ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-15 11:30:52    
ຈີນ​ໄດ້​​ໃຊ້​ເງິນ 40 ຕື້​ໂດ​ລາ​ສະຫະ​ລັດ​​ຊື້​ຍົນ​ອາ​ເມ​ລິ​ກາ​ແລ້ວ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ນັບ​ມາ​ຮອດ​ເດືອນ​ພະຈິກ​ປີ​ກາຍ​ນີ້, ​ໃນ​ຍົນ 863 ລຳ​ທີ່​ບໍ​ລິ​ການ​ຢູ່​ເຂດ​ໃນ​ຈີນ ມີ 534 ລຳ​ແມ່ນ​ຍົນ​ໂບອີງ​ຂອງ​ອາ​ເມ​ລິ​ກາ, ​ເມື່ອຄິດ​ໄລ່​ລາຄາ​ແລ້ວ​ເຫັນ​ວ່າ, ນັບ​ລວມ​ແລ້ວ ຈີນ​ໄດ້​ໃຊ້​ເງິນ​ເກືອບ 40 ຕື້​ໂດ​ລາ​ສະຫະລັດ​ຊື້​ຍົນ​ຈາກອາ​ເມ​ລິ​ກາ.

ວັນ​ທີ 14 ກຸມພາ, ປະທານ​​ກຸ່ມ​ການບິນ​ສາກົນ​ຈີນ​ໄດ້​ປະກາດ​ຕົວ​ເລກ​ດັ່ງກ່າວ ຢູ່​ກອງ​ປະ​ຊຸມ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາທີ່​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລີ​ເຈ່ຍ​ສຽງ. ທ່ານ​ກ່າວ​ວ່າ, ການ​ພັດທະນາ​ຂອງ​​ການບິນ​ພົນລະ​ເຮືອນ​ຈີນ​ໄດ້​ປະ​ກອບ​ສ່ວນ​ອັນ​ມະ​ຫາ​ສານເຂົ້າ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ທາງ​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ, ອຸດ​ສາ​ຫະ​ກຳ​ຜະລິດ​ຍົນ​ຂອງ​ອາ​ເມ​ລິ​ກາ​ແມ່ນ​ຜູ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍ​ກວ່າ​ໝູ່.