​ເດຍ ອິນ​ໂດ​ເນ​ເຊຍ ​ແມັກ​ຊິກ ນີ​ເຊ​ເລຍ​ແລະ​ປາ​ກິ​ສຖານ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ. ຜູ່​ແທນ​ທີ່ຮ່ວມ​ປະຊຸມ​ໄດ້​ຫວນ​ຄືນ​ສະ​ພາບ​ການ​ຈັດຕັ້ງ​ປະຕິບັດເປົ້າໝາຍ​ຕ່າງໆ​ຕັ້ງແຕ່​ກອງ​ປະຊຸມ​ລະດັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການຄັ້ງກ່ອນ​ທີ່​​ໄຂ​ຂຶ້ນຢູ່​ທີ່ເລີ​ແກ​ເປັນຕົ້ນມາ, ​ແລະ​ໄດ້​ແນະ​ນຳ​ມາດ​ຕະ​ການ​ຂອງ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບການ​ສຶກ​ສາ. ຜູ່​ແທນ​ທັງຫຼາຍຍັງ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນ​ຫາ​ທີ່​ປະ​ເທດ​ພວມ​ພັດທະນາປະ​ເຊີນ​ໃນ​ການ​ພັດ​ທະນາ​ການ​ສຶກສາ ​ແລະ​ເຮັດ​​ແນວ​ໃດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃຕ້ໆ​ໃນ​ຂົງ​ເຂດ​ການ​ສຶກ​ສາ​ຕື່ມ​ອີກ.