ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-14 21:29:35    
ການ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ມີ​ຄວາມ​ດຸນ​ດຽງ​ກັນ​ໃນ​ດ້ານ​ກວມ​ລວມ

cri
ຕາມ​ຂ່າວCRI,​ວັນ​ທີ14​ກຸມພາ​ຢູ່​ທີ່​ປັກ​ກິ່ງ,​ທ່ານ​ອີ້​ສຽວ​ຈຸນ ຮອງ​ລັດຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ເຖິງ​ວ່າ​ການ​ຄ້າ​ກັບ​ຈີນ​ຂອງ​ອາ​ເມ​ລິ​ກາ​ມີ​ການ​ຂາດ​ດຸນ​ຂ້ອນ​ຂ້າງ​ຫຼາຍ​ກໍ​ຕາມ,​ແຕ່​ທີ່​ຈິງ​ແລ້ວ,​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດເທົ່າ​ທຽມ​ກັນ​ຈາກ​ການ​ໄປມາ​ຫາສູ່​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ໃນ​ດ້ານ​ກວມ​ລວມ.

ທ່ານ​ອີ້​ສຽວ​ຈຸນ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນ​ເວທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ14​ກຸມ​ພາ.​ທ່ານ​ແນະ​ນຳ​ວ່າ,​ດ້ານ​ໜຶ່ງ,​ຈີນ​ໄດ້​ສົ່ງ​ເຄື່ອງ​ໃຊ້​ປະຈຳ​ວັນ​ທີ່​ລາ​ຄາ​ຖື​ກທັງ​ມີ​ຄຸນ​ນະ​ພາ​ບດີ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ໄປ​ຂາຍ​ຢູ່​ອາ​ເມ​ລິ​ກາ,​ເຮັດ​ໃຫ້​ຜູ້​ບໍລິ​ໂພກ​ຂອງ​ອາ​ເມ​ລິ​ກາ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຕົວ​ຈິງ,​ແລະ​ໄດ້​ຊຸກ​ຍູ້​ໃຫ້​ລາ​ຄາ​ສິນ​ຄ້າ​ຂອງ​ອາ​ເມ​ລິ​ກາ​ໝັ້ນ​ທ່ຽງ.​ອີກ​ດ້ານ​ໜຶ່ງ,​ຈີນ​ໄດ້ໃຊ້​ເງິນ​ຕາ​ຕ່າງ​ປະ​ເທດ​ໃນ​ຄັງ​ສຳ​ຮອງ​ຊື້​ພັນ​ທະ​ບັດ​ຂອງ​ລັດ​ອາ​ເມ​ລິ​ກາ​ຫຼາຍ​ຮ້ອຍ​ຕື້​ໂດ​ລາ,​ໄດ້​ຜ່ອນ​ຄາຍ​ກຳ​ລັງ​ໜີບ​ຂອງ​ຂຸມ​ການ​ເງິນ​ຂອງ​ອາ​ເມ​ລິ​ກາ​ຢ່າງ​ຫຼວງ​ຫຼາຍ.

ທ່ານ​ອີ້​ສຽວ​ຈຸນ​ຊີ້​ອອກ​ວ່າ,​ອຸດສາ​ຫະກຳ​ຜະລິດ​ສາ​ກົນ​ຍ້າຍ​ມາສູ່​ຈີນ​ຢ່າງ​ຫຼວງ​ຫຼາຍ​ແມ່ນ​ມູນ​ເຫດ​ສຳຄັນ​ທີ່​ການ​ຄ້າ​ກັບ​ຈີນ​ຂອງ​ອາ​ເມ​ລິ​ກາ​ຂາດ​ດຸນ.