ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-14 21:19:03    
ຫວຽດ​ນາມ​ຈະ​ຊື້​ໄຟ​ຟ້າ​ຈີນ​ຢ່າງ​ຫຼວງ​ຫຼາຍ

cri
ຕາມ​ຂ່າວ​ຈາ​ກກະຊວງ​ການ​ຄ້າ​ຈີນ,ໜັງສືພິມ​ເສດຖະກິດ​ແທມສ໌​ຫວຽດ​ນາມ​ສະ​ບັບ​ວັນ​ທີ​14​ກຸ​ມພາ​ລາຍ​ງານ​ວ່າ,ສາຍ​ໄຟຟ້າ​220​ກິ​ໂລ​​ໂວ​ນ​ເສັ້ນ​ທຳ​ອິດ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ ​ຈະ​ເລີ່​ມສົ່ງ​ກະ​ແສໄຟຟ້າ​ແຕ່​ວັນ​ທີ1​ຕຸລາ​ປີ​ນີ້​ເປັນ​ຕົ້ນ​ໄປ.​ປັດ​ຈຸ​ບັນ,​ບໍ​ລິ​ສັດ​ໄຟ​ຟ້າ​ຫວຽດ​ນາມ​ໄດ້​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ການ​ຄ້າ​ກັບ​ບໍ​ລິ​ສັດ​ເຄືອ​ຂ່າຍ​ໄຟ​ຟ້າ​ນານ​ຟ່າງ​ຈີນ,​ແລະ​ພວມ​ເນັ່ງ​ສາຍ​ໄຟ​ຟ້າ​ຍາວ​ປະ​ມານ​300​ກິ​ໂລ​ແມັດ​ແຕ່​ເຮີ​ໂຂ​ວ​ຂອງ​ແຂວງ​ຢຸນ​ນານ​ຈີນ​ໄປ​ຫາ​ຫວຽດ​ຈີ​ແຂວງ​ວິງ​ຟຸກ​ຫວຽດ​ນາມ.​ສະ​ມັດ​ຖະ​ພາບ​ອອ​ກ​ແບບ​ເບື້ອງ​ຕົ້ນ​ຂອງ​ສາຍ​ໄຟ​ຟ້າ​ດັ່ງ​ກ່າວ​ມີ​2​ແສນ​5​ໝື່ນ​ຮອດ​3​ແສນ​ກິ​ໂລ​ວັດ,​ຍອດ​ປະ​ລິ​ມານ​ໄຟ​ຟ້າ​ທີ່​ສົ່ງ​ຈະ​ມີ1​ຕື້​ກິ​ໂລ​ວັດ​ໂມງຕໍ່​ປີ.