ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-14 21:11:57    
ນາ​ຍົກ​ມຽນ​ມາ​ເດີນ​ທາງ​ຮອດ​ຄຸນ​ມິ​ງ​ເລີ່ມ​ຢ້ຽມ​ຢາມ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ເວິນ​ເຈຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ,ທ່ານ​ໂຊ​ວິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ຫະ​ພາບ​ມຽນ​ມາ​ໄດ້​ເດີນ​ທາງ​ມາ​ຮອດ​ນະ​ຄອນ​ຄຸນ​ມິ​ງ​ແຂວງ​ຢຸນ​ນານ,​ແລະ​ໄດ້​ເລີ່ມ​ຢ້ຽມ​ຢາມ​ຈີນ​ໃນ​ວັນ​ທີ​14​ກຸມ​ພາ.

ຢູ່​ເດີ່ນຍົນ,ທ່ານ​ໂຊ​ວິນກັບທ່ານ​ສິນ​ກວ່າງຢົງ ຮອງ​ເລຂາ​ຄະນະ​ພັກ​ແຂວງ​ຢຸນ​ນານ​ໄດ້​ພົບ​ປະ​ກັນ​​ເວ​ລາ​ສັ້ນ​.

ທ່ານ​ສິນ​ກວ່າງ​ຢົງກ່າວ​ວ່າ,​ໃຕ້​ການ​ຊຸກ​ຍູ້​ຂອງ​ລັດຖະບານ​ສອງ​ປະ​ເທດ,​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງແຂວງ​ຢຸນນານກັບ​ມຽນມາ​ໄດ້​ມີ​ການ​ພັດ​ທະ​ນາ​ເປັນ​ຢ່າງ​ດີ.

ທ່ານ​ໂຊ​ວິນ​ກ່າວ​ວ່າ,​ມຽນມາກັບ​ແຂວງ​ຢຸນນານ​ມີ​ ​ຊາຍ​ແດນ​ຍາວ2​ພັນ​ກວ່າ​ກິ​ໂລ​ແມັດ,​ມຽນ​ມາ​ໄດ້​ຖື​ແຂວງ​ຢຸນນານ​ເປັນ​ອ້າຍ​ນ້ອງ​ຂອງ​ຕົນ,ມຽນມາ​ຕ້ອງ​ຖອດ​ຖອນ​ເອົາ​ບົດ​ຮຽນ​ຂອງ​ຝ່າຍ​ຈີນ,ສືບ​ຕໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດກັບ​ຈີນ​ໂດຍ​ສະ​ເພາະ​ກັບ​ແຂວງ​ຢຸນ​ນານ.