ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-14 21:13:06    
ຈີນ​ສະ​ໜັບ​ສະ​ໜູນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຊຸດ​ໜ້າ​ກຳ​ເນີ​ດຢູ່​ປະ​ເທດ​ອາ​ຊີ

cri
ຕາມ​ຂ່າວ​CRI,​ວັນ​ທີ14ກຸມ​ພາ,​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,​ທ່ານ​ລິວຈ້ຽນ​ຊ່າວ ​ໂຄສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ລື້ມ​ວ່າ,​ຝ່າຍ​ຈີນ​ເດັດ​ດ່ຽວ​ສະ​ໜັບສະ​ໜູນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ປະ​ເທດ​ອາ​ຊີ​ຂຶ້ນ​ຮັບ​ຕຳ​ແໜ່ງ​ເລຂາ​ທິ​ການ​ໃຫຍ່​ສະຫະ​ປະ​ຊາ​ຊາດ​ຊຸດ​ໜ້າ.

ໃນ​ເວລາ​ຕອບຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ,​ທ່ານ​ລີວ​ຈ້ຽນຊ່າວ​ເວົ້າວ່າ, ຝ່າຍ​ຈີນ​ຫວັງ​ໃຫ້​ບັນ​ດາ​ປະ​ເທດ​ອາຊີ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ການ​ຮ່ວມ​ມື​ກັນ,​ເພື່ອ​ຮັບປະ​ກັນ​ການ​ເລືອກ​ຕັ້ງ​ເລ​ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຊຸດ​ໜ້າ​ໃຫ້​ໄດ້ຈາກ​ປະ​ເທດ​ອາຊີ​ຢ່າງ​ສະດວກ.​ທ່ານ​ກ່າວ​ວ່າ,​ຈີນບໍ່​ມີ​ແຜນ​ການ​ສະ​ເໜີ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເລືອກ​ຕັ້ງ​ເລ​ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ.