ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-15 12:29:32    
ອົງການ​ຮາ​ມາສປະຕິ​ເສດ​ບໍ່​ເຫັນ​ດີຂໍ້​ສະ​ເໜີ​ຂອງ​ທ່ານ​ອ່ານ​ນານ​ກ່ຽວ​ກັບ​ການ​ປົດ​ອາວຸດ​ແລະ​ປ່ຽນ​ເປັນ​ພັກ​ການ​ເມືອງ

cri

ຕາມ​ຂ່າວcri:ວັນ​ທີ14 ກຸມພາ,ຢູ່​ຊູ​ດັງ,ທ່ານ​ຮາ​ລີດ ມາ​ຊາ​ເລີ ຜູ້ນຳ​ການ​ເມືອງ​ຂອງ​ອົງການ​ຮາ​ມາສປະ​ເລັສຕິນກ່າວ​ວ່າ,ອົງການ​ຮາ​ມາສປະຕິ​ເສດບໍ່​ເຫັນ​ດີ​ຂໍ້​ສະ​ເໜີ​ກ່ຽວ​ກັບການ​ປົດ​ອາວຸດ​ແລະປ່ຽນເປັນ​ພັກ​ການ​ເມືອງທີ່​ທ່ານ​ອ່ານ​ນານ​ສະ​ເໜີ​ໃນ​ຫວ່າງ​ມໍ່ໆ​ນີ້.ທ່ານ​ຍັງ​ປະຕິ​ເສດການ​ແຈ້ງ​ຂ່າວຂອງ​ບາງ​ສື່​ມວນ​ຊົນ​ກ່ຽວ​ກັບ​ອົງການ​ນີ້​ໄດ້​ສະ​ເໜີ​ທ່ານ​ຮາ​ເນຍ​ເປັນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງນາຍົກລັດຖະມົນຕີ​ຜູ້ໃໝ່​ຂອງ​ປາ​ເລັສຕິນ.

ມື້​ດຽວ​ກັນ,ທ່ານ​ໂອ​ເມີດ ວ່າການ​ແທນນາຍົກລັດຖະມົນຕີ​ອິສຣາ​ແອນກ່າວ​ວ່າ,ຖ້າ​​ໃຫ້ອົງການ​ຮາ​ມາສປະ​ກອບລັດຖະບານ​ປາ​ເລັສຕິນ​ໃນ​ອະນາຄົດ​ແລ້ວ,ອິສຣາ​ແອນ​ຈະ​ຕີ​ລາຄາການ​ພົວພັນ​ທັງ​ໝົດ​ກັບປາ​ເລັສຕິນຄືນ​ໃໝ່.

ມື້​ດຽວ​ກັນ,ທ່ານ​ມູບາຣັກ ປະທານາທິບໍດີ​ເອຢິບ​ກ່າວ​ວ່າ,ອົງການ​ຮາ​ມາສ​ແມ່ນ​ການ​ເລືອກ​​ເອົາ​ຂອງ​ປະຊາຊົນ​ປາ​ເລັສຕິນສ່ວນ​ຫຼາຍ,ລັດຖະບານ​ປາ​ເລັດ​ສະຕິ​ນທີ່​ປະກອບ​ດ້ວຍ​ອົງກາ​ນດັ່ງກ່າວກໍ່​ສາມາດ​ກ້າວ​ໄປໜ້າຕາມ​​​ເສັ້ນທາງ​ສັນຕິພາບ,ປະຊາ​ຄົມ​ໂລກ​ຄວນ​ສະໜອງ​ໂອກາດ​ນີ້​ໃຫ້​ອົງການ​ຮາ​ມາສ.